ທ່ານ ພົນເອກ ໂຕເລິມ ດຳລົງຕຳແໜ່ງປະທານ ປະເທດ ຫວຽດນາມ ຄົນໃໝ່

22/05/2024 20:36
Email Print 361
ຂປລ ທ່ານ ໂຕເລິມ, ກຳມະການ ກົມການເມືອງ, ລັດຖະມົນຕີ ກະຊວງຕຳຫລວດ, ສະມາຊິກສະພາແຫ່ງຊາດ ຊຸດທີ XV ໄດ້ຮັບເລືອກຕັ້ງ ດຳລົງຕຳແໜ່ງ ປະທານປະເທດ ຫວຽດນາມ ອາຍຸ ການ 2021 – 2026.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ວັນທີ 22 ພຶດສະພານີ້, ໃນຂອບເຂດ ກອງປະຊຸມ ສະໄໝ ສາມັນ ເທື່ອທີ 7, ສະພາ ແຫ່ງຊາດ ຫວຽດນາມ ຊຸດທີ XV, ສະພາແຫ່ງຊາດ ໄດ້ດຳເນີນ ການເລືອກຕັ້ງ ປະທານປະເທດ ດ້ວຍຮູບແບບ ປ່ອນບັດລັບ, ພາຍຫລັງ ຄະນະປະຈຳ ສະພາ ແຫ່ງຊາດ ລາຍງານ ກ່ຽວກັບ ການອະພິປາຍ, ຮັບເອົາຄຳເຫັນ ຂອງສະມາຊິກ ສະພາແຫ່ງຊາດ ປຶກສາຫາລື ຢູ່ຄະນະ ກ່ຽວກັບ ບັນຊີລາຍຊື່ ສະເໜີ ເລືອກຕັ້ງ. ໝາກຜົນແມ່ນ, ທ່ານ ໂຕເລິມ, ກຳມະການ ກົມການເມືອງ, ລັດຖະມົນຕີ ກະຊວງຕຳຫລວດ, ສະມາຊິກສະພາແຫ່ງຊາດ ຊຸດທີ XV, ໄດ້ຮັບເລືອກຕັ້ງ ດຳລົງຕຳແໜ່ງ ປະທານປະເທດ ຫວຽດນາມ ອາຍຸ ການ 2021 – 2026. ບັນດາສະມາຊິກ ສະພາແຫ່ງຊາດ ກໍ່ໄດ້ລົງຄະແນນສຽງ ຮັບຮອງ ເອົາມະຕິ ກ່ຽວກັບ ການເລືອກຕັ້ງ ທ່ານ ໂຕເລິມ ດຳລົງຕຳແໜ່ງ ດ້ວຍບັດເຫັນດີ 472/473 ບັດຂອງສະມາຊິກ ສະພາແຫ່ງຊາດ ທີ່ເຂົ້າຮ່ວມ (ກວມເອົາ 96,92% ຈຳນວນສະມາຊິກ ສະພາ ແຫ່ງຊາດ).ພາຍຫລັງ ໄດ້ຮັບການເລືອກຕັ້ງ ດຳລົງຕຳແໜ່ງ, ທ່ານ ໂຕເລິມ ໄດ້ສາບານຕົວ ຮັບດຳລົງຕຳແໜ່ງ.ພາຍໃຕ້ ທຸງຊາດ ທີ່ສັກກະຫລະບູຊາ ຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ ແລະ ພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງ ໃນທົ່ວປະເທດ, ຂ້າພະເຂົ້າ, ປະທານ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຂໍ້ປະຕິຍານຕົວ: ຈົ່ງຮັກພັກດີ ກັບປະເທດຊາດ, ປະຊາຊົນ ແລະ ລັດຖະທຳມະນູນ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມານະພະຍາຍາມສູ້ຊົນປະຕິບັດ ສຳເລັດໜ້າທີ່ ເຊິ່ງພັກ, ລັດ ແລະ ປະຊາຊົນ ມອບໝາຍໃຫ້”./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top