KPL
ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ຂປລ. ໂດຍມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 835 ສະຫາຍ, ຍິງ 123 ສະຫາຍ ໄດ້ພ້ອມກັນຮັບຮອງເອົາຫລາຍເອກະສານສໍາຄັນຂອງພັກ ຊຶ່ງດໍາເນີນໄປດ້ວຍບັນຍາກາດທີ່ດີ ແລະ ມີຄວາມຮັບຜິດຊອບສູງ, ມີເນື້ອໃນອຸດົມສົມບູນ, ຮັບປະກັນໄດ້ຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວກຳນົດໄວ້. ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ແຈ້ງຜົນການດຳເນີນກອງປະຊຸມໃນມື້ທຳອິດວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 6 ມັງກອນ 2026 ດ້ວຍບັນຍາກາດຄຶກຄ້ືນ, ຕ່ືນເຕ້ັນ ແລະ ພາກພູມໃຈ, ຊຶ່ງແມ່ນເຫດປະຫວັດສາດການທາງດ້ານການເມືອງ-ສັງຄົມອັນ ສໍາຄັນຍິ່ງຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄດ້ດຳເນີນຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ພາຍໃຕ້ບັນຍາກາດສ້າງສັນເອົາການເອົາງານມີຄວາມຮັບຜິດຊອບສູງ. ໃນກອງປະຊຸມໄດ້ຮັບຮອງເອົາຫລາຍ ເອກະສານສໍາຄັນຂອງພັກ ຄື: ຜູ້ແທນກອງປະຊຸມໃຫຍ່ ແລະ ແຂກເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງສູນທອນພົດ ໄຂກອງປະຊຸມໃຫຍ່ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ດ້ວຍເນື້ອໃນທີ່ເລີກເຊິ່ງ, ຄົບຖ້ວນ, ໄດ້ຮັບຟັງລາຍງານກ່ຽວກັບໂຄງການການເມືອງ ສະບັບທີ III ຂອງພັກ, ຮັບຟັງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ຂອງພັກ, ຮັບຟັງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ຮັບຟັງຮ່າງກົດລະບຽບພັກສະບັບປຸງສະໄໝທີ XII ຂອງພັກ.
ພ້ອມກັນນີ້, ຍັງໄດ້ຮັບຟັງການ ປະກອບຄໍາເຫັນຂອງຕາງໜ້າກະຊວງ-ອົງການທັງສູນກາງ ແລະ ທ້ອງຖິ່ນຈໍານວນ 10 ຄຳເຫັນ. ພ້ອມທັງຮັບຮອງເອົາບັນດາເອກະສານຕ່າງໆຢ່າງເປັນເອກກະສັນ ເປັນຕົ້ນຮ່າງໂຄງການການເມືອງ ສະບັບທີ lII, ຮ່າງລາຍງານການເມືອງ ສະໄໝທີ XI, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X ແລະ ຮ່າງກົດລະບຽບສະບັບປັບປຸງຂອງພັກປະຊາຊົນປະຕິວັດລາວ.
ຂ່າວ-ພາບ: ທະນູທອງ
KPL