ເຊກອງ ຈັດບຸນນະມັດສະການເສົາຫລັກເມືອງບັນດາເຜົ່າ ແລະ ອະນຸສາວະລີອົງແກ້ວ

07/01/2026 07:56
Email Print 330
KPL ພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງເຊກອງ ຮ່ວມກັບເມືອງລະມາມ ແລະ ບັນດາບ້ານເທສະບານ ຈັດບຸນນະມັດສະການເສົາຫລັກເມືອງບັນດາເຜ່ົາ ແລະ ອະນຸສາວະລີອົງແກ້ວ ແຂວງເຊກອງ ຂຶ້ນໃນລະຫວ່າງ ວັນທີ 1-3 ມັງກອນ 2026.

    *ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງເຊກອງ ຮ່ວມກັບເມືອງລະມາມ ແລະ ບັນດາບ້ານເທສະບານ ຈັດບຸນນະມັດສະການເສົາຫລັກເມືອງບັນດາເຜ່ົາ ແລະ ອະນຸສາວະລີອົງແກ້ວ ແຂວງເຊກອງ ຂຶ້ນໃນລະຫວ່າງ ວັນທີ 1-3 ມັງກອນ 2026 ຜ່ານມາ ໂດຍມີການນໍາພັກ-ລັດຂັ້ນແຂວງ, ການນໍາເມືອງລະມາມ, ພະເຖລານຸເຖຣະ ແລະ ມວນຊົນແຂວງເຊກອງເຂົ້າຮ່ວມຢ່າງຫລວງຫລາຍ.

     

      ການຈັດງານຄັ້ງນີ້ ກໍເພື່ອສັກກາລະບູຊາເສົາຫລັກເມືອງທີ່ເປັນສູນລວມຈິດໃຈຂອງປະຊາຊົນບັນດາເຜົ່າຊາວແຂວງເຊກອງ ຊ່ຶງໄດ້ມີການຈັດຕັ້ງກອງບຸນຂຶ້ນ 23 ກອງເປັນການອຸທິດສ່ວນບຸນກຸສົນໃຫ້ອະດີດການນຳພັກ-ລັດແຂວງ ແລະ ວິລະບູລຸດຂອງຊາດ ກໍຄືແຂວງເຊກອງ ທ່ານ ອົງແກ້ວ ຜູ້ອົງອາດກ້າຫານ. ພາຍໃນງານໄດ້ມີພິທີແຫ່ຜາສາດເຜິ້ງ, ແຫ່ຂັນໝາກເບັງໃຫຍ່ ໂດຍມີພະເຖລານຸເຖຣະ, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສ່ົງ ພ້ອມມວນຊົນຊາວພຸດທະສາສະໜາເຂົ້າຮ່ວມ. ພ້ອມນີ້, ຍັງມີການຄົບງັນຕາມຮີດຄອງປະເພນີ ໂດຍມີການສະແດງສິລະປະ-ວັນນະຄະດີ ທີ່ເປັນມູນເຊື້ອອັນດີງາມຂອງຄົນລາວ ແລະ ເປັນເອກະລັກຂອງບັນດາເຜົ່າຊາວ ແຂວງເຊກອງ ແລະ ມື້ສຸດທ້າຍໄດ້ມີການຕັກບາດຖວາຍສັງຄະທານ, ກອງບຸນໃຫ້ແກ່ພະສົງຂອງວັດຕ່າງໆພາຍໃນແຂວງເຊກອງ.

            ຂ່າວ: ອັດສະວິນ

KPL

ຂ່າວອື່ນໆ


Top