ດັດຊະນີຄວາມໝັ້ນໃຈຂອງຜູ້ບໍລິໂພກໃນ ສ.ອາເມລິກາ ຕົກຕ່ຳລົງເປັນເວລາ4ເດືອນຕິດຕໍ່ກັນ

27/03/2025 11:27
Email Print 236
ຂປລ ສະ​ມາ​ຄົມ​ຄົ້ນ​ຄວ້າ​ ວິ​ສາ​ຫະ​ກິດ​ ຂະ​ໜາດ​ໃຫຍ່​ ທົ່ວ​ໂລກ ​ຂອງ​ ສ.ອາ​ເມ​ລິກາ ໄດ້​ເຜີຍ​ແຜ່ ​ຕົວ​ເລກ ​ຂໍ້​ມູນ​ສະ​ແດງ ​ໃຫ້​ເຫັນ​ວ່າ: ດັດ​ຊະ​ນີ ຄວາມ​ໝັ້ນ​ໃຈ​ ຂອງ​ຜູ້​ບໍ​ລິ​ໂພກ​ໃນ​ ສ.ອາ​ເມ​ລິກາ ໃນ​ເດືອນ​ມີ​ນາ​ນີ້​ຢູ່​ ລະ​ດັບ 92,9 ເຊິ່ງຕ່ຳ​ກວ່າ ​ເດືອນ​ກຸມ​ພາ ​ຜ່ານ​ມາ ​ທີ່​ຢູ່ລະ​ດັບ 98,3 ກໍ​ຄື ​ລະ​ດັບ​ ການ​ຄາດ​ຄະ​ເນ ຂອງຕະ​ຫລາດ, ຖື​ວ່າ​ໄດ້​ຕົກ​ຕ່ຳ​ລົງ ​ເປັນ​ເວ​ລາ4ເດືອນ​ຕິດ​ຕໍ່​ກັນ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ສະ​ມາ​ຄົມ​ຄົ້ນ​ຄວ້າ​ ວິ​ສາ​ຫະ​ກິດ​ ຂະ​ໜາດ​ໃຫຍ່​ ທົ່ວ​ໂລກ ​ຂອງ​ ສ.ອາ​ເມ​ລິກາ ໄດ້​ເຜີຍ​ແຜ່ ​ຕົວ​ເລກ ​ຂໍ້​ມູນ​ສະ​ແດງ ​ໃຫ້​ເຫັນ​ວ່າ: ດັດ​ຊະ​ນີ ຄວາມ​ໝັ້ນ​ໃຈ​ ຂອງ​ຜູ້​ບໍ​ລິ​ໂພກ​ໃນ​ ສ.ອາ​ເມ​ລິກາ ໃນ​ເດືອນ​ມີ​ນາ​ນີ້​ຢູ່​ ລະ​ດັບ 92,9 ເຊິ່ງຕ່ຳ​ກວ່າ ​ເດືອນ​ກຸມ​ພາ ​ຜ່ານ​ມາ ​ທີ່​ຢູ່ລະ​ດັບ 98,3 ກໍ​ຄື ​ລະ​ດັບ​ ການ​ຄາດ​ຄະ​ເນ ຂອງຕະ​ຫລາດ, ຖື​ວ່າ​ໄດ້​ຕົກ​ຕ່ຳ​ລົງ ​ເປັນ​ເວ​ລາ4ເດືອນ​ຕິດ​ຕໍ່​ກັນ. ໃນ​ນີ້, ດັດ​ຊະ​ນີ​ ຄາດ​ຄະ​ເນ ​ຂອງ​ຜູ້​ບໍ​ລິ​ໂພກ ​ທີ່​ສາ​ມາດ​​ສ່ອງ​ແສງ​​ ໃຫ້​ເຫັນເຖິງ​ ອະ​ນາ​ຄົດ ​ແຫ່ງ​ລາຍ​ຮັບ, ສະ​ພາບ​ແວດ​ລ້ອມ ​ດ້ານ​ການ​ຄ້າ ​ແລະ ​ຕະ​ຫລາດ​ ການ​ປະ​ກອບ​ ອາ​ຊີບ ໃນ​ໄລ​ຍະ​ສັ້ນ​ນັ້ນ​ ໄດ້​ຫລຸດ​ລົງ​ເຖິງ 65,2 ເຊິ່ງ​ເປັນ​ລະ​ດັບ​ ຕ່ຳ​ສຸດ​ ໃນ​ຮອບ12​ປີ ​ຜ່ານ​ມາ. ​ປົກ​ກະ​ຕິ​ແລ້ວ, ດັດ​ຊະ​ນີ ​ຄາດ​ຄະ​ເນ​ ຂອງ​ຜູ້​ບໍ​ລິ​ໂພກ ​ຫລຸດ​ລົງ​​ຕ່ຳ​ກວ່າ 80 ​ກໍ​ເປັນ​ສັນ​ຍານ ​ບົ່ງ​ບອກ​ວ່າ ເສດ​ຖະ​ກິດ ​ຈະ​ຊຸດ​ໂຊມ​ລົງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top