ກາເຟແຊບຈາກເມືອງເລົ່າງາມ

19/09/2023 10:45
Email Print 1033
ຂປລ ເມືອງ ເລົ່າງາມແມ່ນ ອີກເມືອງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງກາເຟເພາະປະຊາຊົນສ່ວນ ໃຫຍ່ຖືເອົາອາຊີບປູກກາເຟເປັນສິນຄ້າເພື່ອ ສ້າງລາຍຮັບເຊິ່ງເຂດດັ່ງກ່າວເປັນທີ່ຮັບຮູ້ສະພາບອາກາດ ແລະ ຄຸນນະພາບຂອງດິນທ່ີເອື້ອຍອໍານວຍໃຫ້ການຜະລິດຈຶ່ງເຮັດໃຫ້ຜົນ ຜະລິດດີ, ກາເຟມີລົດຊາດແຊບ ແລະ ເປັນເອກະລັກສະເເພາະ.ຕົວຢ່າງກາເຟແກ່ນມະນີສົດ ຂອງ ທ່ານ ນາງ ກິນດາ ແກ່ນມະນີ ສົດ ບ້ານນໍ້າແບ່ງເມືອງເລົ່າງາມ ແຂວງສາລະວັນ ທີ່ກໍາລັງ ເປັນ ທີ່ນິຍົມຈາກສັງຄົມ.
 

*ເມືອງ ເລົ່າງາມແມ່ນອີກເມືອງໜຶ່ງທີ່ ຂຶ້ນຊື່ລືນາມ ເລື່ອງກເຟເພາະປະຊາຊົນສ່ວນ ໃຫຍ່ຖືເອົາອາຊີບປູກກາເຟເປັນສິນຄ້າເພື່ອສ້າງລາຍຮັບເຊິ່ງເຂດດັ່ງກ່າວເປັນ ທີ່ຮັບຮູ້ສະພາບອາກາດ  ແລະ ຄຸນນະພາບຂອງດິນທ່ີ ເອື້ອຍອໍານວຍໃຫ້ການຜະລິດຈຶ່ງເຮັດໃຫ້ ຜົນຜະລິດດີ, ກາເຟມີລົດຊາດແຊບ   ແລະ ເປັນເອກະລັກສະເເພາະ.ຕົວຢ່າງ ກາເຟແກ່ນມະນີສົດ ຂອງ ທ່ານ ນາງ ກິນດາ ແກ່ນມະນີສົດບ້ານນໍ້າແບ່ງ ເມືອງເລົ່າງາມ ແຂວງສາລະວັນ  ທີ່ກໍາລັງເປັນທີນິຍົມຈາກສັງຄົມ. ທ່ານ ນາງ ກິນດາ ແກ່ນມະນີສົດ ອາຍຸ 28 ປີຊາວສວນບ້ານນໍ້າແບ່ງເມືອງເລົ່າງາມ ແຂວງສາລະວັນເປັນເຈົ້າ ຂອງກາເຟຫຍີ່ຫໍ້ແກ່ນມະນີສົດໃຫ້ຮູ້ວ່າ: ຄອບຄົວມີອາຊີບຕົ້ນຕໍເປັນຊາວສວນປູກກາເຟຂາຍເປັນຄ້າເຊິ່ງມີເນື້ອທີ່ສວນກາເຟທັງໝົດ 15 ເຮັກຕາ  ໂດຍຊະນິດພັນ ທີ່ນໍາເອົາມາ ປູກປະ ກອບມີ ກາເຟກາຕີມໍ, ກາເຟກາງ ແລະ ກາເຟໂລກາຕູລາ  ໂດຍແຕ່ລະປີຄອບຄົວລາວສາມາດເກັບຜົນພະລິດກາເຟໝາກແດງໄດ້ 60 ໂຕນ, ແລ້ວ ມາຜະລິດກາເຟເມັດຂົ້ວ ແລະ ບົດເປັນກາເຟຝຸ່ນທີ່ມີຊື່ວ່າ: ກາເຟແກ່ນມະນີສົດ ໄດ້ມີສາຂາຈຳໜ່າຍ ປະ ຈຳຢູ່ນະຄອນຫວງວຽງຈັນ ຈຳນວນ 5 ຮ້ານ, ນະຄອນຫລວງພະບາງ 2 ຮ້ານ, ຂາຍສົ່ງພໍ່ຄ້າໄປເຂດ ພິເສດ 3 ຫລ່ຽມຄຳ,

ຂາຍຍ່ອຍໃຫ້ແມ່ຄ້າທົ່ວໄປພາຍໃນແຂວງ ແລະຕ່າງແຂວງເຊິ່ງສາມາດສ້າງລາຍຮັບເຂົ້າຄອບຄົວຈາກການຂາຍກາເຟທັງໝົດ 690 ກີບຕໍ່ປີ.ທ່ານ ນາງ ກິນດາ ໃຫ້ຮູ້ຕື່ມອີກ ວ່າ: ນອກຈາກການປູກ ແລະ ຈຳໜ່າຍກາ ເຟສໍາເລັດຮູບ ຍັງເປີດບໍລິ ການຮ້ານ ກາເຟອີກດ້ວຍໂດຍຮ້ານຕັ້ງ ຢູ່ເມືອງເລົ່າງາມ ໂດຍໄດ້ຮັບການສະໜັບສະໜູນຊຸກຍູ້, ອຳນວຍຄວາມສະດວກຈາກພາກລັດ, ແຕ່ລະວັນໄດ້ມີລູກຄ້າມານັ່ງດື່ມຢູ່ກັບຮ້ານ ແລະ ມີຜູ້ມາຊື້ເມັດຂົ້ວກັບເຮືອນໃນແຕ່ລະວັນສາມາດຂາຍກາເຟຈອກໄດ້ບໍ່ຕໍ່າກວ່າ ຈຳນວນ 30 ຈອກຂຶ້ນໄປ  ໃນລາຄາ 20.000 ກີບຕໍ່ຈອກ, ນອກນັ້ນຍັງຂາຍກາ ເຟເມັດຂົ້ວ ໄດ້ປະມານ 50 ຖົງຕໍ່ ເດືອນ  ໃນລາຄາ 300.000 ກີບຕໍ່ຖົງ, ພ້ອມນີ້. ຍັງຂາຍດອກກາເຟ ແລະ ແກ່ນກາເຟເພື່ອຊົງໃສ່ນໍ້າດ່ືມອີກດ້ວຍ. ເອົາເປັນວ່າຖ້າຫາກທ່ານໃດ ໄດ້ໄປເມືອງເລົ່າງາມກໍຢ່າລືມໄປຢ້ຽມຍາມດື່ມກາເຟ ແກ່ນມະນີສົດຈາກຮ້ານກາເຟເລົ່າງາມ ໄດ້ເປີດບໍລິການທຸກໆວັນເລີ້ມແຕ່ເວລາ 7:00 ໂມງເຊົ້າ ຫາ 17:00 ໂມງ ແລງ, ສະຖານທີ່ຢູ່ດ້ານໜ້າໂຮງຮຽນ ມສ ເລົ່າງາມ.


KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top