ຫັນມາເຮັດອາຊີບເສີມພາໃຫ້ຄອບຄົວຮັ່ງມີ

15/09/2025 20:32
Email Print 304
KPL ຂປລ. ດັ່ງທີ່ຮູ້ນໍາກັນແລ້ວວ່າ ໃນຍຸກເສດຖະກິດທຸກມື້ນີ້ ຫລາຍຄອບຄົວອາດພົບຄວາມຫຍຸ້ງຍາກໃນການດຳລົງຊີວິດປະຈຳວັນໂດຍສະເພາະເປັນພະນັກງານລັດ

 

    ຂປລ. ດັ່ງທີ່ຮູ້ນໍາກັນແລ້ວວ່າ ໃນຍຸກເສດຖະກິດທຸກມື້ນີ້ ຫລາຍຄອບຄົວອາດພົບຄວາມຫຍຸ້ງຍາກໃນການດຳລົງຊີວິດປະຈຳວັນໂດຍສະເພາະເປັນພະນັກງານລັດ ອາໃສພຽງແຕ່ເງິນເດືອນຕ້ອງຍອມຮັບວ່າການໃຊ້ຈ່າຍໃນແຕ່ລະເດືອນ ແມ່ນພໍແຕ່ກຸ້ມກິນເທົ່ານັ້ນ ຫລື ບາງຄອບຄົວກໍອາດບໍ່ກຸ້ມກິນກໍມີ, ດ້ວຍເຫດຜົນນັ້ນຈຶ່ງມີພະນັກງານລັດຫລາຍຄົນໄດ້ຊອກຫາທາງອອກໃຫ້ຕົນເອງດ້ວຍການເຮັດອາຊີບເສີມຕາມທ່າແຮງ ແລະ ເງື່ອນໄຂທີ່ຕົນມີຈາກການເອົາເວລາຫວ່າງຫລັງເລີກວຽກເລີກງານຈົນເຮັດໃຫ້ຄອບຄົວມີຊີວິດການເປັນຢູ່ດີຂຶ້ນ, ກາຍເປັນຄອບຄົວມີຢູ່ກິນ, ເໝືອນດັ່ງຄອບຄົວຂອງທ່ານ ນາງ ວິໄລວັນ ພາວັນ ທີ່ເຮັດອາຊີບເສີມດ້ວຍການຍາດເອົາເວລານອກໂມງລັດຖະກອນຫັນມາລ້ຽງປາ, ລ້ຽງກົບ ແລະ ຜະລິດລູກປາ-ລູກກົບ ເພື່ອຈໍາໜ່າຍເຮັດໃຫ້ຄອບຄົວມີລາຍຮັບ150 ລ້ານກວ່າກີບຕໍ່ປີ.

    ທ່ານ ນາງ ວິໄລວັນ ພາວັນ ໄດ້ເລົ່າສູ້ຟັງວ່າ: ຕົນເອງ ແລະ ຜູ້ເປັນຜົວແມ່ນເປັນພະນັກງານລັດທັງສອງ ປັດຈຸບັນຢູ່ບ້ານໂພນສະຫວ່າງ ເມືອງສາມັກຄີໄຊ ແຂວງອັດຕະປື, ພາຍໃນຄອບຄົວຂອງຕົນ ມີທັງໝົດ 4 ຄົນ, ຍິງ 2 ຄົນ ມີແຮງງານສົມບູນ 2 ຄົນ, ຍິງ 1 ຄົນ, ແຮງງານສໍາຮອງ 2 ຄົນ, ໃນເບື້ອງຕົ້ນສະພາບດ້ານເສດຖະກິດຄອບຄົວເຫັນວ່າຍັງຝືດເຄື່ອງອາໃສແຕ່ເງິນເດືອນໃນການໃຊ້ຈ່າຍແມ່ນບໍ່ພຽງພໍ, ເມື່ອເປັນແນວນັ້ນ, ຈຶ່ງໄດ້ປຶກສາກັບຄອບຄົວຊອກຫາທາງອອກ ໂດຍການເຮັດອາຊີບເສີມຫັນມາລ້ຽງປາ ແລະ ຜະລິດລູກປາ ເພື່ອຈຳໜ່າຍ, ໂດຍນໍາໃຊ້ຄວາມຮູ້ດ້ານວິຊາສະເພາະທີ່ຕົນເອງຮຽນມາ ແລະ ທ່າແຮງບົ່ມຊ້ອນຂອງຄອບຄົວທີ່ມີເນື້ອທີ່ດິນ 3.600 ຕາແມັດ, ເບື້ອງຕົ້ນໃນປີ 2000 ຕົນເອງໄດ້ນໍາໃຊ້ເນື້ອທີ່ດິນທີ່ມີສ້າງໜອງລ້ຽງປາ “ຈໍານວນ 6 ໜອງ, ນອກນັ້ນ ແມ່ນໄດ້ຈັດສັນເປັນເນື້ອທີ່ປຸກສ້າງ ແລະ ອື່ນໆ, ສ່ວນແຫລ່ງທຶນທີ່ນໍາມາລົງທຶນ ຈໍານວນໜຶ່ງແມ່ນໄດ້ຈາກການກູ້ສິນເຊື່ອຈາກທະນາຄານສົ່ງເສີມກະສິກຳ ແລະ ອີກຈໍານວນໜຶ່ງແມ່ນທຶນຂອງຕົນເອງ, ໃນການປະຕິບັດຕົວຈິງແມ່ນເລີ່ມຈາກການຜະລິດຈາກນ້ອຍຫາໃຫຍ່ຊອກຮຽນຮູ້ເພີ່ມເຕີມ, ຈາກປະສົບການຕົວຈິງ ແລະ ດໍາເນີນມາເລື້ອຍໆຕໍ່ເນື່ອງມາຮອດປີ 2007 ມີໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໄດ້ມາຕໍ່ຍອດຊ່ວຍດ້ານງົບປະມານຈໍານວນ 24 ລ້ານກວ່າກີບ ເຊິ່ງຕົນເອງໄດ້ນຳເອົາທຶນດັ່ງກ່າວມາປັບປຸງສ້ອມແປງອ່າງປະສົມພັນປາ, ກົບ ແລະ ລະບົບໄຟຟ້າ. ສ່ວນຕະຫລາດຈຳໜ່າຍແມ່ນຂາຍພາຍໃນແຂວງ ແລະ ມີສົ່ງອອກໄປຕ່າງແຂວງຈໍານວນໜຶ່ງ, ຕົກມາໃນສົກປີ 2024 - 2025 ເຫັນວ່າຜົນກໍາໄລຈາກການຂາຍສະເລ່ຍໄດ້ 150 ລ້ານກວ່າກີບ.
   ທ່ານ ນາງ ວິໄລວັນ ພາວັນ ໄດ້ເລົ່າສູ່ຟັງຕື່ມວ່າ: ຜົນໄດ້ຮັບດັ່ງກ່າວ ແມ່ນຍ້ອນການເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມຈາກການຈັດຕັ້ງພັກ, ອໍານາດການປົກຄອງ ແລະ ຫລາຍພາກສ່ວນໃຫ້ທິດຊີ້ນໍາ, ສະໜັບສະໜູນທຶນຮອນບວກກັບຄວາມດຸໝັ່ນຂະຫຍັນພຽນຂອງສະມາຊິກທຸກຄົນພາຍໃນຄອບຄົວ ຈຶ່ງເຮັດໃຫ້ກິດຈະການລ້ຽງປາ ແລະ ລ້ຽງກົບຂອງຕົນໄດ້ຮັບຜົນສໍາເລັດມີຜົນກໍາໄລທີ່ດີ, ເຮັດໃຫ້ຄອບຄົວມີຊີວິດການເປັນຢູ່ດີຂຶ້ນ, ສິ່ງທີ່ພູມໃຈໄປກວ່ານັ້ນ ກິດຈະການຂອງຕົນຍັງໄດ້ກາຍເປັນບ່ອນສຶກສາຮຽນຮູ້ໃຫ້ແກ່ສັງຄົມທົ່ວໄປ ກ່ຽວກັບການລ້ຽງປາ-ລ້ຽງກົບ, ການຜະລິດລູກປາ-ລູກກົບ ຕື່ມອີກ. ໃນຕໍ່ໜ້າຈະສືບຕໍ່ການຜະລິດລູກປາ-ລູກກົບ ໃຫ້ໄດ້ຫລາຍກວ່າເກົ່າ ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ ເຊິ່ງເຫັນວ່ານັບມື້ມີຄວາມຕ້ອງການຫລາຍຂຶ້ນ.
ໂດຍ: ວັດທະນາ


KPL

ຂ່າວອື່ນໆ


Top