KPL
ຂປລ. ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ສູນກາງສະຫະພັນແມ່ຍິງລາວ ຈັດຝຶກອົບຮົມໃນຫົວຂໍ້ “ສ້າງສະພາບແວດລ້ອມທາງໄຊເບີທີ່ປອດໄພ ແລະ ເຂັ້ມແຂງ ສຳລັບແມ່ຍິງໃນອາຊຽນ” ໃນວັນທີ 26 ກັນຍາ 2024 ຢູ່ ນະຄອນຫລວງວຽງຈັນ
ຂປລ. ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ສູນກາງສະຫະພັນແມ່ຍິງລາວ ຈັດຝຶກອົບຮົມໃນຫົວຂໍ້ “ສ້າງສະພາບແວດລ້ອມທາງໄຊເບີທີ່ປອດໄພ ແລະ ເຂັ້ມແຂງ ສຳລັບແມ່ຍິງໃນອາຊຽນ” ໃນວັນທີ 26 ກັນຍາ 2024 ຢູ່ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກຕສ, ທ່ານ ນາງ ເມເເກັນ ຈອນສ໌ ເອກະອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ມີກະຊວງອ້ອມຂ້າງ ທີ່ເຮັດວຽກຕິດພັນ, ມີຕາງໜ້າຈາກປະເທດໄທ, ກໍາປູເຈຍ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກຕສ ໄດ້ມີຄໍາເຫັນວ່າ: ການຝຶກອົບຮົມໃນຄັ້ງນີ້ ແນໃສ່ຍົກສູງຄວາມຮູ້ ແລະ ເສີມສ້າງທັກສະດ້ານເຕັກນິກວິຊາການໃຫ້ກັບແມ່ຍິງ ໃນການປ້ອງກັນຕົນເອງ ແລະ ຕອບໂຕ້ຕໍ່ການຫລອກລວງທາງອອນລາຍ, ມີສະຕິຕໍ່ການນຳໃຊ້ອິນເຕີເນັດ ໂດຍສະເພາະຫລີກລ່ຽງ ການຖືກຕົວະຍົວະ, ຫລອກລວງ ແລະ ສະແຫວງຫາຜົນປະໂຫຍດ ທາງສື່ອອນລາຍ ແລະ ການຖືກຂົ່ມຂູ່ຕ່າງໆທາງອອນລາຍ. ພ້ອມນີ້, ກໍເພື່ອເປີດໂອກາດ ແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງລາວໄດ້ມີສ່ວນຮ່ວມ ແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນກັບແມ່ຍິງ ຕາງໜ້າຈາກ ປະເທດອາຊຽນ ເພື່ອຮັບປະກັນ ການກຽມພ້ອມຮັບມື ແລະ ປ້ອງກັນໄພອັນຕະລາຍຕ່າງໆ ທີ່ອາດຈະເກີດຂຶ້ນ ໂດຍສະເພາະໃນໄລຍະທີ່ ສປປ ລາວ ເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ປີ 2024 ແລະ ນໍາເອົາບົດຮຽນ, ຄວາມຮູ້, ປະສົບການທີ່ໄດ້ຖອດຖອນ ຈາກການເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ໄປນຳໃຊ້ເຂົ້າໃນ ການດຳລົງຊີວິດໂຕຈິງຂອງຕົນ ພ້ອມທັງສົ່ງຕໍ່ຄວາມຮູ້ດັ່ງກ່າວ ໃຫ້ຄົນອ້ອມຂ້າງ ມີສະຕິລະວັງຕົວ ແລະ ພ້ອມກັນສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພສຳລັບທຸກຄົນໃນສັງຄົມ.
ພ້ອມນັ້ນ, ຍັງເປັນການສົ່ງເສີມ ການສ້າງທັກສະຄວາມສາມາດ ແລະ ແລກປ່ຽນຄວາມຮູ້ລະ ຫວ່າງ ເອື້ອຍນ້ອງແມ່ຍິງລາວ ແລະ ບັນດາປະເທດອ້ອມຂ້າງກັບຊ່ຽວຊານ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈອັນລະອຽດ ກ່ຽວກັບໄພຄຸກຄາມຕ່າງໆທາງໄຊເບີ, ພ້ອມທັງຫາແນວທາງ ແລະ ມາດຕະການໃນການປົກປ້ອງ, ສ້າງກົນໄກການຮ່ວມມື ແລະ ການເຊື່ອມໂຍງທີ່ບໍ່ມີພົມແດນ.
ຂ່າວ-ພາບ: ກຕສ
KPL