KPL
ຂປລ. ໃນວັນທີ 31 ກໍລະກົດ 2025 ຜ່ານມາ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍ ກັບ ສະຫາຍ ອານເດຣ ເບຍໂລອູຊົບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ ທີ່ນະຄອນຫລວງ ມົດສະກູ ສ ຣັດເຊຍ.

ໂອກາດດັ່ງກ່າວ, ສອງຝ່າຍໄດ້ທົບທວນຄືນເຖິງການຮ່ວມມືດ້ານການທະຫານ ແລະ ເຕັກ ນິກການທະຫານ ລະຫວ່າງ ສອງກອງທັບ ລາວ-ຣັດເຊຍ ໃນໄລະຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ. ພ້ອມນີ້, ສອງຝ່າຍ ຍັງໄດ້ລົງນາມແຜນຮ່ວມມືຍຸດທະສາດ ໄລຍະ 5 ປີ ລະຫວ່າງ ກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ຕື່ມອີກ.
ການພົບປະດັ່ງກ່າວ, ໄດ້ດໍາເນີນໄປດ້ວຍບັນຍາກາດ ທີ່ມີໄມຕີຈິດມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມສ້າງສາຍພົວພັນມິດ ຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສອງຊາດ, ສອງກອງທັບ ແລະ ປະຊາຊົນ ລາວ-ຣັດເຊຍ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ລວງເລິກ.
ການພົບປະສອງຝ່າຍຄັ້ງນີ້, ມີຂຶ້ນໃນໄລຍະຢ້ຽມຢາມ ສ ຣັດເຊຍ ຢ່າງເປັນທາງການ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໃນລະຫວ່າງ ວັນທີ 30 ກໍລະກົດ-1 ສິງຫາ 2025.
ຂ່າວ: ໜັງສືພິມກອງທັບ
KPL