ບໍ່ທຳມະດາ ກຸ່ມສະຫະກອນປູກໝາກກ້ຽງ ບ້ານນາຫອຍ ມີລາຍຮັບກວ່າ 190 ລ້ານກີບ

13/01/2025 09:55
Email Print 654
ຂປລ ເມື່ອກ່ອນການປູກໝາກກ້ຽງຢູ່ປະເທດເຮົາໂດ່ງດັງທີ່ສຸດ ກໍ່ແມ່ນຢູ່ຂອບເຂດເມືອງວັງວຽງ ແຂວງວຽງຈັນ ເຊິ່ງພວກເຮົາໄປຊ້ືໝາກກ້ຽງມັກຖາມແມ່ຄ້າວ່າ “ແມ່ນໝາກກ້ຽງວັງວຽງບໍ” ດັ່ງນີ້ເປັນຕົ້ນ.

   *ເມື່ອກ່ອນການປູກໝາກກ້ຽງຢູ່ປະເທດເຮົາໂດ່ງດັງທີ່ສຸດ ກໍ່ແມ່ນຢູ່ຂອບເຂດເມືອງວັງວຽງ ແຂວງວຽງຈັນ ເຊິ່ງພວກເຮົາໄປຊ້ືໝາກກ້ຽງມັກຖາມແມ່ຄ້າວ່າ “ແມ່ນໝາກກ້ຽງວັງວຽງບໍ” ດັ່ງນີ້ເປັນຕົ້ນ. ແຕ່ປັດຈຸບັນມີຫລາຍທ້ອງຖິ່ນກໍ່ມີຄວາມໂດດເດັ່ນ ໃນດ້ານການປູກໝາກກ້ຽງເຊັ່ນດຽວກັນ ທັງສາມາດສ້າງລາຍໄດ້ເປັນກອບເປັນກຳໃຫ້ແກ່ຄອບ. ແນວໃດກໍດີມື້ນີ້ ຂໍພາທ່ານຜູ້ອ່ານໄປຮູ້ກັບກຸ່ມສະຫະກອນປູກໝາກກ້ຽງຫວານ ຢູ່ບ້ານນາຫອຍ ເມືອງວິລະບູລ ແຂວງສະຫວັນນະເຂດ ເຊິ່ງເຂົາເຈົ້າສາມາດເກັບກູ້ຜົນຜະລິດໝາກກ້ຽງຂາຍສ້າງລາຍໄດ້ 190 ກວ່າກີບ ບ້ານກີບຕໍ່ຄອບຄົວຕໍ່ປີ.

    ຕາມການລາຍງານຂອງທ່ານ ອຸດທິຍາ ອິນທິແສງ ຕາງໜ້າກຸ່ມ ສະຫະກອນປູກໝາກກ້ຽງ ບ້ານ ນາຫອຍ ເມືອງວິລະບູລີ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ອົງຄະນະພັກ ເມືອງວິລະບູລີ ຄັ້ງທີ VI ເມື່ອບໍ່ດົນມານີ້ວ່າ: ດ້ວຍຄວາມເຊື່ອມຊຶມ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ ແລະ ແຜນນະໂຍບາຍຂອງລັດຕໍ່ການສ້າງເສດຖະກິດຄອບຄົວ ເພື່ອໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກຕິດພັນທ່າແຮງ ແລະ ເງື່ອນໄຂຂອງທ້ອງຖິ່ນ ກໍ່ຄືຂອງແຕ່ລະຄອບຄົວ ໂດຍໄດ້ຊອກທຸກເງື່ອນໄຂ, ປະສົບການຈາກຜູ້ປະສົບຜົນສຳເລັດໃນດ້ານການປູກການລ້ຽງ ເພື່ອສ້າງລາຍຮັບມາພັດທະນາເສດຖະກິດຄອບຄົວ.

    ໃນນັ້ນ,  ການປູກໝາກ ກ້ຽງຫວານບໍ່ແມ່ນອີກທາງອອກ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນບ້ານນາຫອຍ. ທ່ານກ່າວຕື່ມວ່າ: ປີ 2014 ບໍລິສັດລ້ານຊ້າງມິນີໂຣນ ໃຫ້ບໍລິສັດໄອລັນບາກສຳຫລວດດິນທົ່ວ ເມືອງວິລະບູລີ ເພື່ອສົ່ງເສີມປະຊາຊົນປູກໝາກກ້ຽງ. ຜ່ານສຳຫລວດວິເຄາະ ແລະ ວິໄຈດິນເຫັນວ່າດິນ ເໝາະສົມແກ່ການປູກໝາກກ້ຽງທີ່ສຸດແມ່ນຢູ່ເຂດບ້ານນາຫອຍ ມາໃນປີ 2015 ຈຶ່ງໄດ້ລົງທຶນທົດລອງປູກຕົວຈິງ ໂດຍແມ່ນບໍລິສັດໄອລັນບາກ ເປັນຜູ້ສະໜອງວິຊາການ ແລະ ເຕັກນິກ. ໃນເບື້ອງຕົ້ນມີປະຊາຊົນບ້ານນາຫອຍ 12 ຄອບຄົວ ເຂົ້າຮ່ວມໂຄງການເຊິ່ງປີທຳອິດໄດ້ປູກ 1 ພັນຕົ້ນໃນເນື້ອທີ່ 2 ເຮັກຕາ, ຕໍ່ມາໃນປີ 2016-2017 ໄດ້ຂະຫຍາຍເນື້ອທີ່ເພີ່ມຂຶ້ນເປັນ 18 ເຮັກຕາ ມີ 10 ພັນຕົ້ນມາຮອດປັດຈຸບັນເນື້ອທີ່ປູກໝາກກ້ຽງມີ 85 ເຮັກຕາ ມີ 42 ພັນກວ່າຕົ້ນ.

    ແນວໃດກໍາຕາມເມື່ອເຫັນວ່າການປູກໝາກກ້ຽງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫລາດພາຍໃນ ແລະ ຕ່າງປະເທດ ມີຄວາມຕ້ອງການຫລາຍ. ດັ່ງນັ້ນ, ຂະແໜງການ ທີ່ກ່ຽວຂ້ອງຈຶ່ງໄດ້ມີການສ້າງຕັ້ງກຸ່ມສະຫະກອນປູກ ແລະ ສະໜອງໝາກກ້ຽງດ້ວຍການແຍກອອກເປັນ 2 ພາກສ່ວນ, ສະຫະກອນກຸ່ມປູກໝາກກ້ຽງມີ 4 ກຸ່ມ ມີ 62 ຄອບຄົວ ເຊິ່ງໄດ້ເລີ່ມເກັບຜົນຜະລິດໃນປີ 2017-2018 ສາມາດເກັບໄດ້ 2.700 ກິໂລ ຂາຍໃນລາຄາ 10 ພັນ ກີບຕໍ່ກິໂລ. ປີ 2019-2020 ເກັບຜົນຜະລິດໄດ້ 57.200 ກິໂລ ຂາຍໃນລາຄາ 9 ພັນກີບຕໍ່ກິໂລລວມ ເປັນເງິນ 514 ລ້ານກວ່າກີບ, ປີ 2021-2022 ເກັບຜົນຜະລິດໄດ້ 750.000 ກິໂລຂາຍໃນລາຄາ 8 ພັນກີບຕ່ໍກິໂລລວມເປັນເງິນ 6 ຕື້ກີບ. ສຳລັບປີ 2023-2024 ສາມາດເກັບຜົນຜະລິດໄດ້ 800.500 ກິໂລ ຂາຍໃນລາຄາ 15 ພັນກີບ ຕໍ່ກິໂລ ສາມາດສ້າງລາຍຮັບໄດ້ 12 ຕື້ກວ່າກີບ ໂດຍລວມແລ້ວການປູກໝາກກ້ຽງຫວານ ສາມາດສ້າງລາຍຮັບໃຫ້ແຕ່ລະຄອບຄົວສະມາຊິກໃນກຸ່ມສະຫະກອນສະເລ່ຍຄອບຄົວລະ 190 ກວ່າລ້ານກີບຕໍ່ຄອບຄົວຕໍ່ປີ ເຊິ່ງລາຍຮັບດັ່ງກ່າວ ໄດເຮັດໃຫ້ສະມາຊິກມີການພັດທະນາດີກ້າວໄປສູ່ການຫລຸດພົ້ນອອກຈາກຄວາມທຸກເທື່ອລະກ້າວ. ທ່ານ ອຸດທິຍາ ອິນທິແສງ ກ່າວ.

         ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top