KPL
ທ່ານ ໂດນັສ ທຣຳ ປະທານາທິບໍດີ ສ.ອາເມລິກາ ປະກາດຜ່ານແພລຟອມ ທຣູໂຊຊຽວວ່າ: ສ. ອາເມລິກາ ໄດ້ຂະຫຍາຍ ໄລຍະເວລາ ການເຈລະຈາ ການຄ້າ ກັບ ເມັກຊິກ ອອກໄປຕື່ມອີກ 90 ວັນ ຫລັງຈາກ ປຶກສາ ຫາລື ທາງໂທລະສັບ ກັບ ປະທານາທິບໍດີ ຄລໍເດຍ ໄຊບາວ ຂອງ ເມັກຊິກ.
ຂປລ.ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 1 ສິງຫາວ່າ: ທ່ານ ໂດນັສ ທຣຳ ປະທານາທິບໍດີ ສ.ອາເມລິກາ ປະກາດຜ່ານແພລຟອມ ທຣູໂຊຊຽວວ່າ: ສ. ອາເມລິກາ ໄດ້ຂະຫຍາຍ ໄລຍະເວລາ ການເຈລະຈາ ການຄ້າ ກັບ ເມັກຊິກ ອອກໄປຕື່ມອີກ 90 ວັນ ຫລັງຈາກ ປຶກສາ ຫາລື ທາງໂທລະສັບ ກັບ ປະທານາທິບໍດີ ຄລໍເດຍ ໄຊບາວ ຂອງ ເມັກຊິກ.
ປັດຈຸບັນ ສິນຄ້າ ທີ່ສົ່ງອອກ ຈາກ ເມັກຊິກ ໄປຍັງ ສ.ອາເມລິກາ ຫາກບໍ່ໄດ້ ຢູ່ພາຍໃຕ້ ການຄຸ້ມຄອງ ໂດຍຂໍ້ຕົກລົງ ການຄ້າ ສ.ອາເມລິກາ-ເມັກຊິກ-ການາດາ (ຢູເອສເອັມຊີເອ) ພວມຜະເຊີນກັບ ອັດຕາ ພາສີ 25% ແລະ ທ່ານ ໂດນັສ ທຣຳ ໄດ້ສົ່ງ ຈົດໝາຍເຖິງ ທ່ານ ຄລໍເດຍ ໄຊບາວ ເມື່ອບໍ່ດົນມານີ້ ໂດຍນາບຂູ່ວ່າ ຈະຂຶ້ນພາສີ ເປັນອັດຕາ 30% ພ້ອມທັງ ໃຫ້ເຫດຜົນ ກ່ຽວກັບ ນະໂຍບາຍ ການປາບປາມຢາເສບຕິດ ເຟນທານິລ ຂ້າມຊາຍແດນ ທີ່ບໍ່ໄດ້ຮັບຜົນ. ເຖິງແມ່ນວ່າ: ສ.ອາເມລິກາ ໄດ້ເກັບພາສີ ນຳເຂົ້າ ເຫລັກ, ອະລູມິນຽມ ແລະ ທອງແດງ ຈາກເມັກຊິກ ໃນອັດຕາ 50% ແລະ ເກັບໃນອັດຕາ 25% ຈາກ ຍານພາຫະນະ ທີ່ ຜະລິດ ໃນເມັກຊິກ. ຢ່າງໃດກໍ່ຕາມ ປະມານ 85% ຂອງ ການສົ່ງອອກ ຈາກເມັກຊິກ ໄປຍັງ ສ.ອາເມລິກາ ເປັນໄປຕາມກົດໝາຍ ແຫລ່ງກຳເນີດ ສິນຄ້າ ຕາມຂໍ້ຕົກລົງ ຢູເອສເອັມຊີເອ./
KPL