ຊີວະປະຫວັດຫຍໍ້ ທ່ານ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ

22/07/2024 13:18
Email Print 562
ຂປລ ທ່ານ ຫງວຽນ ຝູຈ້ອງ, ເລຂາ ທິການໃຫຍ່ ຄະນະ ບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ເກີດວັນທີ 14 ເດືອນ ເມສາ 1944; ບ້ານເກີດ: ຕາແສງ ດົງໂຮ້ຍ, ເມືອງ ດົງແອັງ, ນະຄອນ ຮ່າໂນ້ຍ. ອາໄສ ຢູ່ເຮືອນເລກທີ 5, ຖະໜົນ ທ່ຽນກວາງ, ຕາແສງ ຫງວຽນຢູ, ເມືອງ ຮາຍບ່າຈຶງ, ນະຄອນ ຮ່າໂນ້ຍ ແລະ ໄດ້ເລີ່ມປະຕິບັດງານແຕ່ປີ 1967; ເຂົ້າເປັນສະມາຊິກພັກ ກອມມູນິດ ຫວຽດນາມ ໃນວັນທີ 19 ທັນວາ 1967

ຂປລ. ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ທ່ານ ຫງວຽນ ຝູຈ້ອງ, ເລຂາ ທິການໃຫຍ່ ຄະນະ ບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ເກີດວັນທີ 14 ເດືອນ ເມສາ 1944; ບ້ານເກີດ: ຕາແສງ ດົງໂຮ້ຍ, ເມືອງ ດົງແອັງ, ນະຄອນ ຮ່າໂນ້ຍ. ອາໄສ ຢູ່ເຮືອນເລກທີ 5, ຖະໜົນ ທ່ຽນກວາງ, ຕາແສງ ຫງວຽນຢູ, ເມືອງ ຮາຍບ່າຈຶງ, ນະຄອນ ຮ່າໂນ້ຍ ແລະ ໄດ້ເລີ່ມປະຕິບັດງານແຕ່ປີ 1967; ເຂົ້າເປັນສະມາຊິກພັກ ກອມມູນິດ ຫວຽດນາມ ໃນວັນທີ 19 ທັນວາ 1967.ເດືອນ 12/1976 ທ່ານ ເປັນພະນັກງານ ຫ້ອງການເອກະສານ ວາລະສານຮ່ຳຮຽນ (ປະຈຸບັນ ແມ່ນວາລະສານ ກອມມູນິດ). ເດືອນ 8/1968-8/1973: ທ່ານ ເປັນບັນນາທິການ ວາລະສານ ກອມມູນິດ. ເດືອນ 9/1973-7/1983: ທ່ານຮຽນຢູ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ; ຕໍ່ປະລິນຍາເອກ ຢູ່ສະຖາບັນດິດ ວິທະຍາສາດ ສັງຄົມຣັດເຊຍ. ເດືອນ 9/1987-8/1996: ທ່ານ ເປັນເລຂາຄະນະພັກ ອົງການວາລະສານກອມມູນິດ; ຮອງຫົວໜ້າບັນດາທິການວາລະສານກອມມູນິດ; ຫົວໜ້າບັນນາທິການ ວາລະສານກອມມູນິດ.ເດືອນ 1/1994: ທ່ານ ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ທີ່ກອງປະຊຸມ ຜູ້ແທນທົ່ວປະເທດ ກາງສະໄໝຊຸດທີ VII. ກຳມະການ ຄະນະບໍລິຫານງານ ສູນກາງພັກ ຊຸດທີ VII, VIII, IX, X, XI, XII, XIII; ເດືອນ 12/1997: ທີ່ກອງປະຊຸມຄັ້ງທີ 4 ຄະນະ ບໍລິຫານງານ ສູນກາງພັກ ຊຸດທີ VIII ທ່ານ ໄດ້ຮັບການເລືອກຕັ້ງ ເຂົ້າກົມການເມືອງ. ກຳມະການ ກົມການເມືອງບັນດາຊຸດທີ VIII, IX, X, XI, XII, XIII. ເດືອນ 8/1999-4/2001: ທ່ານເຂົ້າຮ່ວມຄະນະປະຈຳກົມການເມືອງ, ຄະນະ ບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ. ເດືອນ 1/2000-6-2006: ທ່ານເປັນເລຂາຄະນະພັກນະຄອນຮ່າໂນ້ຍ ຊຸດທີ XII, XIII, XIV.ເດືອນ 5/2002-ປະຈຸບັນ: ທ່ານເປັນ ສສຊ ຊຸດທີ XI, XII, XIII, XIV, XV.ເດືອນ 6/2006-7/2011: ທ່ານ ເປັນປະທານ ສະພາແຫ່ງຊາດ ປະເທດ ສສ ຫວຽດນາມ ຊຸດທີ XI, XII. ເດືອນ 1/2011-ປະຈຸບັນ: ທ່ານ ເປັນເລຂາ ທິການໃຫຍູ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ XI, XII, XIII;  ເລຂາອົງຄະນະພັກ ກອງທັບສູນກາງ. ເດືອນ 2/2013-ປະຈຸບັນ: ຫົວໜ້າ ຄະນະຊີ້ນຳ ສູນກາງກ່ຽວກັບ ການປ້ອງກັນ, ຕ້ານການສໍ້ຫລາດ ບັງຫລວງ, ສິ່ງຫຍໍ້ທໍ້. ເດືອນ 8/2016-ປະຈຸບັນ: ກຳມະການ ຄະນະປະຈຳ ຄະນະພັກ ຕຳຫລວດສູນກາງ ອາຍຸການ 2015-2020 ແລະ 2020-2025. ເດືອນ 10-2018-4/2021: ເລຂາທິການໃຫ່ຍ, ປະທານ ປະເທດ ສສ ຫວຽດນາມ ອາຍຸການ 2016-2021; ປະທານສະພາ ປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບ; ເດືອນ 4-2021-ປະຈຸບັນ: ທ່ານ ເປັນເລຂາທິການໃຫ່ຍ ຄະນະ ບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ເລຂາອົງຄະນະພັກ ກອງທັບສູນກາງ ກຳມະການ ຄະນະປະຈຳ ຄະນະພັກຕຳຫລວດສູນກາງ. ຫົວໜ້າຄະນະຊີ້ນຳ ສູນກາງ ກ່ຽວກັບ ການປ້ອງກັນ, ຕ້ານການສໍ້ຫລາດບັງຫລວງ, ສິ່ງຫຍໍ້ທໍ້. ຍ້ອນມີ ຫລາຍຜົນງານ ອັນໃຫ່ຍຫລວງ ແລະ ດີເລີດຕໍ່ພາລະກິດ ການປະຕິວັດຂອງພັກ ແລະ ຂອງຊາດ, ທ່ານ ເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄດ້ຮັບຫລຽນໄຊ ດາວຄຳ ຈາກພັກ ແລະ ລັດ, ຫລຽນກາ 55 ປີ ອາຍຸພັກ ແລະ ຫລາຍຫລຽນໄຊ, ຫລຽນກາ ອັນສູງສົ່ງອື່ນໆ ຂອງ ສສ ຫວຽດນາມ ແລະ ສາກົນ. ຫລຽນໄຊຄຳແຫ່ງຊາດຂອງທ່ານ ປະທານເທດແຫ່ງ ສປປ ລາວ; “ຫລຽນໄຊມິດຕະພາບຂອງພັກ ແລະ ລັດ ຂອງ ສປ. ຈີນ; “ລາງວັນ ເລນິນອັນສູງສົ່ງທີ່ສຸດ ຂອງຄະນະ ບໍລິຫານງານ ສູນກາງພັກ ກອມມູນິດ ຣັດເຊຍ; “ຫລຽນໄຊ José Marti” ຂອງພັກ, ລັດ ກູບາ ແລະ ຫລາຍນາມມະຍົດ ອັນສູງສົ່ງອື່ນໆອີກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top