ພີໄອເອັມ ມອບທຶນໃຫ້ນັກສຶກສາລາວ 60 ທຶນຕໍ່ປີ ເພື່ອຮຽນຕໍ່ໃນປະເທດໄທ

20/09/2024 08:51
Email Print 156
KPL ດັ່ງທີ່ຮູ້ນໍາກັນພວກເຮົາມາເຮັດທຸລະກິດຢູ່ທີ່ນີ້ ເພື່ອຕັ້ງໃຈປະກອບສວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມລາວ.

...ຕໍ່ຈາກສະບັບກ່ອນ... ດັ່ງທີ່ຮູ້ນໍາກັນພວກເຮົາມາເຮັດທຸລະກິດຢູ່ທີ່ນີ້ ເພື່ອຕັ້ງໃຈປະກອບສວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມລາວ, ສ້າງວຽກເຮັດງານທໍາໃຫ້ຄົນລາວ, ສ້າງໂອກາດດີເຮັດໃຫ້ຄົນລາວໄດ້ເຂົ້າ ເຖິງການສຶກສາ, ສ້າງທັກສະວິຊາອາຊີບໃຫ້ຄົນລາວມີຄວາມຊໍານິຊໍານານ ແລະ ອື່ນໆ ເພື່ອສ້າງຄວາມເຂັ້ມແຂງທີ່ຍືນຍົງ.

ຜ່ານມາເຖິງແມ່ນວ່າມີຂ່າວເສດຖະກິດຂອງລາວພົບບັນຫາຫຍຸ້ງຍາກເງິນເຟີ້ ແລະ ຄ່າຄອງຊີບແພງແຕ່ພວກເຮົາເຊື່ອໝັ້ນວ່າເສດຖະກິດຂອງລາວຍັງມີທ່າແຮງບົ່ມຊ້ອນສູງ ແລະ ຈະຟື້ນຕົວຢ່າງວ່ອງໄວ ແຕ່ສິ່ງສຳຄັນຄົນລາວມີຈິດໃຈດີງາມເອື້ອເຜື້ອເພື່ອແຜ່, ມີນ້ຳໃຈອົດທົນ ແລະ ຍີ້ມແຍ້ມແຈມໃສດີຍົກຕົວຢ່າງນ້ອຍໆມີພະນັກງານເປັນຄົນລາວທີ່ເຂົ້າມາເຮັດວຽກຢູ່ຮ້ານສະດວກຊື້ 7-Eleven ຕາມສາຂາຕ່າງໆ ເຊິ່ງເຂົາເຈົ້າມີຄວາມເອົາໃຈໃສ່ ຫ້າວ ຫັນ ເຊື່ອຟັງ ແລະ ອົດທົນຫລາຍ, ສ່ວນຜູ້ໄດ້ຮັບທຶນການສຶກສາມາຮຽນຢູ່ໄທກໍລ້ວນແຕ່ເປັນຄົນມີຄວາມຕັ້ງໃຈຮໍ່າຮຽນ,ຮຽນດີຮຽນເກ່ັງຈົນກາຍເປັນນັກຮຽນໄດ້ຮັບກຽດນິຍົມອັນດັບທີ 1 ຢູ່ສະຖານບນັ້ນ, ລອງວາດພາບເບິ່ງວ່າມີນັກຮຽນຫລາຍພັນຄົນຈາກຕ່າງປະເທດມາຮຽນທີ່ນີ້, ບໍ່ແມ່ນເລື່ອງງ່າຍ ແຕ່ນັກຮຽນຈາກລາວຍາດໄດ້ນັກຮຽນດີຮຽນເກັ່ງ ຖືວ່າສຸດຍອດແລ້ວ. ປັດຈຸບັນນີ້, ຮ້ານສະດວກ 7-Eleven ເປັນສ່ວນໜຶ່ງທຸລະກິດຂອງພວກເຮົາກຳລັງດໍາເນີນຢູ່ ສປປ ລາວ ເຊິ່ງເຕີບໃຫຍ່ຂະຫຍາຍຕົວດ້ວຍຄຸນນະພາບ ແລະ ຄວາມເຊື່ອໝັ້ນສູງພໍສົມຄວນຈາກຈຸດເລີ່ມຕົ້ນພຽງ 1 ສາຂາແລ້ວ ສືບຕໍ່ຂະຫຍາຍຂຶ້ນຕື່ມ ເຖິງ 6-7 ຮ້ານ ຫລື ສາຂາ ແລະ ຈະສືບຕໍ່ຂະຫຍາຍໄປບັນດາແຂວງຕ່າງໆ ທີ່ມີທ່າແຮງບົ່ມຊ້ອນເພື່ອຮັບປະກັນວ່າປະຊາຊົນລາວບັນດາເຜົ່າ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຈະໄດ້ຮັບໂອກາດການເຂົ້າເຖິງສິນຄ້າທີ່ມີຄຸນນະພາບສູງມາດຕະຖານສາກົນ ແລະ ຄາລາສົມເຫດສົມຜົນ.

ດ້ວຍເຫດນັ້ນພວກເຮົາກໍ ມີຄວາມຈໍາເປັນຕ້ອງຜະລິດ ແລະ ສ້າງບຸກຄະລາກອນທີ່ມີຄຸນນະພາບໄປຄວບຄວບຄູ່ກັນ ເພື່ອຮອງຮັບການຂະຫຍາຍຕົວຢ່າງມີໄລຍະສໍາຄັນ. ໃນອະນາຄົດ ສປປ ລາວ ມີເສັ້ນທາງລົດໄຟລາວ-ຈີນ, ມີຂົວຂ້າມແມ່ນ້ຳຂອງຫລາຍແຫ່ງ, ມີເສັ້ນທາງສາຍການບິນຫລາຍສາຍ ແລະ ມີການລົງທຶນກັບສາກົນ ເພີ່ມຂຶ້ນເລື້ອຍໆນັ້ນ ຈະຊ່ວຍສ້າງໂອກາດດີຢ່າງແນ່ນອນ ແລະ ເສດຖະກິດຂອງລາວຈະຄ່ອຍໆເຂັ້ມແຂງ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ປີ 2023 ມູນຄ່າການຄ້າ ລະຫວ່າງ ອາຊຽນ-ຮົງກົງ ປະຕິບັດໄດ້ 117,4 ຕື້ໂດລາອາຊຽນ ASEAN

      ປີ 2023 ມູນຄ່າການຄ້າ ລະຫວ່າງ ອາຊຽນ-ຮົງກົງ ປະຕິບັດໄດ້ 117,4 ຕື້ໂດລາ

      9/20/2024 3:18:52 PM

      ຂປລ. ອາຊຽນ ແລະ ຮົງກົງ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ. ໃນປີ 2023, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ຮົງກົງ ມີມູນຄ່າ 117,4 ຕື້ໂດລາສະຫະລັດ, ກວມເອົາ 3,3% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ເຮັດໃຫ້ ຮົງກົງ ເປັນຄູ່ຄ້າອັນດັບທີ 11 ຂອງອາຊຽນ.

    • ອາຊຽນ ແລະ ອັງກິດ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານອາຊຽນ ASEAN

      ອາຊຽນ ແລະ ອັງກິດ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ

      9/20/2024 2:45:07 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ອັງກິດ ຄັ້ງທີ 4 ຈັດຂຶ້ນ, ໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ດູກຣາດ ອາເລັກຊານເດີ (Douglas Alexander) ລັດຖະມົນຕີ ກະຊວງທຸລະກິດ ແລະ ການຄ້າ ຂອງອັງກິດ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ທ່ານ ເລຂາທິການໃຫຍ່ອາຊຽນ, ທ່ານ ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ບັນດາຜູ້ແທນອາຊຽນເຂົ້າຮ່ວມ.

    • ອາຊຽນ-ສະວິດ ເປັນຄູ່ຮ່ວມມືດ້ານເສດຖະກິດ ທີ່ມີການເຊື່ອມໂຍງການຄ້າ-ການລົງທຶນທີ່ເຂັ້ມແຂງອາຊຽນ ASEAN

      ອາຊຽນ-ສະວິດ ເປັນຄູ່ຮ່ວມມືດ້ານເສດຖະກິດ ທີ່ມີການເຊື່ອມໂຍງການຄ້າ-ການລົງທຶນທີ່ເຂັ້ມແຂງ

      9/20/2024 2:18:19 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະວິດ ຄັ້ງທີ 3 ຈັດຂຶ້ນໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເຮເລັນ ບັດລິເກີ ອາຕີດາ (Helene Budliger Artieda) ລັດຖະມົນຕີກະຊວງເສດຖະກິດການສຶກສາ ແລະ ການຄົ້ນຄວ້າ ຂອງປະເທດສະວິດ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ບັນດາຄະນະຜູ້ແທນ ທີ່ຈາກປະເທດອາຊຽນ ເຂົ້າຮ່ວມ.

    • ອາຊຽນ-ຣັດເຊຍ ຫາລືການເພີ່ມທະວີການ ຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນອາຊຽນ ASEAN

      ອາຊຽນ-ຣັດເຊຍ ຫາລືການເພີ່ມທະວີການ ຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນ

      9/20/2024 2:11:28 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຣັດເຊຍ ຄັ້ງທີ 13 ຈັດຂຶ້ນໃນວັນທີ 19 ກັນຍາ 2024 ທີ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາກະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ວາລາດິເມຍ ອິລິເຊບ (Vladimir IIyichev) ຮອງລັດຖະມົນຕີ ກະຊວງພັດທະນາເສດຖະກິດ ຂອງສະຫະພັນຣັດເຊຍ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ຫົວໜ້າຄະນະຜູ້ແທນ ຈາກປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

    • ລາວ-ອາເມລິກາ ປຶກສາຫາລືກ່ຽວກັບການຄ້າສອງຝ່າຍອາຊຽນ ASEAN

      ລາວ-ອາເມລິກາ ປຶກສາຫາລືກ່ຽວກັບການຄ້າສອງຝ່າຍ

      9/20/2024 2:02:44 PM

      ຂປລ. ໃນວັນທີ 18 ກັນຍາ 2024 ຜ່ານມາ, ທີ່ນະຄອນຫລວງວຽງຈັນ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ຊາຣາ ແອວເລີມາ (Sarah Ellerma) ຜູ້ຊ່ວຍຜູ້ຕາງໜ້າການຄ້າອາເມລິກາ ປະຈຳອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ ພ້ອມຄະນະ ໃນໂອກາດທີ່ເດີນມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ-ສະຫະລັດອາເມລິກາ ກໍຄື ກອງປະຊຸມປິ່ນອ້ອມຂອງ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ທີ່ ສປປ ລາວ ເປັນເຈົ້າພາບ.


Top