ການຟ້ອນແຄນ ສິລະປະພື້ນຂອງຊົນເປົ່າມົງ

17/06/2024 10:25
Email Print 463
KPL “ການຟ້ອນແຄນ” ຖືວ່າເປັນສິລະປະພື້ນເມືອງທີ່ມີຄວາມມ່ວນຊື່ນ ແລະ ເປັນເອກະລັກທາງວັດທະນະທຳ ຍອດນິຍົມຂອງຊົນເຜົ່າມົ້ງ, ເປັນສິລະປະທີ່ມີການຂະຫຍາຍຕົວດ້ວຍຫົວຄິດປະດິດສ້າງຂອງໝໍແຄນເຜົ່າມົ້ງ ແຕ່ລະຄົນ, ແຕ່ລະກຸ່ມ ເຊິ່ງປັດຈຸບັນບາງບ່ອນກໍບອກວ່າ: ການເຕັ້ນແຄນມີ 33 ແບບ, ແຕ່ຕົວຈິງແລ້ວ ແບບເຕັ້ນແຄນ ໄດ້ມີການພັດທະນາຢູ່ເລື້ອຍໆຕາມຍຸກສະໄໝການດຳລົງຊີວິດ, ຕາມແຕ່ລະທ້ອງຖິ່ນ.

    *“ການຟ້ອນແຄນ” ຖືວ່າເປັນສິລະປະພື້ນເມືອງທີ່ມີຄວາມມ່ວນຊື່ນ ແລະ ເປັນເອກະລັກທາງວັດທະນະທຳ ຍອດນິຍົມຂອງຊົນເຜົ່າມົ້ງ, ເປັນສິລະປະທີ່ມີການຂະຫຍາຍຕົວດ້ວຍຫົວຄິດປະດິດສ້າງຂອງໝໍແຄນເຜົ່າມົ້ງ ແຕ່ລະຄົນ, ແຕ່ລະກຸ່ມ ເຊິ່ງປັດຈຸບັນບາງບ່ອນກໍບອກວ່າ: ການເຕັ້ນແຄນມີ 33 ແບບ, ແຕ່ຕົວຈິງແລ້ວ ແບບເຕັ້ນແຄນ ໄດ້ມີການພັດທະນາຢູ່ເລື້ອຍໆຕາມຍຸກສະໄໝການດຳລົງຊີວິດ, ຕາມແຕ່ລະທ້ອງຖິ່ນ. ສະນັ້ນ, ກໍຍາກທີ່ຈະກໍານົດຕາມມູນເຊື້ອສິລະປະພື້ນເມືອງຂອງມົ້ງດັ້ງເດີມໄວ້ ເຊິ່ງການຟ້ອນແຄນຂອງຊົນເຜົ່າມົ້ງຢູ່ລາວ ສ່ວນຫລາຍຍັງເປັນລາຍການຟ້ອນຂອງຜູ້ຊາຍບໍ່ທັນໃຫ້ແມ່ຍິງເຂົ້າຮ່ວມຕາມພື້ນຖານທີ່ເຄີຍມີມາ.

    ໃນການເປົ່າແຄນຊົນເຜົ່າມົ້ງ ເອີ້ນວ່າ: ການເປົ່າບູຊາກອງໃຫຍ່, ເປົ່າອົວຊູ້, ເປົ່າອົວປຼົວ ແລະ ການເປົ່າຕີລົວແມ່ນເປັນພາສາເປົ່າແຄນ ຫລື ບົດເປົ່າແຄນແຕ່ລະບົດທີ່ປະກອບໃນແຕ່ລະງານ ແລະ ພິທີກຳຕ່າງໆເຊັ່ນ: “ເປົ່າບູຊາກອງໃຫຍ່”, “ເປົ່າອົວຊູ້”, ເປົ່າອົວຊູ້ນ້ອຍ (ໃຊ້ໃນວົງມ່ວນຊື່), ເປົ່າອົວຊູ້ໃຫຍ່ (ໃຊ້ໃນພິທີງັນສົບ),  ມີການປະກອບຈັງຫວະເຕັ້ນ, ມີການປະກອບຈັງຫວະທາງພິທີກຳຄືຄູ່ເຂົ່າເປົ່າ,  “ເປົ່າ ອົວປຼົວ” ມີການປະກອບຈັງຫວະເຕັ້ນຫລາຍໆແບບ,  “ເປົ່າຕີລົວ” ເປັນການເປົ່າແຂ່ງຂັນດ້ວຍການເຕັ້ນຫລາຍໆແບບຟົດພື້ນຄື: ເສັງເປົ່າ, ເສັງເຕັ້ນແຄນ, ເປົ່າໂຕ້ວາທີກັນ, ເປົ່າເປັນເນື້ອຄວາມໂຕ້ຕອບ ຫລື ທວາຍກັນແຕ່ປັດຈຸບັນການເປົ່າ “ອົວຊູ້ນ້ອຍ” ເປັນການເຕັ້ນແຄນແບບມ່ວນຊື່ນ ເຜີຍແຜ່ຕາມຖ້ອງຖິ່ນຕ່າງໆຫລາຍກວ່າໝູ່ເພາະວ່າປະເພນີນີ້ບໍ່ເປັນການຄະລຳທາງຮິດຄອງແຕ່ໃຫ້ເໝາະກັບສະຖານທີ່ ແລະ ກາລະເວລາວ່າຄວນເປົ່າເວລາໃດ ແລະ ສະຖານທີ່ໃດ.

    ຮູບແບບການເຕ້ັນແຄນຈຳນວນໜຶ່ງ ຈາກແບບເປົ່າອົວຊູ້ນ້ອຍເຊິ່ງ ເປັນທີ່ນິຍົມຕາມທ້ອງຖີ່ນຊົນເຜົ່າມົ້ງ ແລະ ນັບທັງວົງການສິລະປະ, ອາຊີບ, ໄດ້ນໍາມາປະຍຸກສົ່ງເສີມ ເພື່ອຈັດລາຍການສະແດງຂອງຕົນເອງ ຕາມແບບພື້ນເມືອງໃນເບື້ອງຕົ້ນໝໍແຄນ ຈະເປົ່າຂຶ້ນຕົ້ນດ້ວຍຕອນທຳນອງ ຕັ້ງ 6 ຫລື 3 ເທື່ອ, ລົງບົດແລ້ວເປົ່າເຂົ້າສູ່ຕອນເຕັ້ນແຄນ 6 ເທື່ອ ແລ້ວລົງບົດຈົບ, ຄວາມຈິງແລ້ວຄວນຈະເປົ່າຕາມແບບພື້ນເມືອງໃຊ້ເວລາ 10 ນາທີ ຈຶ່ງຈະຈົບ, ມາຮອດປັດຈຸບັນ ເຂົາເຈົ້າຈະເຮັດໃຫ້ການເປົ່າຫຍໍ້ເວລາລົງກວ່າເກົ່າ, ເນັ້ນໜັກເຖິງລີລາການເຕັ້ນ ໃຫ້ໄດ້ເຕັ້ນໄວກວ່າເກົ່າເພື່ອເໝາະສົມແກ່ບັນຍາກາດ ແລະ ຄວາມນິຍົມຂອງຍຸກ. ເມື່ອເປົ່າເຂົ້າສູ່ການເຕັ້ນແລ້ວໝໍແຄນ ມັກຈະສະແດງລີລາ ໃນການເຕັ້ນຕາມຄວາມສາມາດຂອງຕົນ ໂດຍບໍ່ຈຳກັດຮັດແຄບແລ້ວແຕ່ມີຫົວຄິດປະດິດສ້າງ ໃນການເຕັ້ນເຊິ່ງເນື້ອໃນລ້ວນແຕ່ບົງບອກເຖິງຄວາມຈົບງາມ.


KPL

ຂ່າວອື່ນໆ

    • ເພີດເພີນໄປກັບການສື່ສານຜ່ານຟັ່ງຊັ້ນ ‘ຂໍ້ຄວາມ’ໃນ LaoAppວັດທະນະທຳ-ສັງຄົມ

      ເພີດເພີນໄປກັບການສື່ສານຜ່ານຟັ່ງຊັ້ນ ‘ຂໍ້ຄວາມ’ໃນ LaoApp

      6/26/2024 2:46:00 PM

      ທ່ານຮູ້ ຫລື ຍັງ? ນອກຈາກ LaoAppຈະມີຫລາກຫລາຍຟັ່ງຊັນ ໃຫ້ທ່ານໄດ້ເລືອກໃຊ້ແລ້ວ, ອີກໜຶ່ງຟັ່ງຊັ້ນ ຂອງ LaoApp ທີ່ຈະເຮັດໃຫ້ການສື່ສານຂອງທ່ານເພີດເພີນ ແລະ ງ່າຍຂຶ້ນ, ກັບຟັ່ງຊັນ “ຂໍ້ຄວາມ” ທີ່ທ່ານສາມາດຕິດຕໍ່ສື່ສານໄດ້ຢ່າງຫລາກຫລາຍບໍ່ວ່າຈະເປັນ ການໂທດ້ວຍສຽງ ຫລື ໂທແບບວິດີໂອ ແລະ ການສົ່ງຂໍ້ຄວາມໄດ້ຫລາຍຮູບແບບເຊັ່ນ: ຮູບພາບ, ວິດີໂອ, ສຽງ, ເອກະສານຕ່າງໆ ແລະ ສາມາດຊວນໝູ່ມາຟັງເພງໄປພ້ອມກັນໄດ້ອີກດ້ວຍ. ພ້ອມຍັງມີສະຕິກເກີ້ສຸດໜ້າຮັກ, ຫລາຍຮູບແບບທີ່ມີສະເພາະໃນ LaoApp ເທົ່ານັ້ນ​ ແລະ ພິເສດສຸດໆສໍາລັບເບີເຄືອຂ່າຍ Unitel ແມ່ນໃຊ້ໂດຍບໍ່ເສຍດາຕ້າ ແລະ ສົ່ງຂໍ້ຄວາມຄົບ 5 ທ່ານ ຮັບທັນທີ 30Mb.

    • ປະກາດໃຊ້ ປື້ມຍຸດທະສາດແຫ່ງຊາດ ແກ້ໄຂ ການປ່ຽນແປງດິນຟ້າອາກາດ ຮອດປີ 2030ວັດທະນະທຳ-ສັງຄົມ

      ປະກາດໃຊ້ ປື້ມຍຸດທະສາດແຫ່ງຊາດ ແກ້ໄຂ ການປ່ຽນແປງດິນຟ້າອາກາດ ຮອດປີ 2030

      6/26/2024 1:59:27 PM

      ຂປລ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະກາດນຳໃຊ້ ປື້ມຍຸດທະສາດແຫ່ງຊາດ ການແກ້ໄຂບັນຫາການປ່ຽນແປງ ດິນຟ້າອາກາດ ຮອດປີ 2030 ແລະ ຄູ່ມືການຄຸ້ມຄອງ ການປ່ຽນແປງດິນຟ້າອາກາດ ຂອງ ສປປ ລາວ (ສຳລັບລະດັບຜູ້ຕັດສິນບັນຫາ) ໃນວັນທີິ 26 ມິຖຸນາ 2024 ໂດຍມີທ່ານ ພູວົງ ຫລວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ນາງ ໂຊໂນມິ (Sonomi) ຫົວໜ້າຫ້ອງການ ທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ

    • ປີນີ້ ຂະແໜງກະສິກຳ ແລະ ປ່າໄມ້ ຈະປ່ອຍປາ-ສັດນ້ຳ ໃຫ້ໄດ້ 64 ລ້ານໂຕວັດທະນະທຳ-ສັງຄົມ

      ປີນີ້ ຂະແໜງກະສິກຳ ແລະ ປ່າໄມ້ ຈະປ່ອຍປາ-ສັດນ້ຳ ໃຫ້ໄດ້ 64 ລ້ານໂຕ

      6/26/2024 1:44:23 PM

      ຂປລ. ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ ໃນວັນທີ 13 ກໍລະກົດ 2024 ທີ່ຈະມາເຖິງນີ້, ຂະແໜງກະສິກຳ ແລະ ປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຈະສູ້ຊົນປ່ອຍປາ ແລະ ສັດນໍ້າ ລົງສູ່ແຫລ່ງນ້ຳທຳມະຊາດ ໃຫ້ໄດ້ທັງໝົດ 64 ລ້ານໂຕ, ໃນຂະນະທີປີ 2023 ຜ່ານມາ ສາມາດປ່ອຍປາໄດ້ທັງໝົດ 62 ລ້ານໂຕ.

    • ຄະນະທີ່ປຶກສາວຽກງານສາສະໜາ  ສະຫລຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ວັດທະນະທຳ-ສັງຄົມ

      ຄະນະທີ່ປຶກສາວຽກງານສາສະໜາ ສະຫລຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ

      6/26/2024 7:44:25 AM

      ຂປລ. ກົມສາສະຫນາ ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ຄະນະທີ່ປຶກສາວຽກງານສາສະໜາ ຈັດກອງປະຊຸມສະຫລຸບ ວຽກນງານການເຄື່ອນໄຫວ ຂອງຄະນະທີ່ປຶກສາວຽກງານສາສະໜາ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2024 ໃນວັນທີ 24 ມິຖຸນາ 2024 ຜ່ານມາ

    • ສະຖານທູດອິນເດຍ ສະຫລອງວັນ ໂຍຄະສາກົນ ທີ່ນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ສະຖານທູດອິນເດຍ ສະຫລອງວັນ ໂຍຄະສາກົນ ທີ່ນະຄອນຫລວງວຽງຈັນ

      6/24/2024 2:15:20 PM

      ຂປລ. ສະຖານທູດອິນເດຍ ປະຈຳ ສປປ ລາວ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ, ກະຊວງການຕ່າງປະເທດ ແລະ ສະມາຄົມມິດຕະພາບລາວ-ອິນເດຍ ສະເຫລີມສະຫລອງວັນໂຍຄະສາກົນ ຄັ້ງທີ 10 ໃນຫົວຂໍ້ "ໂຍຄະເພື່ອຕົນເອງ ແລະ ສັງຄົມ" ໃນວັນທີ 22 ມິຖຸນາ 2024 ທີ່ນະ ຄອນຫລວງວຽງຈັນ


Top