KPL
ຂປລ. ຕອນບ່າຍວັນທີ 26 ກັນຍາ 2024 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ເຂົ້າຢ້ຽມຂໍ່ານັບ ໃນໂອກາດເດີນທາງ ມາເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ (ADSOM ແລະ ADSOM-Plus) ທີ່ນະຄອນ ຫລວງວຽງຈັນ ສປປ ລາວ ໃນລະຫວ່າງວັນທີ 24-27 ກັນຍາ 2024 ນີ້.

ໂອກາດນີ້, ທ່ານ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ ໃນນາມປະທານກອງປະຊຸມດັ່ງກ່າວ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຜົນສຳເລັດ ຂອງກອງປະຊຸມເຈົ້າໜ້າທີ່ ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ໃຫ້ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຮັບຊາບ.
ໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມດັ່ງກ່າວ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ຂອງກອງປະຊຸມ ເຈົ້າໜ້າທີ່ອາວຸໂສປ້ອງກັນ ປະເທດອາຊຽນ ແລະ ອາຊຽນ-ບວກ ທີ່ດຳເນີນໄປດ້ວຍບັນຍາການເບິກບານມ່ວນຊື່ນ, ສ້າງ ສັນ ແລະ ເຕັມໄປດ້ວຍເນື້ອໃນ ທີ່ເປັນພື້ນຖານອັນສໍາຄັນ ໃຫ້ແກ່ການກະກຽມດຳເນີນ ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ ຄັ້ງທີ 18 ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ-ບວກ ຄັ້ງທີ 11 ທີ່ຈະຈັດຂຶ້ນໃນເດືອນພະຈິກ ທີ່ຈະມາເຖິງນີ້. ພ້ອມກັນນັ້ນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ບັນດາປະເທດອາຊຽນ ແລະ ອາຊຽນ-ບວກ ທີ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດອາຊຽນ ໃນປີ 2024 ນີ້ ໃຫ້ມີຜົນສຳເລັດຢ່າງຈົບງາມ.
KPL