ທົບທວນ ການຮ່ວມມື ລະຫວ່າງ ລາວ ແລະ ອົງການ ສປຊ ກອງທຶນສຳລັບປະຊາກອນ

28/01/2025 14:55
Email Print 827
KPL ຂປລ. ກອງ​ປະ​ຊຸມທົບທວນ ການຈັດຕັ້ງປະຕິບັດ ແຜນງານການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ອົງການສະຫະປະຊາຊາດ (ສປຊ) ກອງທຶນສຳລັບປະຊາກອນ ປະ​ຈຳ​ປີ 2024 ແລະ​ ສ້າງ​ແຜນວຽກ​ບູ​ລິ​ມະ​ສິດ ປີ 2025 ຈັດຂຶ້ນໃນວັນທີ 28 ມັງກອນ 2025 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ​ ພອນ​ວັນ ອຸ​ທະ​ວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ທ່ານ ແບກທີຢໍ ຄາດີເຣີບ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ປະຈໍາລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.




ຂປລ. ກອງ​ປະ​ຊຸມທົບທວນ ການຈັດຕັ້ງປະຕິບັດ ແຜນງານການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ອົງການສະຫະປະຊາຊາດ (ສປຊ) ກອງທຶນສຳລັບປະຊາກອນ ປະ​ຈຳ​ປີ
2024 ແລະ​ ສ້າງ​ແຜນວຽກ​ບູ​ລິ​ມະ​ສິດ ປີ 2025 ຈັດຂຶ້ນໃນວັນທີ 28 ມັງກອນ 2025 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ​ ພອນ​ວັນ ອຸ​ທະ​ວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ທ່ານ ແບກທີຢໍ ຄາດີເຣີບ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ປະຈໍາລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.




ທ່ານ ນາງ​ ພອນ​ວັນ ອຸ​ທະ​ວົງ ໄດ້ໃຫ້ວ່າ: ກອງປະຊຸມຄັ້ງນີ້
, ຈັດຂຶ້ນເພື່ອທົບທວນຄືນການຈັດ ຕັ້ງປະຕິບັດ ແຜນງານການຮ່ວມ ລະຫວ່າງ ລັດຖະບານ ລາວ ແລະ ອົງການ ສປຊ ກອງທຶນສຳລັບປະຊາກອນ ປະຈຳປີ 2024 ເຊິ່ງເປັນເວທີທີ່ສຳ​ຄັນໃນການປືກສາຫາລື ຊອກຫາວິທີແກ້ໄຂບັນດາສິ່ງທ້າທາຍ, ຂໍ້ຫຍຸ້ງຍາກຕ່າງໆ ທີ່ໄດ້ພົບພໍ້ໃນການຈັດຕັ້ງປະຕິບັດ ໃນ​ໜຶ່ງ​ປີຜ່ານມາ ລວມທັງມາດຕະການໃນການແກ້ໄຂ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອໃຫ້ການຈັດຕັ້ງປະຕິບັດ ບັນດາກິດຈະກຳ ສາມາດບັນລຸຕາມແຜນທີ່ໄດ້ວາງໄວ້. ໃນປີ 2024 ການຈັດຕັ້ງປະຕິບັດ ແຜນງານດັ່ງກ່າວ, ດໍາເນີນມາຮອດ 3 ປີ ເຊິ່ງເປັນວາລະທ້າຍຂອງແຜນງານ​ການ​ຮ່ວມມື. ສະນັ້ນ, ພວກເຮົາຈະວາງແຜນວຽກຈຸດສຸມໃນປີ 2025 ໃຫ້ເປັນອັນລະອຽດ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດ ແຜນງານການ​ຮ່ວມ​ມື ລະ​ຫວ່າງ​ລັດ​ຖະ​ບານລາວ ແລະ​ ອົງ​ການ ສ​ປ​ຊ ກອງ​ທຶນ​ສຳ​ລັບ​ປະ​ຊາ​ກອນ 2022-2026 (CPD 2022-2026) ໃຫ້ມີປະສິດທິພາບ, ປະ​ສິດ​ທິ​ຜົນ ແລະ ບັນ​ລຸ​ຕາມ​ຈຸດ​ປະ​ສົງ​ຄາດ​ໝາຍ​ທີ່​ວາງ​ໄວ. 




ນອກຈາກນີ້
, ຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແຜນງານສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ ແລະ ວຽກງານຜະດຸງຄັນ; ລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ວຽກງານການຮຽນ-ການສອນເພດສຶກສາ ແລະ ໄວໜຸ່ມ; ລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ວຽກງານ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ, ການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ; ການຈັດຕັ້ງປະຕິບັດ ແຜນງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ເຊເວັນອີລີເວັນ ເປີດສາຂາທຳອິດໃນແຂວງຫລວງພະບາງ ຢ່າງເປັນທາງການແລ້ວວັດທະນະທຳ-ສັງຄົມ

      ເຊເວັນອີລີເວັນ ເປີດສາຂາທຳອິດໃນແຂວງຫລວງພະບາງ ຢ່າງເປັນທາງການແລ້ວ

      3/6/2025 3:48:11 PM

      ໃນວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫລວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານເຊເວັນອີເລເວັນ (7-Eleven) ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ

    • ເຮືອນສາມ ນໍ້າສີວັດທະນະທຳ-ສັງຄົມ

      ເຮືອນສາມ ນໍ້າສີ

      3/6/2025 9:43:42 AM

      ຄົນລາວໃນສະໄໝບູຮານ ແມ່ນຖືເອົາການປະຕິບັດພຸດທະສາສະໜາ, ການດຳລົງຊີວິດ ແລະ ຮີດຄອງປະເພນີຕ່າງໆເປັນຫລັກ ໃນການສັ່ງສອນລູກຫລານໃຫ້ເປັນຄົນດີຂອງສັງຄົມ, ໂດຍສະເພາະແມ່ນເພດຍິງແມ່ນຕ້ອງເປັນຜູ້ທ່ີປະຕິບັດຕາມຮີດຄອງປະເພນີຢ່າງເຂັ້ມງວດ, ຖ້າຫາກຍິງຄົນໃດບໍ່ປະຕິບັດຕາມກໍຈະຖືວ່າເປັນຄົນບໍ່ດີ ແລະ ບໍ່ສົມຄວນທີ່ຜູ້ຊາຍຈະເອົາມາເປັນລູກເປັນເມຍ.

    • ສະຫະພັນ ແມ່ຍິງຮາກຖານ ນັກທຸລະກິດຍິງ ຈັດກອງປະຊຸມໃຫຍ່ ຄັ້ງທີ IVວັດທະນະທຳ-ສັງຄົມ

      ສະຫະພັນ ແມ່ຍິງຮາກຖານ ນັກທຸລະກິດຍິງ ຈັດກອງປະຊຸມໃຫຍ່ ຄັ້ງທີ IV

      3/5/2025 6:18:19 PM

      ຂປລ. ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ (ນວ) ຄັ້ງທີ IV ຈັດຂຶ້ນ ໃນວັນທີ 5 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ເພື່ອສະຫລຸບຕີລາຄາວຽກງານໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ

    • ແມ່ຍິງ ກະຊວງ ຖວທ  ທັດສະນະ ສຶກສາ ຢູ່ຕໍານັກຜ້າໄໝລາວບູຮານວັດທະນະທຳ-ສັງຄົມ

      ແມ່ຍິງ ກະຊວງ ຖວທ ທັດສະນະ ສຶກສາ ຢູ່ຕໍານັກຜ້າໄໝລາວບູຮານ

      3/5/2025 6:12:02 PM

      ຂປລ. ສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ທັດ ສະນະສຶກສາ ຢູ່ຕໍານັກຜ້າໄໝລາວບູຮານ ແລະ ຫໍພິພິທະພັນແຫ່ງຊາດ ເພື່ອສະເຫລີມສະຫລອງ ແລະຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 115 ປີ ນຳໂດຍ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖວທ, ມີປະທານ-ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ, ພ້ອມດ້ວຍສະມາຊິກເອື້ອຍນ້ອງແມ່ຍິງ ພາຍໃນກະຊວງຈໍານວນໜຶ່ງ ເຂົ້າຮ່ວມ.

    • ຫາລື ຍົກສູງບົດບາດ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍວັດທະນະທຳ-ສັງຄົມ

      ຫາລື ຍົກສູງບົດບາດ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ

      3/5/2025 6:02:05 PM

      ຂປລ. ເມື່ອບໍ່ດົນມານີ້, ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການຣູມທູຣີດ ປະຈໍາລາວ ຈັດກອງປະຊຸມປຶກສາຫາລື ແລະ ຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ທີ່ຈະຈັດຕັ້ງຢູ່ແຂວງຫລວງພະບາງ ແລະ ແຂວງຈໍາປາສັກ


Top