KPL
ເຊເວັ່ນ ອີເລຟເວັ່ນ ໃນ ສປປ.ລາວ ເຊິ່ງບໍລິຫານໂດຍ ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ດໍາເນີນທຸລະກິດໂດຍຍຶດໝັ້ນ “ຄ່ານິຍົມ 3 ປະໂຫຍດ” ຂອງເຄືອຈະເລີນໂພກກະພັນ (Charoen Pokphand Group).
*ເຊເວັ່ນ ອີເລຟເວັ່ນ ໃນ ສປປ.ລາວ ເຊິ່ງບໍລິຫານໂດຍ ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ດໍາເນີນທຸລະກິດໂດຍຍຶດໝັ້ນ “ຄ່ານິຍົມ 3 ປະໂຫຍດ” ຂອງເຄືອຈະເລີນໂພກກະພັນ (Charoen Pokphand Group) ຄືສ້າງປະໂຫຍດໃຫ້ປະເທດ, ປະຊາຊົນ ແລະ ອົງກອນ ແລະ ຂັບເຄື່ອນນະໂຍບາຍແບບຍືນຍົງໂດຍສະເພາະການ “ສ້າງຄົນ” ເພື່ອຮ່ວມພັດທະນາເສດຖະກິດ ແລະ ສັງຄົມລາວໃຫ້ເຕີບໃຫຍ່ແບບຍືນຍົງ.
ໜຶ່ງໃນໂຄງການສ້າງຄົນທີ່ ຊີພີ ອໍລ໌ ດຳເນີນການກໍຄື ໂຄງການທຶນການສຶກສາ ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ເພື່ອ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (CP ALL SCHOLARSHIP FOR LAOS) ທີ່ດຳເນີນການມາຕັ້ງແຕ່ປີ 2019 ຕໍ່ເນື່ອງມາເປັນປີທີ 6 ແລ້ວ ໂດຍໃຫ້ນັກສຶກສາລາວເຂົ້າມາສຶກສາຕໍ່ໃນສາຂາວິຊາການຈັດການທຸລະກິດການຄ້າສະໄໝໃໝ່ ທີ່ສະຖາບັນການຈັດການປັນຍາພິວັດ (ພີໄອເອັມ) ສະຖາບັນການສຶກສາເພື່ອສັງຄົມໃນກຸ່ມ ຊີພີ ອໍລ໌ ໃນລະດັບປະລິນຍາຕີພາກພາສາໄທ ແລະ ພາສາອັງກິດ ແລະ ປະລິນຍາໂທດ້ານບໍລິຫານທຸລະກິດ ລວມປິລະ 60 ທຶນ.
ທ່ານ ໄຊໂຣດ ທິວັດໝັ້ນຈະເລີນ Managing Director International ຂອງ ຊີພີ ອໍລ໌ກ່າວວ່າ ການສຶກສາເປັນພື້ນຖານຂອງການພັດທະນາຊັບພະຍາກອນມະນຸດ ປັດຈຸບັນມີນັກສຶກສາລາວຈາກໂຄງການນີ້ສຳເລັດການສຶກສາແລ້ວ 48 ຄົນ ແລະ ກາຍມາເປັນກໍາລັງຫຼັກຂອງ ຊີພີ ອໍລ໌ ລາວ 19 ຄົນ ສ່ວນທີ່ເຫຼືອເຖິງແມ່ນວ່າຈະບໍ່ໄດ້ຮ່ວມງານກັບບໍລິສັດ ແຕ່ກໍໄດ້ກັບໄປເປັນກຳລັງສຳຄັນໃນການພັດທະນາປະເທດໃຫ້ເດີນໜ້າໄປຕາມນະໂຍບາຍທີ່ລັດຖະບານລາວໄດ້ວາງໄວ້.
#ພີໄອເອັມ ເປັນມະຫາວິທະຍາໄລແຫ່ງເຄືອຂ່າຍ (Network University) ທີ່ຈັດການຮຽນການສອນໃນຮູບແບບ Work-based Education ຄືຮຽນໄປນຳເຮັດວຽກໄປນຳນັກສຶກສາຈະໄດ້ເຝິກປະຕິບັດງານ ກັບສະຖານປະກອບການຊັ້ນນຳເຊິ່ງເປັນເຄືອຂ່າຍຂອງມະຫາວິທະຍາໄລທັງພາຍໃນ ແລະ ພາຍນອກ ເຄືອຈະເລີນໂພກກະພັນເພື່ອເກັບກ່ຽວປະສົບການຈິງ ກຽມພ້ອມເປັນບັນດິດທີ່ກົງກັບຄວາມຕ້ອງການຂອງຕະຫຼາດແຮງງານ.
ນາງ ອ່ອນຈັນ ວົງມາລາ ນັກສຶກສາຮຸ່ນທໍາອິດທີ່ໄດ້ຮັບທຶນເມື່ອປີ 2019 ແລະ ສໍາເລັດການສຶກສາກັບມາເປັນຂຸມກຳລັງຮຸ່ນບຸກເບີກຂອງ ເຊເວັ່ນ ອີເລຟເວັ່ນ ລາວ ຕັ້ງແຕ່ເປີດສາຂາທຳອິດສຸພານຸວົງ ອະເວນິວ ເມື່ອເດືອນ ກັນຍາ 2023 ແລະ ປັດຈຸບັນເຮັດວຽກຕໍາແໜ່ງຜູ້ຊ່ວຍຜູ້ຈັດການຮ້ານ ກ່າວວ່າ ການຮຽນໄປນໍາເຝິກງານໄປນໍາເຮັດໃຫ້ມີທັກສະໃນການເຮັດວຽກຫຼາຍຂຶ້ນ ແລະ ຍັງໄດ້ຮັບຄ່າຕອບແທນໃນລະຫວ່າງເຝິກງານ ເຮັດໃຫ້ບໍ່ຕ້ອງເດືອດຮ້ອນຄອບຄົວເລື່ອງຄ່າໃຊ້ຈ່າຍ.
*** ອ່ານຕໍ່ສະບັບໜ້າ ***
ໂດຍ: ເກີດຂວັນໃຈ ມາລີຈັນສີ
KPL