ນາຍົກລັດຖະມົນຕີ ເດີນທາງເຂົ້າຮ່ວມກອງປະຊຸມ ອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ອົງການ ສປຊ

26/09/2024 16:42
Email Print 440
KPL ຂປລ. ໃນວັນທີ 25 ກັນຍາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງນິວຢອກ, ສ ອາເມລິກາ ເພື່ອເຂົ້າຮ່ວມກອງປະຊຸມອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 79 ເຊິ່ງມີເເຜນຈະຂຶ້ນກ່າວບົດປາໄສ ໃນວັນທີ 27 ກັນຍາ 2024.



ຂປລ. ໃນວັນທີ 25 ກັນຍາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງນິວຢອກ, ສ ອາເມລິກາ ເພື່ອເຂົ້າຮ່ວມກອງປະຊຸມອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 79 ເຊິ່ງມີເເຜນຈະຂຶ້ນກ່າວບົດປາໄສ ໃນວັນທີ 27 ກັນຍາ 2024. ສ່ວນໃນຕອນຄ່ຳວັນທີ 25 ກັນຍາ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍພັນລະຍາ ກໍໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ໂດຍການເປັນເຈົ້າພາບຂອງ ທ່ານ ໂຈ ໄປເດັນ ປະທານາທິບໍດີ ສ ອາເມລິກາ ຈັດເປັນກຽດ ເພື່ອຕ້ອນຮັບຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້.





ສຳລັບການເຄື່ອນໄຫວຂອງຄະນະຕິດຕາມໃນວັນທີ 25 ກັນຍາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມລະດັບສູງ ພາຍໃຕ້ຫົວຂໍ້: ການສະໜັບສະໜູນຂອງຂໍ້ລິເລີ່ມ ວ່າດ້ວຍການພັດທະນາສາກົນ (GDI) ສໍາລັບບັນດາປະເທດ ກໍາລັງພັດທະນາ: ພວກເຮົາພ້ອມກັນຈັດຕັ້ງປະຕິບັດໂດຍການເປັນປະ ທານຂອງ ທ່ານ ວາງ ອີ້ (Wang Yi) ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ, ມີປະທານສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 79 ເຂົ້າຮ່ວມປະກອບຄຳເຫັນ.​ ໃນນັ້ນ, ກອງປະຊຸມໄດ້ຮັບຟັງການນຳສະເໜີບົດລາຍງານ ກ່ຽວກັບຜົນການ ຈັດຕັ້ງປະຕິບັດການຮ່ວມມື ໃນຂອບຂໍ້ລິເລີ່ມ GDI  ເເລະ ເເຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ຜົນສໍາເລັດຂອງກອງປະຊຸມລະດັບສູງ ຄັ້ງທີ 2 ຂອງ ເວທີປຶກສາຫາລື ກ່ຽວກັບການປະຕິບັດງານສາກົນ ເພື່ອການພັດທະນາຮ່ວມກັນ ເຊິ່ງໄດ້ຈັດຂຶ້ນໃນລະ ຫວ່າງ ວັນທີ 11-14 ກໍລະກົດ 2024,​ ທີ່ນະຄອນຫລວງປັກກິ່ງ​ ສປ ຈີນ. ນອກຈາກນັ້ນ,​ ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ ພົບປະກັບ ທ່ານ ນາງ ຈູເລຍ ບິຊອບ (Julie Bishop), ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ ອົງການ ສປຊ ກ່ຽວກັບວຽກງານ ມຽນມາ ເພື່ອເເລກປ່ຽນທັດສະນະ ເເລະ ປຶກສາຫາລື ກ່ຽວກັບການແກ້ໄຂບັນຫາມຽນມາ ທັງໃນຂອບ ສປຊ ແລະ ຂອບອາຊຽນ.​



ໃນວັນດຽວກັນ, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະລະດັບສູງ ວ່າດ້ວຍການແກ້ໄຂໄພຂົ່ມຂູ່ທີ່ເກີດຈາກການເພີ່ມຂຶ້ນຂອງລະດັບນໍ້າທະເລ ເເລະ ໄດ້ປະກອບຄໍາເຫັນໃນພາກເວທີສົນທະນາ ຂອງບັນດາຜູ້ມີສ່ວນ ຮ່ວມຫລາຍຝ່າຍ ກ່ຽວກັບການປັບຕົວ, ການເງິນ ແລະ ຄວາມເຂັ້ມແຂງ ໃນການຮັບມືກັບການເພີ່ມຂຶ້ນຂອງລະດັບນ້ຳທະເລ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສ້າງຄວາມເຂົ້າໃຈກ່ຽວກັບ ໄພຂົ່ມຂູ່ທີ່ເກີດຈາກການເພີ່ມຂຶ້ນ ຂອງລະດັບນໍ້າທະເລ ເເລະ ສົ່ງເສີມການຮ່ວມມືລະຫວ່າງບັນດາປະເທດສະມາຊິກອົງການ ສປຊ ເເລະ ອົງການຈັດຕັ້ງສາກົນ ໃນການວາງມາດຕະການ ເພື່ອຮັບມືກັບການເພີ່ມຂຶ້ນຂອງລະດັບນໍ້າທະເລ.

ພ້ອມກັນນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ເຂົ້າຮ່ວມປະກອບຄໍາເຫັນ ໃນກອງປະຊຸມລະຫວ່າງ ອາຊຽນ ເເລະ ພັນທະມິດປາຊີຟິກ (ASEAN-Pacific Alliance) ໂດຍການເປັນປະທານຮ່ວມ ຂອງລັດຖະມົນຕີກະຊວງການຕ່າງປະເທດ ຟິລິບປິນ ເເລະ ຊີເລ.​ ກອງປະຊຸມຄັ້ງນີ້, ໄດ້ທົບທວນຄືນການພົວພັນຮ່ວມມືລະຫວ່າງ ບັນດາປະເທດສະມາຊິກ ອາຊຽນ ເເລະ ພັນທະມິດປາຊີຟິກ ລວມທັງການກໍານົດທິດທາງການຮ່ວມມືໃນອະນາຄົດ.

ນອກຈາກນັ້ນ,​ ຄະນະຜູ້ເເທນ ສປປ ລາວ ກໍໄດ້ສືບຕໍ່ຕິດຕາມກອງປະຊຸມ ອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ອົງການ ສປຊ, ເຂົ້າຮ່ວມກອງປະຊຸມອາວຸໂສ ກຸ່ມ 77 ເເລະ ສປ ຈີນ, ກອງປະຊຸມລະດັບສູງ ວ່າດ້ວຍການຮ່ວມມືສາກົນ ເພື່ອສ້າງຂີດຄວາມສາມາດກ່ຽວກັບປັນຍາປະດິດ ໂດຍການເປັນປະທານ ຮ່ວມຂອງ ທ່ານ ວາງ ອີ້ (Wang Yi) ລັດຖະມົນຕີກະຊວງການຕ່າງປະເທດ  ສປ ຈີນ ເເລະ ທ່ານ ຟີລິກ ມີຕາຕິ (Felix Mutati) ລັດຖະມົນຕີກະຊວງວິທະຍາສາດ ເເລະ ເຕັກໂນໂລຊີ ຊໍາບີ.

KPL

ຂ່າວອື່ນໆ

    • ຄະນະກໍມະການລະດັບຊາດ ຄົ້ນຄວ້າ-ວິໄຈ  ເລືອກເຟັ້ນ ຄໍາສະເໜີ ປັບປຸງລັດຖະທໍາມະນູນການເມືອງ

      ຄະນະກໍມະການລະດັບຊາດ ຄົ້ນຄວ້າ-ວິໄຈ ເລືອກເຟັ້ນ ຄໍາສະເໜີ ປັບປຸງລັດຖະທໍາມະນູນ

      9/27/2024 7:49:06 PM

      ຂປລ. ກອງປະຊຸມຄົ້ນຄວ້າ, ວິໄຈ ແລະ ປັບປຸງເນື້ອໃນລັດຖະທໍາມະນູນ ສະບັບປີ 2015 ຈັດ​ຂຶ້ນ​ໃນວັນທີ 25-26 ກັນຍາ 2024 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ຜູ້ປະຈຳການຄະນະກໍາມະການ ລະດັບຊາດປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015 (ຄລຊ), ມີຄະນະກຳມະການ, ກອງເລຂາ, ອະນຸກຳມະການຕ່າງໆ ຂອງ ຄລຊ ແລະ ພາກສ່ວນກ່ຽວຂ້ອງ ​ເຂົ້າ​ຮ່ວມ.

    • ຄະນະຝຶກອົບຮົມວຽກຄຸ້ມຄອງສື່ມວນຊົນລາວ ຢ້ຽມຢາມ ສຳນັກພິມຈຳໜ່າຍການເມືອງ ແຫ່ງຊາດ ສື້ເຖິດການເມືອງ

      ຄະນະຝຶກອົບຮົມວຽກຄຸ້ມຄອງສື່ມວນຊົນລາວ ຢ້ຽມຢາມ ສຳນັກພິມຈຳໜ່າຍການເມືອງ ແຫ່ງຊາດ ສື້ເຖິດ

      9/27/2024 7:37:25 PM

      ຂປລ. ຄະນະຝຶກອົບຮົມວຽກງານ ຄຸ້ມຄອງສື່ມວນຊົນລາວ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານ ການພິມຈຳໜ່າຍ ແລະ ການຄຸ້ມຄອງການພິມຈຳໜ່າຍ ປຶ້ມທິດສະດີການເມືອງ ແລະ ປຶ້ມຕ່າງໆ ເພື່ອຊອກຮູ້, ຊອກເຫັນ ແລະ ຄົ້ນຄວ້າກ່ຽວກັບການພິມຈຳໜ່າຍປຶ້ມຕ່າງໆ ຂອງສຳນັກພິມສຳນັກພິມຈຳໜ່າຍການເມືອງແຫ່ງຊາດສື້ເຖິດ ​ໃນ​ວັນ​ທີ 26 ກັນຍາ 2024 ໂດຍການຕ້ອນຮັບຂອງ ທ່ານ ຫວູ ຈ້ອງ ເລິ່ມ ເລຂາຄະນະພັກ, ຫົວໜ້າອຳນວຍການ, ບັນນາ ທິການໃຫຍ່ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສື້ເຖິດ ພ້ອມຄະນະ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນກອງປະຊຸມ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ, ອາຊຽນ-ບວກການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນກອງປະຊຸມ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ, ອາຊຽນ-ບວກ

      9/27/2024 6:59:39 PM

      ຂປລ. ຕອນບ່າຍວັນທີ 26 ກັນຍາ 2024 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ເຂົ້າຢ້ຽມຂໍ່ານັບ ໃນໂອກາດເດີນທາງ ມາເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ (ADSOM ແລະ ADSOM-Plus) ທີ່ນະຄອນ ຫລວງວຽງຈັນ ສປປ ລາວ ໃນລະຫວ່າງວັນທີ 24-27 ກັນຍາ 2024 ນີ້.

    • ປະດັບຫລຽນໃຫ້ຜູ້ມີຜົນງານ ໃນບັ້ນສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ 2022ການເມືອງ

      ປະດັບຫລຽນໃຫ້ຜູ້ມີຜົນງານ ໃນບັ້ນສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ 2022

      9/26/2024 4:04:07 PM

      ຂປລ. ຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ ຈັດຕັ້ງພິທີປະດັບຫລຽນໄຊ, ຫລຽນກາ ແລະ ມອບໃບຍ້ອງຍໍ ໃຫ້ບັນດາສະຫາຍທີ່ມີຜົນງານ, ຄຸນງາມຄວາມດີ ໃນການເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ

    • ຮອງນາຍົກລັດຖະມົນຕີ ຮ່ວມກອງປະຊຸມ ອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ສປຊ ການເມືອງ

      ຮອງນາຍົກລັດຖະມົນຕີ ຮ່ວມກອງປະຊຸມ ອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ສປຊ

      9/26/2024 12:10:22 PM

      ຂປລ. ໃນວັນທີ 24 ກັນຍາ 2024 ຜ່ານ​ມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 79 ພາຍໃຕ້ຫົວຂໍ້: “ພວກເຮົາພ້ອມກັນກ້າວໄປ: ຮ່ວມກັນລົງມືປະຕິບັດວຽກງານ ເພື່ອຮັກສາສັນຕິພາບ, ການພັດທະນາເເບບຍືນຍົງ ເເລະ ກຽດສັກສີຄວາມເປັນມະນຸດ ສໍາລັບຄົນຮຸ່ນປັດຈຸບັນ ເເລະ ອະນາຄົດ” ຢູ່ ນິວຢອກ, ສ ອາເມລິກາ.


Top