ສື່ມວນຊົນ ອາຊຽນ ຍົກລະດັບຄວາມຮູ້ ກ່ຽວກັບຄວາມປອດໄພຂອງເດັກ ຈາກສື່ອອນລາຍ

03/10/2024 20:40
Email Print 423
KPL ຂປລ. ວິທະຍຸກະຈາຍສຽງແຫ່ງຊາດ ແຫ່ງ ສສ ຫວຽດນາມ (VOV) ຈັດຝຶກອົບຮົມຍົກລະດັບຄວາມຮູ້ ໃນການເພີ່ມທະວີທັກສະການລາຍງານຂ່າວ ໃຫ້ສື່ມວນຊົນພາກພື້ນອາຊຽນ ກ່ຽວກັບຄວາມປອດໄພຂອງເດັກນ້ອຍ ຈາກສື່ອອນລາຍ ໃນວັນທີ 3-5 ຕຸລາ 2024 ຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໂດຍມີສື່ມວນຊົນຈາກ 10 ປະເທດອາຊຽນເຂົ້າຮ່ວມ.



ຂປລ.  ວິທະຍຸກະຈາຍສຽງແຫ່ງຊາດແຫ່ງ ສສ ຫວຽດນາມ (
VOV) ຈັດຝຶກອົບຮົມຍົກລະດັບຄວາມຮູ້ ໃນການເພີ່ມທະວີທັກສະການລາຍງານຂ່າວ ໃຫ້ສື່ມວນຊົນພາກພື້ນອາຊຽນ ກ່ຽວກັບຄວາມປອດໄພຂອງເດັກນ້ອຍ ຈາກສື່ອອນລາຍ ໃນວັນທີ 3-5 ຕຸລາ 2024 ຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໂດຍມີສື່ມວນຊົນຈາກ 10 ປະເທດອາຊຽນເຂົ້າຮ່ວມ.




ໂອກາດນີ້
, ທ່ານ ໂງ ມິນ ຫຽນ(Ngo Minh Hien) ຮອງຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງຊາດ ສສ ຫວຽດນາມ ໄດ້ມີ​ຄໍາ​ເຫັນວ່າ: ຊຸດຝຶກອົບຮົມໃນຄັ້ງນີ້, ຈັດຂຶ້ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ສື່ມວນຊົນ ຂອງບັນດາປະເທດສະມາຊິກອາຊຽນ ກໍຄື ບັນດາສື່ມວນຊົນລາວ ທີ່ເຂົ້າຮ່ວມໃນຄັ້ງນີ້, ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບ ຄວາມປອດໄພຂອງເດັກນ້ອຍ ໃນສື່ອອນລາຍ, ທັກສະ ການຜະລິດຂ່າວ, ການສົ່ງເສີມການຮ່ວມມື ແລະ ການສ້າງເຄືອຂ່າຍ ໃນການແລກປ່ຽນໃນອະນາຄົດ ແລະ ອື່ນໆ ເນື່ອງຈາກວ່າ ປັດຈຸບັນ, ສື່ສັງຄົມອອນລາຍ ມີຄວາມສຳຄັນຫລາຍຕໍ່ເດັກນ້ອຍ ແລະ ໄວໜຸ່ມ ເຊິ່ງມີທັງດ້ານດີ ແລະ ດ້ານບໍ່ດີ. ສະນັ້ນ, ສື່ມວນຊົນ ຈະເຮັດແນວໃດ ເພື່ອປົກປ້ອງເດັກນ້ອຍ ​ໃຫ້ມີຄວາມປອດໄພ ຈາກການໃຊ້ສື່ສັງຄົມອອນລາຍ, ທັງ​ນີ້ ​ເພື່ອແນໃສ່ເຮັດໃຫ້ ສື່ມວນຊົນໃນອາຊຽນນຳເອົາຄວາມຮູ້, ບົດຮຽນທີ່ຖອດຖອນໄດ້ໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ວຽກງານວີຊາສະເພາະຂອງຕົນ ໃຫ້ປະສົບຜົນສຳເລັດ ຕາມການມອບໝາຍ. ພ້ອມນີ້, ທັງເປັນການຮັດແໜ້ນ ການພົວພັນຮ່ວມມືວຽກງານສື່ມວນຊົນ ຂອງບັນດາ ປະເທດສະມາຊິກອາຊຽນ ໃນການຜະລິດຂ່າວທີ່ປອດໄພສຳລັບເດັກນ້ອຍ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ.




ຊຸດຝຶກອົບຮົມໃນຄັ້ງນີ້
, ສຳມະນາກອນ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນກັບບັນດາ ວິທະຍາ ກອນ ແລະ ແລກປ່ຽນຄຳຄິດຄຳເຫັນ, ຄວາມຮູ້ເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ  ດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ.

ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ


Top