KPL
ໜ່ວຍງານດ້ານ ມະນຸດສະທຳຂອງ ສະຫະປະຊາຊາດ (UN) ປະກາດເຕືອນວ່າ ຈຳນວນປະຊາກອນທົ່ົ່ວໂລກ ທີ່ຜະເຊີນກັບພາວະຄວາມອືດຫີວ ຮຸນແຮງອາດເພີ່ມຂຶ້ນ ອີກຫລາຍສີບລ້ານຄົນ ທ່າມກາງ ຄວາມພະຍາຍາມຮຽກຮ້ອງ ໃຫ້ໃຊ້ແນວທາງ ທາງການທູດ ຫລຸດຜ່ອນ ສະຖານະການ ໃນຕາເວັນອອກກາງ.
ຂປລ.ສຳນັກຂ່າວ ອິນໂຟເຄວສ: ໜ່ວຍງານດ້ານ ມະນຸດສະທຳຂອງ ສະຫະປະຊາຊາດ (UN) ປະກາດເຕືອນວ່າ ຈຳນວນປະຊາກອນທົ່ົ່ວໂລກ ທີ່ຜະເຊີນກັບພາວະຄວາມອືດຫີວ ຮຸນແຮງອາດເພີ່ມຂຶ້ນ ອີກຫລາຍສີບລ້ານຄົນ ທ່າມກາງ ຄວາມພະຍາຍາມຮຽກຮ້ອງ ໃຫ້ໃຊ້ແນວທາງ ທາງການທູດ ຫລຸດຜ່ອນ ສະຖານະການ ໃນຕາເວັນອອກກາງ.
ໂຄງການອາຫານໂລກ (WFP) ປະເມີນວ່າ ຈຳນວນຜູ້ຜະເຊີນ ພາວະຂາດແຄນອາຫານ ລະດັບຮຸນແຮງທົ່ວໂລກ ອາດເພີ່ມສູ່ລະດັບ ສູງສຸດເປັນປະຫວັດສາດ ໃນປີ 2026, ຫາກຄວາມຂັດແຍ້ງ ໃນຕາເວັນອອກກາງ ຍັງຄົງຮຸນແຮງ ແລະ ສົ່ງຜົນກະທົບ ຕໍ່ສະຖຽນລະພາບ ເສດຖະກິດໂລກ.
ທ່ານ ຟາຣ ຮານ ຮັກ ຮອງໂຄສົກເລຂາທິການ ຢູເອັນ ຢູເອັນລະບຸວ່າ: ການວິເຄາະຫລ້າສຸດຂອງ WFP ປະເມີນວ່າ ອາດມີປະຊາກອນ ເພີ່ມຂຶ້ນເກືອບ 45 ລ້ານຄົນ ເຂົ້າສູ່ພາວະບໍ່ໝັ້ນຄົງ ທາງອາຫານຂັ້ນຮຸນແຮງ , ຫາກຄວາມຂັດແຍ້ງ ບໍ່ຍຸຕິພາຍໃນກາງປີນີ້ ແລະ ລາຄານໍ້າມັນ ຍັງຄົງຕົວກວ່າລະດັບ 100 ໂດລາສະຫະລັດຕໍ່ຖັງ.
KPL