ຟີລິບປິນ ເລັ່ງນໍາເຂົ້ານໍ້າມັນຈາກ ຣັດເຊຍ

18/03/2026 15:38
KPL ທ່ານ ຊາຣອນ ກາຣິນ ລັດຖະມົນຕີ ພະລັງງານ ຟີລິບປິນ ເປີດເຜີຍວ່າ: ລັດຖະບານ ພວມພິຈາລະນາ ຄວາມເປັນໄປໄດ້ ໃນການນໍາເຂົ້ານໍ້າມັນຈາກ ຣັດເຊຍ ເພື່ອກະຈາຍຄວາມສ່ຽງ ດ້ານ ຄວາມຕ້ອງການ ທ່າມກາງລາຄາ ພະລັງງານໂລກ ທີ່ປັບເພີ່ມສູງຂຶ້ນ.

ຂປລ.ສຳນັກຂ່າວ ອິນໂຟເຄວສ, ທ່ານ ຊາຣອນ ກາຣິນ ລັດຖະມົນຕີ ພະລັງງານ ຟີລິບປິນ ເປີດເຜີຍວ່າ: ລັດຖະບານ ພວມພິຈາລະນາ ຄວາມເປັນໄປໄດ້ ໃນການນໍາເຂົ້າ ນໍ້າມັນຈາກ ຣັດເຊຍ ເພື່ອກະຈາຍຄວາມສ່ຽງ ດ້ານ ຄວາມຕ້ອງການ ທ່າມກາງລາຄາ ພະລັງງານໂລກ ທີ່ປັບເພີ່ມສູງຂຶ້ນ.

ໂດຍບໍລິສັດແຫ່ງຊາດ ຟີລິບປິນ (PNOC) ໄດ້ຕິດຕໍ່ບໍລິສັດນໍ້າມັນຂອງ ຣັດເຊຍ ແຕ່ຍັງບໍ່ມີຂໍ້ສະຫລຸບ ກ່ຽວກັບ ປະລິມານ ຫລື ໄລຍະເວລາ ການຈັດສົ່ງ ໂດຍຂະນະນີ້ ພວມຢູ່ລະຫວ່າງ ລໍຖ້າການຕອບກັບຈາກຝ່າຍ ຣັດເຊຍ.

ນອກນີ້ ຟີລິບປິນ ຍັງເລັ່ງເຈລະຈາ ກັບຜູ້ສົ່ງອອກ ລາຍອື່ນໆເຊັ່ນ: ໄທ, ຍີ່ປຸ່ນ ແລະ ສິງກະໂປ ເພື່ອສົ່ງເສີມຄວາມໝັ້ນຄົງ ດ້ານພະລັງງານ ໃນໄລຍະທີ່ຕະຫລາດໂລກ ມີຄວາມ ປ່ຽນແປງສູງ.

ຂະນະດຽວກັນ ລັດຖະບານ ຢືນຢັນວ່າ ປະລິມານສຳຮອງ ນໍ້າມັນໃນປະເທດ ຍັງພຽງພໍ ຮອງຮັບການໃຊ້ງານໄດ້ເຖິງເດືອນເມສາ ຊຶ່ງຊ່ວຍຫລຸດແຮງກົດດັນ ດ້ານຄວາມຕ້ອງ ການ ໄລຍະສັ້ນ.

KPL

ຂ່າວອື່ນໆ


Top