ສປຈີນ ຈະຂະຫຍາຍການນໍາເຂົ້າສິນຄ້າຄຸນນະພາບ

03/02/2023 17:04
Email Print 444
ຂປລ ທ່ານ ຫລີຊິ່ງສຽນ ເຈົ້າໜ້າທີ່ ກະຊວງການຄ້າ ຈີນ ໄດ້ຖະແຫລງວ່າ ຈີນ ຈະຂະຫຍາຍ ການນໍາເຂົ້າ ສິນຄ້າ ຢ່າງເໝາະສົມ ໃນປີນີ້, ພ້ອມທັງ ຍົກລະດັບ ການຮ່ວມມື ກັບ ບັນດາ ຄູ່ຮ່ວມການຄ້າ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 2 ກຸມພາ,  ທ່ານ ຫລີຊິ່ງສຽນ ເຈົ້າໜ້າທີ່ ກະຊວງການຄ້າ ຈີນ ໄດ້ຖະແຫລງວ່າ ຈີນ ຈະຂະຫຍາຍ ການນໍາເຂົ້າ ສິນຄ້າ ຢ່າງເໝາະສົມ ໃນປີນີ້, ພ້ອມທັງ ຍົກລະດັບ ການຮ່ວມມື ກັບ ບັນດາ ຄູ່ຮ່ວມການຄ້າ. ໃນຂະນະດຽວກັນ, ຈີນ ຈະໃຊ້ປະໂຫຍດ ຈາກ ຕະຫລາດ ຂະໜາດໃຫຍ່ ພິເສດ ແລະ ເພີ່ມການນໍາເຂົ້າ ສິນຄ້າ ທີ່ມີ ຄຸນນະພາບ ຈາກປະເທດອື່ນໆ ເພື່ອສ້າງ ສະຖຽນ ລະພາບ ໃຫ້ແກ່ ການຄ້າໂລກ ແລະ ຕອງໂສ້ ຄວາມຕ້ອງການ, ພ້ອມກັນນັ້ນ ຍັງເນັ້ນວ່າ ມູນຄ່າການນໍາເຂົ້າ ສິນຄ້າ ຂອງ ຈີນ ໃນປີ 2022 ບັນລຸ 2,71 ພັນຕື້ໂດລາ ສະຫະລັດ.

ທ່ານ ຫລີຊິ່ງສຽນ ກ່າວວ່າ ຈີນ ມີປະລິມານ ການຄ້າ ລະຫວ່າງ ປະເທດ ລວມມີ 6,3 ພັນຕື້ໂດລາສະຫະລັດ ເປັນຕົວເລກ ເພີ່ມຂຶ້ນສູງສຸດ ເປັນປະຫວັດສາດ  ແລະ ຍັງສືບຕໍ່ເປັນປະເທດ ທີ່ມີ ປະລິມານ ການຊື້-ຂາຍ ສິນຄ້າ ລາຍໃຫຍ່ສຸດ ຕິດຕໍ່ກັນ ເປັນປີທີ 6 ໃນປີ 2022, ໃນຂະນະທີ່ ການສົ່ງອອກ ສິນຄ້າ ແລະ ບໍລິການສຸດທິ ມີສ່ວນ ຊ່ວຍໃຫ້ ລວມຍອດ ຜະລິດ ຕະພັນ ພາຍໃນ (GDP) ຈະເລີນເຕີບໂຕ 17,1% . ນອກຈາກນັ້ນ ຈີນຈະສືບຕໍ່ ປັບປຸງ ພື້ນຖານໂຄງລ່າງ ການຄ້າ ແລະ ຮັບປະກັນ ວ່າ ການສົ່ງອອກ ຈະມີບົດບາດ ໝັ້ນຄົງ ເພື່ອສະໜັບ ສະໜູນ ເສດຖະກິດຂອງປະເທດ. /.

KPL

ຂ່າວອື່ນໆ

ads
ads

Top