KPL
ການຕໍ່ສູ້ປົກປັກຮັກສາ 2 ແຂວງເຕົ້າໂຮມ (ຊຳເໜືອ-ຜົ້ງສາລີ ) ແລະ ຊຸກຍູ້ຂະບວນການຕໍ່ສູ້ຂອງປະຊາຊົນຢູ່ 10 ແຂວງນັ້ນ, ພັກມີແຜນນະໂຍບາຍເຈລະຈາກັບລັດຖະບານລາຊະອານາຈັກ.
*ການຕໍ່ສູ້ປົກປັກຮັກສາ 2 ແຂວງເຕົ້າໂຮມ (ຊຳເໜືອ-ຜົ້ງສາລີ ) ແລະ ຊຸກຍູ້ຂະບວນການຕໍ່ສູ້ຂອງປະຊາຊົນຢູ່ 10 ແຂວງນັ້ນ, ພັກມີແຜນນະໂຍບາຍເຈລະຈາກັບລັດຖະບານລາຊະອານາຈັກ. ລັດຖະບານລາຊະອານາຈັກ ຈຳຕ້ອງຍອມຮັບເອົາຂໍ້ສະເໜີຂອງ ຝ່າຍປະເທດລາວ ແລະ ຍອມໄປຮ່ວມກອງປະຊຸມຢູ່ຢ້າງກຸ້ງ (ນະຄອນຫລວງປະເທດມຽນມາ) ໃນວັນທີ 9 ຕຸລາ 1955 ແລະ ຍອມເຊັນສັນຍາຢຸດຕິການປະທະກັນດ້ວຍອາວຸດຢູ່ 2 ແຂວງເຕົ້າໂຮມໃນວັນທີ 11 ຕຸລາ 1955. ເຖິງ ຢ່າງນັ້ນກໍດີ, ຝ່າຍລາຊະອານາຈັກ ກໍບໍ່ປະລະເລ່ກົນຂອງພວກເຂົາ, ວັນທີ 25 ທັນວາ 1955, ພວກເຂົາໄດ້ຈັດຕັ້ງການເລືອກຕັ້ງແຕຝ່າຍດຽວຕ່າງຫາກ ໂດຍບໍ່ມີການເຂົ້າຮ່ວມຂອງຝ່າຍປະເທດລາວ. ຝ່າຍປະເທດລາວໄດ້ປະຕິເສດຢ່າງເດັດດ່ຽວຕໍ່ການເລືອກຕັ້ງຕ່າງຫາກດັ່ງກ່າວນັ້ນ ແລະ ກ່າວ ປະນາມຢ່າງເຄັ່ງຂຶມຕໍ່ການກະທຳຂອງພວກເຂົາທ່ີຝືນກັບສັນຍາເຊີແນວ.
ໂດຍປະຕິບັດຕາມນະໂຍບາຍຂອງພັກ, ວັນທີ 6 ມັງກອນ 1956 ຢູ່ແຂວງຫົວພັນ ໄດ້ມີກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ເຊິ່ງມີຜູ້ແທນເຂົ້າຮ່ວມ 150 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ຜູ້ຊົງຄຸນວຸດທິທີ່ຮັກຊາດ. ກອງປະຊຸມໄດ້ພິຈາລະນາເຫັນວ່າ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່ ມີຄວາມຈຳເປັນຕ້ອງເປີດກວ້າງແນວໂຮມເອກະພາບແຫ່ງຊາດ. ສະນັ້ນ, ກອງປະຊຸມຈຶ່ງໄດ້ຕົກລົງປ່ຽນຊື່ແນວລາວອິດສະຫລະມາເປັນແນວລາວຮັກຊາດ ເພື່ອໃຫ້ສອດຄ່ອງກັບລັກສະນະຕໍ່ສູ້ໃນໄລຍະໃໝ່ ແລະ ປ່ຽນຊື່ໜັງສືພິມ “ລາວອິດສະຫລະ” ມາເປັນໜັງສືພິມ “ລາວຮັກຊາດ.”
ກອງປະຊຸມໃຫຍ່ໄດ້ຄັດເລືອກເອົາຄະນະກຳມະການສູນກາງແນວລາວຮັກຊາດ 47 ສະຫາຍ ໂດຍແມ່ນສະເດັດເຈົ້າ ສຸພານຸວົງ ເປັນປະທານ, ການສ້າງຕ້ັງແນວລາວຮັກຊາດ ໄດ້ເຮັດໃຫ້ເກີດມີແນວໂຮມທີ່ກວ້າງຂວາງກວ່າເກົ່າ, ພ້ອມນັ້ນ ກໍເປັນອົງການຈັດຕັ້ງເປີດເຜີຍຖືກົດໝາຍຂອງພັກປະຊາຊົນລາວ ເຊິ່ງໃນເວລານັ້ນພັກຍັງບ່ໍທັນມີເງ່ືອນໄຂເຄ່ືອນໄຫວເປີດເຜີຍ. ທຸກແຜນນະໂຍບາຍ ແລະ ນະໂຍບາຍຂອງພັກທັງຕ່ໍພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ຜ່ານແນວລາວຮັກຊາດເພ່ືອນຳພາ ແລະ ປຸກລະດົມທ່ົວປວງ ຊົນປະຕິບັດ.
ພາຍຫລັງແນວລາວຮັກຊາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການແລ້ວປະທານ ສຸພານຸວົງ ໄດ້ອອກຖະແຫລງການກ່ຽວກັບນະໂຍບາຍສັນຕິພາບເປັນກາງຂອງລາວ, ຮຽກຮ້ອງໃຫ້ພີ່ນ້ອງ ຮ່ວມຊາດໃນທົ່ວປະເທດລຸກຂຶ້ນຕໍ່ສູ້ຕ້ານຈັກກະພັດອາເມລິກາ, ຕ້າຍຝ່າຍພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກລູກມືທີ່ທຳລາຍສັນຍາເຊີແນວ ປີ 1954, ທວງໃຫ້ລັດຖະບານລາຊະອານາຈັກ ຕ້ອງຮ່ວມມືກັບຝ່າຍປະເທດລາວຢ່າງຈິງຈັງ ໃນການປະຕິບັດສັນຍາເຊີແນວ, ຮຽກຮ້ອງໃຫ້ກຳລັງປະຕິວັດເດັດດ່ຽວສູ້ຮົບປົກປັກຮັກສາ 2 ແຂວງ ເຕົ້າໂຮມ.
ໃນວັນທີ 20 ມັງກອນ 1956 ຢູ່ແຂວງຫົວພັນ ກໍໄດ້ຈັດກອງປະຊຸມໃຫຍ່ວິລະຊົນ ແລະ ນັກຮົບແຂ່ງຂັນຄັ້ງທີ I ຂຶ້ນ ທັງເປັນການສະເຫລີມສະຫລອງວັນ ຄົບຮອບ 7 ປີ ແຫ່ງການສ້າງຕັ້ງກອງທັບລາວອິດສະຫລະ. ກອງປະຊຸມດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບມີໄຊຂອງກອງທັບລາວອິດສະຫລະ. ຍ້ອນການຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນຂອງຝ່າຍປະເທດລາວ ພາໄປເຖິງການເຊັນສັນຍາວຽງຈັນ ປີ 1957 ສ້າງຕັ້ງລັດຖະບານປະສົມແຫ່ງຊາດຄັ້ງທີໜຶ່ງຂຶ້ນດ້ວຍການເຂົ້າຮ່ວມຂອງຕົວແທນແນວລາວຮັກຊາດ. ວັນທີ 19/11/1957 ລັດຖະບານປະສົມແຫ່ງຊາດໄດ້ເອົາສອງແຂວງ ເຕົ້າໂຮມເຂົ້າຮ່ວມລະບອບການປົກຄອງຂອງພະລາຊະອານາຈັກ ແລະ ເອົາກອງທະຫານຂອງຝ່າຍປະເທດລາວສອງກອງພັນຄື: ກອງພັນທີໜຶ່ງ ແລະ ກອງພັນທີ່ສອງເຂົ້າຮ່ວມຢູ່ໃນກອງທັບ ລາຊະອານາຈັກຕາມງົບປະມານອະນຸຍາດໃນການເຂົ້າຮ່ວມລັດຖະບານປະສົມ ຄັ້ງທີ 1 ພັກໄດ້ນຳພາການຕໍ່ສູ້ຢູ່ໃນລັດຖະສະພາຄື: ຈຳໃຫ້ລັດຖະບານປະສົມຕ້ອງປະກາດໃຊ້ລັດຖະທຳມະນູນ; ທວງໃຫ້ສ້າງກົດໝາຍວ່າດ້ວຍສິດເສລີພາບປະຊາທິປະໄຕ; ທວງໃຫ້ປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍ, ລະຫວ່າງຊົນເຜົ່າ; ທວງໃຫ້ສ້າງກົດໝາຍລົບລ້າງລະບອບກວາງລ່າມ; ກຳນົດຖານະຕົວໜັງສື ແລະ ພາສາລາວເປັນພາສາ ແລະ ອັກສອນທາງການຂອງຊາດ ແລະ ອື່ນໆ.
ຜົນຂອງການຈັດຕັ້ງລັດຖະບານປະສົມແຫ່ງຊາດ ແລະ ໄຊຊະນະໃນການເລືອກຕັ້ງເພີ່ມເຕີມເຂົ້າໃນສະພາຜູ້ແທນລາດຊະດອນ ກໍຄືການດັດແປງລັດຖະທຳມະນູນທ່ີກ່າວມານັ້ນ ໄດ້ເປັນໄຊຊະນະອັນສຳຄັນຂອງແນວທາງສັນຕິພາບເປັນກາງ, ເອກະລາດ ປະຊາທິປະໄຕ ເອກະພາບ ທີ່ຖືກຕ້ອງຂອງພັກ ແລະ ສອດຄ່ອງກັບຄວາມມຸ່ງມາດປາຖະໜາຂອງປະຊາຊົນບັນດາເຜົ່າ. ພ້ອມກັນນັ້ນ, ຍັງເປັນການສ້າງພື້ນຖານທາງດ້ານກົດໝາຍ ໃຫ້ແກ່ມະຫາຊົນເພື່ອສືບຕໍ່ການຕໍ່ສູ້ປົກປັກຮັກສາສັນຕິພາບ ແລະ ຄວາມກ້າວໜ້າທາງສັງຄົມ.
KPL