ເອກະລັກວັດທະນະທຳສະເພາະຂອງເຜົ່າຕະໂອ້ຍ

15/09/2025 20:43
Email Print 295
KPL ຂປລ. ປະເທດລາວ ເປັນປະເທດທີ່ອຸດົມສົມບູນດ້ວຍວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງຕົນເອງ

   ຂປລ. ປະເທດລາວ ເປັນປະເທດທີ່ອຸດົມສົມບູນດ້ວຍວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງຕົນເອງ ໂດຍສະເພາະແມ່ນຄວາມຫລາກຫລາຍສີສັນຂອງບັນດາເຜົ່າ, ມີເອກະລັກໃນການດຳລົງຊີວິດທີ່ແຕກຕ່າງກັນໄປ.
   ເຜົ່າຕະໂອ້ຍ ແມ່ນຊົນເຜົ່າໜຶ່ງທີ່ດຳລົງຊີວິດ ແລະ ຕັ້ງຖິ່ນຖານພູມລຳເນົາຢູ່ລາວມາໄດ້ຫລາຍຮ້ອຍປີແລ້ວ. ຊົນເຜົ່ານີ້ໄດ້ອົບພະຍົບ ແລະ ເຄື່ອນຍ້າຍເຂົ້າມາດິນແດນລາວພ້ອມດຽວກັນກັບບັນດາຊົນເຜົ່າໃນໝວດພາສາມອນ-ຂະແມ ໃນລະຫວ່າງສະຕະວັດທີ V-VIII. ປັດ ຈຸບັນຊົນເຜົ່ານີ້ ດຳລົງຊີວິດ ແລະ ຕັ້ງຖິ່ນຖານພູມລຳເນົາສ່ວນຫລາຍແມ່ນແຂວງສາລະວັນ, ສະຫວັນນະເຂດ, ຈຳປາສັກ, ເຊກອງ ແລະ ອັດຕະປື. ສຳລັບຊື່ເອີ້ນ ແລະ ຄວາມໝາຍຂອງຊື່ເອີ້ນທີ່ວ່າ: “ຕະໂອ້ຍ” ມີຫລາຍຄົນໃຫ້ຄວາມໝາຍແຕກ ຕ່າງກັນ. ມີບາງທັດສະນະວ່າ: ແມ່ນການເອີ້ນຊື່ຕາມທ້ອງຖິ່ນທີ່ຢູ່ອາໄສ (ຊື່ຂອງພູພຽງຕະໂອ້ຍ ແລະ ຊື່ຂອງເມືອງຕະໂອ້ຍ), ບາງທັດສະນະພັດເວົ້າວ່າ: “ຕະໂອ້ຍ” ແມ່ນຊື່ຂອງເຈົ້າກົກເຈົ້າເຫລົ່າຜູ້ນຳພາຂອງຊົນເຜົ່ານີ້ ຊຶ່ງໃນພາສາຂອງເຂົາເຈົ້າເຊັ່ນ: “ຕະ” ແປວ່າ: ລຸງ ແລະ “ໂອ້ຍ” ແມ່ນຊື່ຂອງຄົນ. ສະນັ້ນ ຄວາມໝາຍຂອງຊືີ່ເອີ້ນ “ຕະໂອ້ຍ” ຍັງເປັນທີ່ສົນໃຈຂອງວິຊາການຊົນເຜົ່າວິທະຍາໃນການຊອກຮູ້ຕໍ່ໄປ. ເມື່ອກ່ອນຊົ່າເຜົ່ານີ້ ມີອາຊີບຫລັກໃນການເຮັດໄຮ່ປູກເຂົ້າ, ປູກພືດຜັກ, ຊອກຢູ່ຫາກິນຕາມທຳມະຊາດ, ຜ່ານຂະບວນການເຄື່ອນຍ້າຍໄປຕັ້ງຖິ່ນຖານບ້ານຊ່ອງຢູ່ແຕ່ລະທ້ອງຖິ່ນມີສະພາບແວດລ້ອມທີ່ແຕກຕ່າງກັນເຮັດໃຫ້ວິຖີການດຳລົງຊີວິດກໍຄືການທຳມາຫາກິນຂອງເຂົາເຈົ້າປ່ຽນແປງໄປ, ມີບາງທ້ອງຖິ່ນກໍມີການຫັນຈາກການເຮັດໄຮ່ມາເຮັດນາ, ລ້ຽງສັດ ເພື່ອເປັນອາຫານ ແລະ ປະກອບພິທີກຳຕ່າງໆ ໂດຍສະເພາະແມ່ນການໃຊ້ເປັນຄ່າດອງ (ຄ່າສິນສອດ) ເວລາລູກຊາຍແຕ່ງດອງ. ມາປັດຈຸບັນມີຊົນເຜົ່າຕະໂອ້ຍ ຈຳນວນໜຶ່ງໄດ້ຫັນອາຊີບມາປູກຕົ້ນໄມ້ກິນໝາກ ເພື່ອເປັນສິນຄ້າສ້າງລາຍຮັບແກ່ຄອບຄົວເຊັ່ນ: ປູກກາເຟ ແລະ ໝາກແໜ່ງເຫລົ່ານີ້ ເປັນຕົ້ນ.

   ລັກສະນະເຮືອນຂອງຊົນເຜົ່າຕະໂອ້ຍ, ຕາມປະເພນີແລ້ວ ເຂົາເຈົ້າມັກຈະປຸກສ້າງເຮືອນແບບເຮືອນຮ້ານຕໍ່າ ແລະ ເປັນເຮືອນຍາວ ໂດຍອາໄສຢູ່ນຳກັນຫລາຍຄອບຄົວ ແລະ ຫລາຍເຊັ່ນຄົນ ຊຶ່ງມີການຂັ້ນເປັນຫ້ອງນ້ອຍສະພາະແຕ່ລະຄອບຄົວໃຜມັນ. ບ້ານຂອງຊົນເຜົ່າຕະໂອ້ຍ ຈະມີເຮືອນສາລາກວນຢູ່ໃຈກາງຂອງບ້ານ ເຊິ່ງເຂົາເຈົ້າຈະໃຊ້ສາລາກວນເປັນສະຖານທີ່ໂຮມຊຸມນຸມ ແລະ ມີການຄຳລຳຄື: ບໍ່ໃຫ້ນັ່ງອີງເສົາເຮືອນ, ບໍ່ໃຫ້ນອນຂວາງເຮືອນ ແລະ ການເຂົ້າ-ອອກເຮືອນຂອງແຂກຕ້ອງເຂົ້າ-ອອກປະຕູທີ່ໃຊ້ສຳລັບຮັບແຂກເທ່ົານັ້ນ. ສຳລັບເຄື່ອງນຸ່ງຫົ່ມປະຈຳຊົນເຜົ່ານັ້ນມີການຖັກແສ່ວລວດລາຍຄ້າຍຄືຂອງຊົນເຜົ່າກຣຽງ ແລະ ຊົນເຜົ່າກະຕູ. ພິເສດອີກຢ່າງໜຶ່ງຊົນເຜ່ົ່າ ຕະໂອ້ຍ ໃນເມື່ອກ່ອນມີປະເພນີການຕັດແຂ້ວ, ບ່ອງຫູ ແລະ ສັກລາຍຕາມຕົນຕົວ ເຊິ່ງປັດຈຸບັນໄດ້ມີການປ່ຽນແປງ ແລະ ກໍບໍ່ນິຍົມອີກແລ້ວ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມນັບທັງເຄື່ອງນຸ່ງຖືຂອງເຂົາເຈົ້າບໍ່ໄດ້ຮັບການສົ່ງເສີມ, ບໍ່ນິຍົມກັນນຸ່ງ ແລະ ບໍ່ມີການອະນຸລັກຮັກສາ, ໄວໜຸ່ມສ່ວນຫລາຍຫັນມາໃຊ້ເຄື່ອງນຸ່ງທີ່ຊື້ຈາກຕະຫລາດຕາມຍຸກສະໄໝ.
   ພ້ອມນີ້, ບຸນປະພນີ ແລະ ພິທີກຳທີ່ສຳຄັນຂອງເຊົາເຜົ່າຕະໂອ້ຍ ໃນປີໜຶ່ງມີການກ່ຽວພັນເຖິງການຄົບຮອບຂອງຜູ້ທີ່ເສຍຊີວິດ ຫລື ເວົ້າຢ່າງໜຶ່ງແມ່ນການເຮັດບຸນລຶບຄົນຕາຍ ເຊິ່ງຕາມພາສາຂອງເຂົາເຈົ້າແມ່ນການເຮັດ “ລະປືບ”. ນອກຈາກນີ້ແລ້ວ, ຍັງມີປະເພນີຕ່າງໆທີ່ເປັນທີ່ເພິ່ງທາງຈິດໃຈພ້ອມທັງປົກປ້ອງຊີວິດຂອງຄົນ, ສັດລ້ຽງ, ເຄື່ອງປູກຂອງຝັງ ແລະ ອື່ນໆ. ດ້ານສິລະປະວັນນະຄະດີພື້ນເມືອງເຂົາເຈົ້າມີກອບຂັບ, ກອນລຳ, ມີບົດຟ້ອນທຳນອງເສບທີ່ເປັນເອກະລັກຂອງຊົນເຜົ່າຕົນ, ມີເຄື່ອງດົນຕີເຊັ່ນ: ຄ້ອງ, ກອງ, ຂຸ່ຍ, ປີ ແລະ ແຄນ. ສິ່ງຂອງເຫລົ່ານີ້ຈະສາມາດພົບເຫັນໄດ້ໃນເວລາຂຶ້ນເຮືອນໃໝ່, ພ້ອມນັ້ນ ເຂົາເຈົ້າຍັງມີນິທານພື້ນເມືອງ, ຄຳຜະຫຍາ, ຄຳສຸພາສິດ ແລະ ອື່ນໆ. ຊົນເຜົ່າຕະໂອ້ຍ ມີພາສາປາກເວົ້າທີ່ເປັນເອກະລັກຂອງຕົນ ຊຶ່ງຈັດຢູໃນໝວດພາສາມອນ-ຂະແມ.


   

KPL

ຂ່າວອື່ນໆ


Top