ພວກປໍລະປັກ ບໍ່ເຄີຍປະຖິ້ມທາດແທ້

13/09/2023 12:48
Email Print 1041
ຂປລ ໃນທ່າມກາງສະພາບຫຍຸ້ງຍາກຂອງເສດຖະກິດ-ການເງິນ, ອັນເນື່ອງມາຈາກບັນດາປັດໄຈພາຍນອກ ແລະ ພາຍໃນ ເຊິ່ງລັດຖະບານພວມສຸມໃສ່ແກ້ໄຂຢ່າງເອົາການ ເອົາງານ,​ ຮຽກຮ້ອງທົ່ວສັງຄົມເປັນເຈົ້າປະເທດຊາດ ສ້າງຄວາມເຂັ້ມແຂງດ້ວຍຕົນໃນດ້ານຕ່າງໆນັ້ນ ພວກສັດຕູ ແລະ ອິດທິກໍາລັງທີ່ເປັນປໍລະປັກ ກໍ່ພະຍາຍາມເຮັດ ທຸກສິ່ງຢ່າງ ໂດຍສະເພາະການໂຄສະນາເຜີຍ ແຜ່ຂໍ້ມູນຂ່າວສານຜ່ານສື່ອອນລາຍ ບິດເບືອນຄວາມເປັນຈິງ, ສ້າງຂ່າວປອມ, ໃສ່ຮ້າຍປ້າຍສີ ຕໍ່ການພັດທະນາປະເທດ ເຮົາ, ຍຸແຍ່ສ້າງຄວາມແຕກແຍກຄວາມສາມັກຄີພາຍໃນ ຕ່າງໆນາໆ.


          ໃນທ່າມກາງສະພາບຫຍຸ້ງຍາກຂອງເສດຖະກິດ-ການເງິນ, ອັນເນື່ອງມາຈາກບັນດາປັດໄຈພາຍນອກ ແລະ ພາຍໃນ ເຊິ່ງລັດຖະບານພວມສຸມໃສ່ແກ້ໄຂຢ່າງເອົາການເອົາງານ,​ ຮຽກຮ້ອງທົ່ວສັງຄົມເປັນເຈົ້າປະເທດຊາດ ສ້າງຄວາມເຂັ້ມແຂງດ້ວຍຕົນ ໃນດ້ານຕ່າງໆນັ້ນ ພວກສັດຕູ ແລະ ອິດທິກໍາລັງທີ່ເປັນປໍລະປັກ ກໍ່ພະຍາຍາມເຮັດທຸກສິ່ງຢ່າງ ໂດຍສະເພາະການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານຜ່ານສື່ອອນລາຍ ບິດເບືອນຄວາມເປັນຈິງ, ສ້າງຂ່າວປອມ, ໃສ່ຮ້າຍປ້າຍສີ ຕໍ່ການພັດທະນາປະເທດເຮົາ, ຍຸແຍ່ສ້າງຄວາມແຕກແຍກຄວາມສາມັກຄີພາຍໃນຕ່າງໆນາໆ. ບັນຫານີ້ຖ້າຄົນລາວທີ່ຮັກຊາດຂາດສະຕິ ແມ່ນຈະຕົກເປັນເຫຍື່ອຂອງການໂຄສະນາ ຂອງພວກຄົນບໍ່ດີ. ພວກເຮົາຕ້ອງເຂົ້າໃຈນໍາກັນວ່າ ພວກອິດທິກໍາລັງທີ່ເປັນປໍລະປັກ ຍາມໃດກໍ່ບໍ່ລົດລະທາດແທ້ ຂອງ ພວກເຂົາ, ບໍ່ມີຈະມາຍ້ອງຍໍຊົມເຊີຍ ຫລື ໃຫ້ການສະໜັບສະໜູນພັດທະນາ.

          ບັນຫາສື່ສັງຄົມອອນລາຍ ເປັນລາຍບຸກຄົນແມ່ນນັບມື້ຫລວງຫລາຍ, ຍ້ອນສາມາດເຂົ້າເຖິງສັນຍານອິນເຕີເນັດ ແລະ ບັນດາເຄື່ອງມືຕິດຕໍ່ສື່ສານຂໍ້ມູນຂ່າວສານມີລາຄາຖືກລົງເມື່ອສົມທຽບໃສ່ຫລາຍສິບປີຜ່ານມານີ້, ໂດຍສະເພາະໂທລະສັບທັນສະໄໝ ມີຫລາຍຍີ່ຫໍ້ ລາຄາແຕກຕ່າງກັນ, ຄ່າອິນເຕີເນັດກໍ່ສາມາດເຂົ້າເຖິງໄດ້ ຖືວ່າລາຄາບໍ່ແພງເກີນຄວາມສາມາດ ກໍ່ຄືຖົງເງິນຂອງແຕ່ລະ ຄົນ. ເມື່ອທຸກຄົນສາມາດເຂົ້າເຖິງການບໍລິການອິນເຕີເນັດ ໄດ້ສະດວກສະບາຍ, ສາມາດເປັນເຈົ້າຂອງບັນຊີເພຈ ກໍ່ຄືແອັບພລີເຄເຊິນຕ່າງໆໄດ້ ກໍ່ສົມມຸດຕົນເອງເປັນສໍານັກຂ່າວ, ຢາກເຜີຍແຜ່ຫຍັງກໍ່ຕາມໃຈຕົນເອງ ໂດຍລືມລະບຽບກົດໝາຍ, ປະຕິບັດເປັນໃຫຍ່ເໜືອລະບຽບການ...ບັນຫານີ້ພວກກຸ່ມຄົນບໍ່ດີ ແລະ ອິດທິກໍາລັງທີ່ເປັນປໍລະປັກ ຕໍ່ລະບອບຂອງພວກເຮົາ ສຸມທຸກວິທີໃຊ້ສື່ ອອນລາຍບິດເບືອນຂໍ້ມູນຄວາມເປັນຈິງ, ໃສ່ຮ້າຍປ້າຍສີລາວເຮົາຕ່າງໆນາໆ ໂດຍອາໄສເວລາທີ່ປະເທດເຮົາ ພວມມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ສະພາບເງິນ-ອັດຕາແລກປ່ຽນເງິນຕາຕ່າງປະເທດ, ລາຄາສິນຄ້າ...ໂຄສະນາວ່າການບໍລິຫານຈະຫລົ້ມຈົມຫລົ້ມເຫລວ, ຈະກາຍເປັນປະເທດອື່ນ...ຕ່າງໆນາໆ ເຊິ່ງບັນດາຂໍ້ມູນຂ່າວສານທີ່ບິດເບືອນນີ້ ມີເປັນຄືດັ່ງໃບປິວໆ ໄປໃນ ສື່ອອນລາຍ ຖ້າພວກເຮົາຄົນລາວທີ່ຮັກຊາດ ຮັກບ້ານເກີດເມືອງນອນ ຂາດສະຕິພິຈາລະນາ, ອາດຈະຕົກໃນເລ່ກົນ ແລ້ວມີຄໍາເຫັນອັນເປັນລົບ, ກົດໄລ ກົດແຊ ໄປ, ນັ້ນຖືເປັນການຕົກເປັນເຄື່ອງມືຂອງຄົນບໍ່ດີ, ທັງທີ່ສະພາບຕົວຈິງບໍ່ໄດ້ເປັນເຖິງຂັ້ນນັ້ນ, ລັດພວມສຸມທຸກຄວາມພະຍາຍາມໃນການແກ້ໄຂບັນດາຂໍ້ຫຍຸ້ງຍາກ, ແກ້ມາໄດ້ຫລາຍປີແລ້ວ, ບໍ່ແມ່ນລັດເຮົາຫາ ກໍ່ເຫັນບັນຫາມື້ນີ້ມື້ ວານ, ກ່ອນນີ້ຫລາຍປີ ໄດ້ສຸມໃສ່ປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານຢ່າງມີຫລັກການຂອງພັກ, ນະໂຍບາຍສີ່ບຸກທະລຸ... ຜັນຂະຫຍາຍເຂົ້າສູ່ທຸກວຽກງານຢ່າງໄດ້ຮັບໝາກຜົນ, ໂດຍສະເພາະແມ່ນການແກ້ຄວາມຫຍຸ້ງຍາກ ທາງເສດຖະກິດ-ການເງິນ, ແຕ່ສະພາບລະບາດຂອງໂຄວິດ-19 ໄລຍະສາມປີກວ່າ ໄດ້ເຮັດໃຫ້ສະພາບຍິ່ງຫຍຸ້ງຍາກ ຍ້ອນຄວາມບອບບາງທາງເສດຖະກິດ ແລະ ມີປັດໄຈພາຍນອກອື່ນກະທົບ ໂດຍບໍ່ສາມາດຫລີກເວັ້ນໄດ້ ເປັນຕົ້ນ ລາຄານໍ້າມັນເຊື້ອໄຟ ທີ່ຕ້ອງນໍາເຂົ້າ ເພື່ອມາຮັບໃຊ້ໃຫ້ແກ່ການພັດທະນາ. ການກໍານົດສອງວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ນັບແຕ່ປີ 2021 ເປັນຕົ້ນມາ ກໍ່ສະທ້ອນໃຫ້ເຫັນແຈ້ງ ແນວທາງນະໂຍບາຍຂອງພັກ-ລັດ ເຮົາໃນການເອົາໃຈໃສ່ຢ່າງບໍ່ ລົດລະ ເພື່ອແກ້ໄຂບັນຫາ, ຈະໃຫ້ໄດ້ມື້ໜຶ່ງຍາມດຽວແມ່ນເປັນບໍ່ໄດ້ ໃນສະພາບຈຸດພິເສດ ແລະ ເງື່ອນໄຂຕົວຈິງຂອງພວກເຮົາ, ຕ້ອງອາໄສທຸກກໍາລັງແຮງທົ່ວສັງຄົມ ແລະ ເວລາພໍສົມຄວນ ຈຶ່ງຈະສາມາດແກ້ໄຂຕາມຈຸດປະສົງ - ເປົ້າໝາຍໄດ້.

          ບັນຫານໍາມາແລກປ່ຽນແມ່ນຂໍໃຫ້ພວກເຮົາເປັນຈິດໜຶ່ງໃຈດຽວຢູ່ອ້ອມຂ້າງພັກ-ລັດ ໃນການເປັນເຈົ້າການປະກອບສ່ວນແກ້ໄຂບັນດາບັນຫາຫຍຸ້ງຍາກ ໃຫ້ຜ່ານໄປດ້ວຍດີ, ມີແຕ່ສາມັກຄີເປັນຈິດໜຶ່ງໃຈດຽວເທົ່ານັ້ນ ຈຶ່ງຈະມີໄຊຊະນະໄດ້ໃນບັ້ນຮົບຕ່າງໆ ທັງການຕໍ່ສູ້ກັບຄວາມທຸກຍາກ, ປະກົດການຫຍໍ້ທໍ້ໃນສັງຄົມ, ສູ້ກັບພວກສັດຕູ-ຝ່າຍກົງກັນຂ້າມ...ເວົ້າສະເພາະກັບພວກສັດຕູ ແລະ ອິດທິກໍາລັງທີ່ເປັນປໍລະປັກ ພວກເຮົາຕ້ອງເຂົ້າໃຈວ່າທາດແທ້ ຂອງພວກເຂົາຍາມໃດກໍ່ບໍ່ປ່ຽນແປງຢູ່ແລ້ວ, ສໍາຄັນຂໍແຕ່ພວກເຮົາສາມັກຄີກັນໃຫ້ແໜ້ນ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ພວກມັນຈະໂຄສະນາທັບຖົມແນວໃດ, ບິດເບືອນແນວໃດ ເມື່ອຫລັກໝັ້ນເຮົາບໍ່ຄອນແຄນ, ພວກມັນກໍ່ແບ່ງແຍກພວກເຮົາບໍ່ໄດ້, ພວກເຮົາຕ້ອງມີຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ, ມີສະຕິ ແລະ ບໍ່ຫລົງເຊື່ອການຍຸແຍ່ຕ່າງໆນາໆ. ຄືກໍລະນີທີ່ທະນາຄານແຫ່ງ ສປປ ລາວ ໄດ້ອອກໜັງສືແຈ້ງການເຖິງທົ່ວສັງຄົມ ໃຫ້ມີສະຕິລະວັງຕົວຕໍ່ການຮັບຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງຕາມສື່ອອນລາຍ ທີ່ເຄື່ອນໄຫວປ່ອຍຂ່າວ ວ່າ “ຜູ້ໃດຫາກມີບັນຊີເງິນຝາກ ທີ່ເປັນເງິນຕາຕ່າງປະເທດ ຫລື ການເງິນມາຈາກຕ່າງປະເທດ ເພື່ອເຂົ້າບັນຊີຂອງຕົນທີ່ຝາກໄວ້ ນໍາທະນາຄານທຸລະກິດຢູ່ລາວ ຈະບໍ່ສາ ມາດຖອນເງິນດັ່ງກ່າວເປັນສະກຸນເງິນຕາຕ່າງປະເທດ ເລີ່ມແຕ່ເດືອນກັນຍາ 2023 ເປັນຕົ້ນໄປ” ຂໍ້ມູນໃນສື່ອອນລາຍດັ່ງກ່າວນັ້ນບໍ່ແມ່ນຄວາມຈິງແຕ່ປະການໃດ ເຊິ່ງອີງໃສ່ນິຕິກໍາການຄຸ້ມຄອງເງິນຕາຕ່າງປະເທດ ແລະ ລະບຽບການທີ່ກ່ຽວຂ້ອງແມ່ນ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີບັນຊີເງິນຝາກເປັນເງິນຕາຕ່າງປະເທດ ທີ່ຝາກໄວ້ນໍາທະນາຄານທຸລະກິດຢູ່ ສປປ ລາວ ແມ່ນສາມາດຮັບດອກເບ້ຍ ແລະ ຖອນເປັນເງິນຕາຕ່າງປະເທດໄດ້ຕາມລະບຽບການ.

          ສະຫລຸບວ່າ ສໍາຄັນແມ່ນສະຕິ ການຈໍາແນກມິດ-ສັດຕູ ຕ້ອງໃຫ້ຈະແຈ້ງແທ້ ຈຶ່ງບໍ່ຕົກເປັນເຄື່ອງມື ຫລື ເລ່ກົນຂອງພວກເຂົາ, ບໍ່ມີຈັກເທື່ອທີ່ສັດຕູ ແລະ ພວກຄົນບໍ່ດີທີ່ປໍລະປັກ ຈະເຂົ້າຂ້າງ-ເປັນໃຈເຮົາ ຫລື ມາຊ່ວຍເຮົາພັດທະນາ. 


* ຄ້ອງໃໝ່

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top