ເກີດເຫດກຳປັ່ນຫລົ້ມໃນ ນິເຊຣີ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 60 ຄົນ

04/10/2024 14:25
Email Print 204
KPL ກຳປັ່ນ ມີຜູ້ໂດຍ ສານສ່ວນຫລາຍແມ່ນ ແມ່ຍິງ ແລະ ເດັກນ້ອຍ ພວມເດີນທາງກັບມາຈາກ ເທດສະການ ທາງສາສະໜາ ທີ່ຈັດຂຶ້ນໃນລັດ ໄນເຈີ ທາງພາກເໜືອ ຂອງປະເທດນີ້ ເກີດອຸບັດເຫດຫລົ້ມ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 60 ຄົນ

ຂປລ. ອ້າງ​ຕາມ​ຂ່າວ ນິ​ເຊຣີ, ວັນ​ທີ 3 ຕຸລານີ້, ​ເຈົ້າ​ໜ້າ​ທີ່ ທ້ອງ​ຖິ່ນ ​ໄນ​ເຊຣີ ກ່າວ​ວ່າ: ກຳ​ປັ່ນ​ ມີ​ຜູ້​ໂດ​ຍ ສານ​ສ່ວນ​ຫລາຍ​ແມ່ນ ແມ່ຍິງ ​ແລະ ​ເດັກນ້ອຍ ພວມ​ເດີນທາງ​ກັບ​ມາ​ຈາກ ​ເທດສະການ​ ທາງສາສະໜາ ທີ່​ຈັດ​ຂຶ້ນ​ໃນ​ລັດ ​ໄນ​ເຈີ ທາງ​ພາກ​ເໜືອ​ ຂອງ​ປະ​ເທດ​ນີ້ ​ເກີດ​ອຸບັດ​ເຫດ​ຫລົ້ມ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 60 ຄົນ ແລະ  ສາມາດ​ຊ່ວຍ​ເຫລືອ​ ຜູ້​ທີ່ຢູ່​​ໃນ​ກຳ​ປັ່ນ​ ໄດ້​ປະມານ 160 ຄົນ ຈາກ​ຈຳນວນ ​ຜູ້​ໂດຍສານ ​ເກືອບ 300 ຄົນ. ກຳ​ປັ່ນ ຂ້າມຝາກ (​ເຟີຣີ) ລຳ​ດັ່ງກ່າວ ​​ໄດ້​ຫລົ້ມ​ໃນ​ແມ່​ນໍ້າ ​ໄນ​ເຈີ ​ໃກ້​ກັບ ​ຊຸມ​ຊົນ ກາ​ບາ​ຈີ​ໂບ.

ກຳ​ປັ່ນ​ລຳ​ດັ່ງກ່າວ ​ເດີນທາງ​ຈາກ​ເມືອງ ມຸນ​ດີ ຊຶ່ງ​ມີ​ການຈັດ​ງານ​ ສະຫລອງ ​ເມົາ​ລິ​ດົນ​ບີ ​ເປັນ​ວັນ​ແຫ່ງ​ການ​ຍົກ​ຍ່ອງ ວັນ​ເກີດ ​ທ່ານ ນະ​ບີ​ມູຮຳ ​ໃນ​ສາສະໜາ ອິສະລາມ ກັບ​ມາ​ຍັງ ຊຸມ​ຊົນ ບາ​ຈິ​ໂບ ​ແລະ ​ເກີດ​ອຸ​ບັດ​ເຫດ​ຂຶ້ນ. ​ໂດຍ​ໜ່ວຍ​ ປະຕິບັດ​ການ ​ຊ່ວຍ​ເຫລືອ ຍັງຄົງ​ດຳ​ເນີນການ​ຢູ່ ​ໃນຂະນະ​ນີ້ ,ສ່ວນ​ສາ​ເຫດ​ຕົ້ນຕໍ ພວມ​ຢູ່​ ໃນຂະບວນການ ​ສືບສວນ ສອບສວນ ​ຂອງ​ເຈົ້າ​ໜ້າ​ທີ່ກ່ຽວຂ້ອງແລ້ວ./.

KPL

ຂ່າວອື່ນໆ


Top