ຖວທ 4 ແຂວງພາກໃຕ້ ແລກປ່ຽນ ບົດຮຽນກັບໜັງສືພິມບິ່ງດິ້ງ

03/10/2024 14:53
Email Print 223
KPL ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ວັນທີ 2 ຕຸລາ 2024, ຄະນະນໍາ ແລະ ພະນັກງານຂະແໜງຖະແຫລງຂ່າວ-ສື່ມວນຊົນ ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) 4 ແຂວງພາກໃຕ້ ຂອງ ສປປ ລາວ

 

    ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ວັນທີ 2 ຕຸລາ 2024, ຄະນະນໍາ ແລະ ພະນັກງານຂະແໜງຖະແຫລງຂ່າວ-ສື່ມວນຊົນ ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) 4 ແຂວງພາກໃຕ້ ຂອງ ສປປ ລາວ ຄື: ແຂວງເຊກອງ, ສາລະວັນ, ຈໍາປາສັກ ແລະແຂວງອັດຕະປື ໄດ້ເຄື່ອນໄຫວຢ້ຽມຢາມ, ພົບປະ ແລະແລກປ່ຽນບົດຮຽນ ກັບໜັງສືພິມບິ່ງດິ້ງ ແຂວງບິ່ງດິ້ງ ສສ ຫວຽດນາມ ໂດຍມີທ່ານ ນາງ ຫງວຽນ ທິບິກເຊືອງ ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມບິ່ງດິ້ງ ພ້ອມຄະນະໃຫ້ການຕ້ອນຮັບ. ໃນນີ້, ສະເພາະແຂວງເຊກອງ ນໍາພາໂດຍທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກ ຖວທ ແຂວງ.
    ໂອກາດນີ້
, ທ່ານ ນາງ ຫງວຽນ ທິ ບິກເຊືອງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະສື່ມວນຊົນ 4 ແຂວງພາກໃຕ້ລາວ ແລະ ລາຍງານຍົກໃຫ້ເຫັນເຖິງພາລະບົດບາດ, ສິດ ແລະ ໜ້າທີ່ ຂອງໜັງສືພິມ ໃນການປະຕິບັດໜ້າທີ່ເປັນກະບອກສຽງໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆທັງພາຍໃນ ແລະ ຕ່າງປະເທດ ອອກສູ່ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ. ໜັງສືພິມບິ່ງດິ້ງ ໄດ້ພິມອອກຈຳໜ່າຍຈຳນວນ 4.000 ສະບັບ/ວັນ, ປັດຈຸບັນນີ້ ມີ 20 ຄໍລໍາ. ໃນນີ້, ໄດ້ມີຄໍລໍາກ່ຽວກັບການເມືອງ, ກໍ່ສ້າງພັກ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ອື່ນໆ. ນອກຈາກນີ້, ຍັງມີໜັງສືພິມເອເລັກໂຕຣນິກ.
    ຫລັງຈາກນັ້ນ
, ສອງຝ່າຍກໍໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບຜະລິດຂ່າວ -ບົດ, ການອອກແບບ-ຈັດໜ້າໜັງສືພິມ, ການນໍາສະເໜີຂ່າວຜ່ານສື່ເອເລັກໂຕຣນິກ (ເວັບໄຊ ແລະເຟສບຸກ) ແລະ ອື່ນໆ ເພື່ອໃຫ້ສາມາດດຶງດູດມວນຊົນເຂົ້າອ່ານຫລາຍຂຶ້ນ.

ຂ່າວ: ສັນຍາ

KPL

ຂ່າວອື່ນໆ


Top