ມ່ວນຊືນໃຫ້ພໍດີ

11/04/2024 09:20
Email Print 1031
ຂປລ ມື້ຮືກໍ່ເຂົ້າສູ່ເທສະການສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ລາວ ພ.ສ 2567 ແລ້ວ, ນັບແຕ່ທ້າຍອາທິດແລ້ວມາອາທິດນ້ີຍິນມາວ່າຫລາຍສໍານັກງານຫ້ອງການ ແລະ ຄອບຄົ ໄດ້ສັງສັນສາມັກຄີກັນລ່ວງໜ້າແດ່ແລ້ວ ເພື່ອວ່າໃນໄລຍະສະຫລອງບຸນແທ້ໆຕ່າງຄົນໄປຕາມເປົ້າໝາຍໃຜລາວ, ເປັນການໝູນໃຊ້ກາລະໂອກາດອັນອໍານວຍ ໄດ້ທັງຮີດຄອງ ແລະ ຄວາມສາມັກຄີ.

   *ມື້ຮື ກໍ່ເຂົ້າສູ່ເທສະການສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາວ ພ.ສ 2567 ແລ້ວ, ນັບແຕ່ທ້າຍອາທິດແລ້ວມາອາທິດນ້ີ ຍິນມາວ່າຫລາຍສໍານັກງານຫ້ອງການ ແລະ ຄອບຄົວໄດ້ສັງສັນສາມັກຄີກັນລ່ວງໜ້າແດ່ແລ້ວເພື່ອວ່າໃນໄລຍະສະຫລອງບຸນແທ້ໆ ຕ່າງຄົນໄປຕາມເປົ້າໝາຍໃຜລາວ, ເປັນການໝູນໃຊ້ກາລະໂອກາດອັນອໍານວຍ ໄດ້ທັງຮີດຄອງ ແລະ ຄວາມສາມັກຄີ. ການສະຫລອງປີໃໝ່ລາວທຸກປີເຕັມໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ, ຮອດຍາມນີ້ມາຜູ້ໃດກໍ່ສູ້ຊົນໃຫ້ສາມາດເຕົ້າໂຮມຍາດຕິພ່ີນ້ອງ ເພື່ອນມິດສະຫາຍໃຫ້ໄດ້ມີໂອກາດຮ່ວມພົບປະສັງສັນຕາມເງື່ອນໄຂຮັກສາໄວ້ມູນເຊື້ອຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດ. ຖືໂອກາດນີ້ສົມມາຄາລະວະພໍ່ຕູ້ແມ່ນາຍ, ພໍ່ແມ່ເຖົ້າແກ່ຜູ້ອາວຸໂສກໍ່ຄືຜູ້ທີ່ເຮົານັບຖື ແລະ ອວຍພອນປີໃໝ່ເຊິ່ງກັນ ແລະ ກັນ. ປີນີ້ ສະພາບເສດຖະກິດພາຍໃນປະເທດ ຍັງຢູ່ໃນໄລຍະສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກອັນໄດ້ຮັບຜົນ ກະທົບຈາກສະພາບສາກົນທີ່ບໍ່ອາດປະຕິເສດໄດ້, ທຸກປະເທດກະທົບໝົດ, ຕ່າງແຕ່ໜັກ-ເບົາບໍ່ຄືກັນ ອີງໃສ່ພື້ນຖານເສດຖະກິດຂອງແຕ່ລະປະເທດ. ບ້ານເຮົຍັງຖືວ່າໂຊກດີ, ເຖິງວ່າຫຍຸ້ງຍາກໂດຍລວມ, ແຕ່ປະຊາຊົນລ້ວນມີທີ່ອາໄສເປັນຂອງຕົນເອງ, ສໍາຄັນກວ່ານັ້ນບໍ່ໄດ້ໜີສົງຄາມຄືບາງບ່ອນພວມເປັນ.

   ຖືໄດ້ວ່າພວກເຮົາຢູທ່າງທໍາມາຫາກິນ, ຈະບໍ່ໃຫ້ມີຫຍັງຫຍຸ້ງຈັກດີ້ມັນເປັນໄປບໍ່ໄດ້ບໍ່ວ່າໄລຍະປະຫວັດໃດໆກໍ່ຕາມ. ການສະຫລອງປີໃໝ່ປີນີ້ ຈຶ່ງຄວນຄໍານຶງເຖິງລັກສະນະປະຢັດມັດທະມັດນໍາ, ເພາະພວກເຮົາຍັງມີຫລາຍອັນຕ້ອງສືບຕໍ່ເຮັດຫລັງຈາກແລ້ວບັ້ນສະຫລອງປີໃໝ່. ການບໍ່ຟູມເຟືອຍ ແມ່ນຈໍາເປັນບໍ່ວ່າສະພາບໃດໆ, ຄວາມມ່ວນຊື່ນມັນມີນິຍາມບໍ່ຈໍາກັດ, ຄວາມມ່ວນມີທັງຈຸດລວມ ແລະ ສະເພາະ, ສະນັ້ນບໍ່ໝາຍວ່າປະຢັດບໍ່ມ່ວນ. ການສະຫລອງບົນມູນເຊື້ອ ແລະ ຮີດຄອງເພນີອັນດງາມຖືກຕາມສະພາບເງື່ອນໄຂ ແມ່ນສໍາຄັນ ແລະ ມ່ວນຊື່ນຄືກັນຫັ້ນລະ.

    ຢູ່ນະຄອນຫລວງວຽງຈັນ, ເພື່ອຮັບປະກັນໃຫ້ການສະຫລອງບຸນປີໃໝ່ປີນີ້ ຮັກສາໄດ້ຄວາມສະຫງົບ- ເປັນລະບຽບຮຽບຮ້ອຍ ແລະ ເບີກບານມ່ວນຊື່ນ. ຕາມຄໍາສັ່ງຂອງເຈົ້າຄອງນະຄອນຫລວງວຽງຈັນ, ສະບັບເລກທີ 01/ຈນວ, ລົງວັນທີ 25 ມີນາ 2024 ກໍ່ກໍານົດຂໍ້ຫ້າມອັນທີໜຶ່ງແມ່ນ ຫ້າມຫົດສາດນໍ້າເປື້ອນ-ນໍ້າສີ-ນໍ້າຄັນຄາຍ, ຮ່າຍນໍ້າ ຫລື ນໍ້າແຂງໃສ່ຖົງຢາງ ຫລື ພາຊະນະອື່ນໆ ດຶກແກວ່ງໃສ່ກັນ ຫລື ນໍາໃຊ້ພາຫະນະເລາະຫົດສາດນໍ້າໃສ່ຄົນທີ່ສັນຈອນຕາມເສັ້ນທາງ ແລະ ຫ້າມລັດທາງ ຫລື ກວມເອົາເສັ້ນທາງເປັນບ່ອນຫລິ້ນຕັ້ງຈຸດສີດນໍ້າ ຫລື ຫົດນໍ້າກັນ; ອັນທີສອງແມ່ນຫ້າມນຸ່ງເຄ່ືອງໂປ້ເປືອຍຢູ່ບໍລິເວນ ວັດວາອາຮາມ, ສະຖານທີ່ສັກກະລະບູຊາ ແລະ ຢູ່ສະຖານທີ່ສາທາລະນະຕ່າງໆ; ອັນທີສາມແມ່ນຫ້າມຈັດງານສະແດງຄອນເສີດຕ່າງໆທີ່ທາງການບໍ່ໄດ້ອະນຸຍາດ ແລະ ເປີດສຽງເນືອງນັນຢູ່ໃກ້ໂຮງໝໍ ຫລື ຊຸມຊົນໜາແໜ້ນ, ຂອບເຂດເສັ້ນທາງຄົນຍ່າງ (ຟຸດບາດ) ຫລື ໜ້າບ້ານ, ເຮືອນຂອງຕົນເອງທີ່ສົ່ງສຽງລົບກວນຜູ້ເຈັບປ່ວຍ, ຜູ້ອາຍຸສູງ ແລະ ເດັກນ້ອຍ, ໂດຍສະເພາະໃຫ້ປະຕິບັດຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫລວງວຽງຈັນ ເລກ ທີ 620/ຈນວ, ລົງວັນທີ 29 ກັນຍາ 2020 ວ່າດ້ວຍການຄວບຄຸມສຽງເນືອງນັນ; ອັນທີສີ່ແມ່ນຫ້າມດໝາກກະໂພກ ແລະ ກໍ່ສຽງແຕກຢ່າງເດັດຂາດ ຕາມຄໍາສັ່ງຂອງເຈົ້າຄອງນະຄອນຫລວງວຽງຈັນ ສະບັບເລກທີ 01/ຈນວ, ລົງວັນ ທີ 16 ມັງກອນ 2023; ອັນທີຫ້າ ແມ່ນຫ້າມຜູ້ຂັບລົດດື່ມເຄ່ືອງດື່ມທີ່ມີທາດເຫລົ້າ ແລະ ເສບສິ່ງມຶນເມົາແລ້ວຂັບລົດ ແລະ ຫ້າມຈໍາໜ່າຍເຄື່ອງດື່ມທີ່ມີທາດເຫລົ້າ ແລະ ສິ່ງມຶນເມົາຢູ່ຕາມວັດວາອາຮາມ ແລະ ສະຖານທີ່ສັກກາລະບູຊາ; ອັນທີຫົກແມ່ນຫ້າມບຸກຄົນ, ນິນິບຸກຄົນກໍ່ຄືຮ້ານຄ້າ, ຕະຫລາດກັກຕຸນສິນຄ້າ, ສວຍໂອກາດຂຶ້ນລາຄາສິນຄ້າ, ຈໍາໜ່າຍສິນຄ້າບໍ່ໄດ້ມາດຕະຖານ, ເຊື່ອມຄຸນນະພາບ ຫລື ໝົດອາຍຸເປັນການເອົາປຽບ ຫລື ເປັນອັນຕະລາຍຕໍ່ຜູ້ບໍລິໂພກ ແລະ ອັນທີເຈັດແມ່ນຫ້າມບຸກຄົນ ນໍາເອົາຍານພາຫະນະທຸກຊະນິດລົງໄປເຄື່ອນໄຫວ ຢູ່ຕາມຫາດຊາຍຕາມລໍາແມ່ນໍ້າຂອງຢ່າງເດັດຂາດ (ຍົກເວັ້ນພາ ຫະນະກູ້ໄພ, ພາຫະນະຮັບໃຊ້ວຽກ ງານ ປກຊ-ປກສ).ຕາມຄວາມເຫັນ, ບັນດາຂໍ້ຫ້າມ ລ້ວນແລ້ວແຕ່ເພື່ອຮັບປະກັນຄວາມ ສະຫງົບ-ເປັນລະບຽບຮຽບຮ້ອຍ ແລະ ເບີກບານມ່ວນຊື່ນ. ຖ້າຂາດຂໍ້ຫ້າມ, ການປະພຶດຂອງຄົນມັກເລີຍເຖືອດ. ຂໍ້ຫ້າມເຫລົ່ານີ້ບໍ່ມີຫຍັງຈໍາກັດຄວາມເບີກບານມ່ວນຊື່ນ. ເວົ້າກ່ຽວເຖິງນໍ້າເມົາພາມ່ວນນັ້ນຍິ່ງຕ້ອງມີການວາງຂອບ ແລະ ມີຂໍ້ຫ້າມເອົາໄວ້, ບໍ່ດັ່ງນັ້ນທ່າມກາງຄວາມເບີກບານມ່ວນຊື່ນອາດຖືກບັນຍາດກາດອື່ນທີ່ບໍ່ເພິ່ງປາຖະໜາມາແທນ (ການອາລະວາດຜິດຖຽງ, ອຸບັດເຫດ...) ຖ້າເພິ່ງແຕ່ນໍ້າເມົາຈຶ່ງມ່ວນ. ເບີກບານມ່ວນຊື່ນຢ່າງພໍດີພໍງາມໃນໂອກາດສະຫລອງປີໃໝ່ປີນີ້ເດີທຸກໆທ່ານ.

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top