ສະພາການຄ້າຈີນປະຈໍາ ລາວ ມອບເງິນ ຊ່ວຍເຫລືອໄພພິບັດນໍ້າຖ້ວມ 2024

03/10/2024 20:22
Email Print 203
KPL ຂປລ. ໃນວັນທີ 2 ຕຸລາ 2024 ນີ້, ສະພາການຄ້າຈີນປະຈໍາ ສປປ ລາວ ແລະ ສະພາການຄ້າຈີນຢຸນໜານ ແຂວງຫູໜານ ສປ ຈີນ ໄດ້ມອບເງິນຊ່ວຍເຫລືອໄພພິບັດນໍ້າຖ້ວມ 2024 ຢູ່ ສປປ ລາວ ຈໍານວນທັງໝົດ 1,4 ຕື້ກີບ ຕາງໜ້າຮັບໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ຕາງໜ້າມອບໂດຍ ທ່ານ ມາ ຢູ ຫລົງ ປະທານປະຕິບັດວຽກງານ, ເລຂາທິການສະພາການຄ້າຈີນ ພ້ອມດ້ວຍຄະນະ.




ຂປລ. ໃນວັນທີ
2 ຕຸລາ 2024 ນີ້, ສະພາການຄ້າຈີນປະຈໍາ ສປປ ລາວ ແລະ ສະພາການຄ້າຈີນຢຸນໜານ ແຂວງຫູໜານ ສປ ຈີນ ໄດ້ມອບເງິນຊ່ວຍເຫລືອໄພພິບັດນໍ້າຖ້ວມ 2024 ຢູ່ ສປປ ລາວ ຈໍານວນທັງໝົດ 1,4 ຕື້ກີບ ຕາງໜ້າຮັບໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ຕາງໜ້າມອບໂດຍ ທ່ານ ມາ ຢູ ຫລົງ ປະທານປະຕິບັດວຽກງານ, ເລຂາທິການສະພາການຄ້າຈີນ ພ້ອມດ້ວຍຄະນະ.




ໃນໂອກາດນີ້
, ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຂອບໃຈ, ຮູ້ບຸນຄຸນ ແລະ ຊົມເຊີຍມາ​ຍັງ ສະພາການຄ້າຈີນປະຈໍາ ສປປ ລາວ ແລະ ສະພາການຄ້າຈີນຢຸນໜານ ແຂວງຫູໜານ ທີ່ໄດ້ມີຈິດໃຈມະນຸດສະທໍາ, ເອື້ອເຟື້ອເຜື່ອແຜ່ໃຫ້ການຊ່ວຍເຫລືອປະຊາຊົນ ຜູ້ປະສົບໄພພິບັດ​ທາງ​ທໍາ​ມະ​ຊາດໃນຄັ້ງນີ້ ຊຶ່ງການຊ່ວຍເຫລືອດັ່ງກ່າວ ແມ່ນສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການ ຂອງສະພາບການຕົວຈິງໃນປັດຈຸບັນ, ເປັນການເສຍສະລະ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ພ້ອມນີ້, ທ່ານລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຍັງໄດ້ສະ​ແດງ​ຄວາມຢືນຢັນວ່າ ຈະນໍາເອົາການຊ່ວຍເຫລືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ​ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫລືອບັນເທົາທຸກ ໃຫ້ແກ່ຜູ້ປະສົບໄພດ້ວຍຄວາມໂປ່ງໃສ, ທົ່ວເຖິງ ແລະ ຖືກເປົ້າໝາຍຢ່າງແທ້ຈິງ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ


Top