ກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ 3 ປະເທດ ຫາລືເສັ້ນທາງການທ່ອງທ່ຽວຮ່ວມກັນ

07/07/2025 09:56
Email Print 162
KPL ຂປລ. ທ້າຍອາທິດຜ່ານມາ, ພະແນກການທ່ອງທ່ຽວ ແຂວງກຸຍໂຈວ ສປ ຈີນ ແລະ ບໍລິສັດທ່ອງທ່ຽວ ຈາກ ສປປ ລາວ, ໄທ ແລະ ມາເລເຊຍ ລວມທັງໝົດ 55 ພາກສ່ວນ. ໃນນັ້ນ, ບໍລິສັດທ່ອງທ່ຽວຈາກ ສປປ ລາວ



ຂປລ. ທ້າຍອາທິດຜ່ານມາ, ພະແນກການທ່ອງທ່ຽວ ແຂວງກຸຍໂຈວ ສປ ຈີນ ແລະ ບໍລິສັດທ່ອງທ່ຽວ ຈາກ ສປປ ລາວ
, ໄທ ແລະ ມາເລເຊຍ ລວມທັງໝົດ 55 ພາກສ່ວນ. ໃນນັ້ນ, ບໍລິສັດທ່ອງທ່ຽວຈາກ ສປປ ລາວ ປະກອບມີ: ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ, ບໍລິສັດ ພົງສະຫວັນ ທ່ອງທ່ຽວ ຈໍາກັດ, ບໍລິສັດ ເຈຍທາຍ ຈໍາກັດ ແລະ ບໍລິສັດ ທ່ອງທ່ຽວເອບີລາວ ຈໍາກັດ ໂດຍມີ ທ່ານ ຈາງມີປ່ຽວ ຫົວໜ້າຫ້ອງການຄຸ້ມຄອງການຕະຫລາດທ່ອງທ່ຽວ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຈາງມີປ່ຽວ ໄດ້ໃຫ້ຮູ້ວ່າ: ກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ ສປປ ລາວ, ໄທ ແລະ ມາເລເຊຍ ໃນຄັ້ງນີ້, ເພື່ອສໍາຫລວດເສັ້ນທາງການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວຕ່າງໆພາຍໃນແຂວງເຊັ່ນ: ສະຖານທີ່ທ່ອງທ່ຽວທາງທໍາມະຊາດ, ປະຫວັດ ສາດ ແລະ ວັດທະນະທໍາ ເປັນຕົ້ນ ສະຖານທີ່ຖ່າຍທໍາຮູບເງົາ ຂອງລາດສະວົງຫັນ ຢູ່ເມືອງຊຽງຕົງນານ, ສະຖານທີ່ທ່ອງທ່ຽວບ້ານຊົນເຜົ່າມົ້ງ ເຊິ່ງເປັນຊົນເຜົ່າທີ່ອາໄສຢູ່ເປັນເວລາ 600 ກວ່າປີ ແລະ ໄດ້ເປີດເປັນສະຖານທີ່ ທ່ອງທ່ຽວໃນປີ 2009, ນໍ້າຕົກຕາດຫວງກູສື, ຂົວປ່າຫລິນ ຈາກກຸຍໂຈວ ຫາ ຄຸນໝິງ ເຊິ່ງມີຄວາມສູງເສົາທາງຕາເວັນຕົກ 186 ແມັດ, ເສົາທາງຕາເວັນຕົກ 201 ແມັດ ສ້າງຂຶ້ນໃນປີ 2005 ແລະ ສໍາເລັດໃນປີ 2009, ພາຍໃນຂົວມີຈຸດຊົມວິວທໍາມະຊາດທີ່ສວຍສົດງົດງາມ ມີຄວາມຍາວ 1.088 ແມັດ ເມືອງອັນຊູນ, ເມືອງບູຮານຝູຫລົງຈ່ຽນ, ຕະຫລາດ ກາງຄືນ ຢູ່ເມືອງເກົ່າກຸຍຢາງ ມີຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານອາຫານ 3.000 ຮ້ານ ເພື່ອບໍລິສັດທ່ອງທ່ຽວ ໄດ້ແລກປ່ຽນໂຄສະນາການທ່ອງທ່ຽວຮ່ວມກັນ ແລະ ຕ່າງຝ່າຍໄດ້ ສ້າງກິດຈະກໍາລາຍ ການທ່ອງທ່ຽວ ພານັກທ່ອງທ່ຽວ ມາສໍາຜັດບັນຍາກາດທີ່ສົດຊື່ນ, ອາຫານທີ່ເປັນເອກະລັກ, ໄດ້ເຫັນວິຖີຊີວິດ, ຮີດຄອງປະເພນີຂອງບັນດາເຜົ່າຢູ່ ແຂວງກຸຍໂຈວ ເຊິ່ງມີທັງໝົດ 48 ຊົນເຜົ່າ. ໃນນັ້ນ, ສ່ວນຫລາຍແມ່ນຊົນເຜົ່າມົ້ງ.

ທ່ານ ຈາງມີປ່ຽວ ຍັງໄດ້ກ່າວອີກວ່າ: ປັດຈຸບັນ, ການເດີນທາງເຂົ້າໄປສະຖານທີ່ ທ່ອງທ່ຽວຕ່າງພາຍໃນແຂວງ ແລະ ເສັ້ນທາງເຊື່ອມຕໍ່ ລະຫວ່າງ ແຂວງກຸຍໂຈວ ຫາແຂວງອື່ນ ກໍມີຄວາມ ສະດວກສະບາຍ ແລະ ມີຫລາຍທາງເລືອກເຊັ່ນ: ທາງລົດໄຟຄວາມໄວສູງ, ທາງດວນ ແລະ ທາງສາຍການບິນ ເຊິ່ງມີເສັ້ນທາງການບິນໂດຍກົງຈາກກຸຍໂຈວ ໄປ 10 ປະເທດ ແລະ ໃນທ້າຍປີນີ້ຈະເປີດຕື່ມອີກ 5 ປະເທດ. ສໍາລັບ ແຂວງກຸຍໂຈວ ແລະ ສປປ ລາວ ໃນອະນາຄົດຈະໄດ້ສືບຕໍ່ຮ່ວມມື ດ້ານດ້ານທ່ອງທ່ຽວໃຫ້ຫລາຍຂຶ້ນ, ການໄປມາກໍມີຄວາມສະດວກ ສະບາຍ ເປັນຕົ້ນຂີ່ລົດໄຟຄວາມໄວສູງໄປຄຸນໝິງ ແລ້ວຕໍ່ສາຍການບິນເຖິງນະຄອນຫລວງວຽງຈັນ ເຊິ່ງເປັນທາງເລືອກໜຶ່ງໃຫ້ນັກທ່ອງທ່ຽວຈາກ ສປປ ລາວ ແລະ ນັກທ່ອງທ່ຽວ ຈາກແຂວງກຸຍໂຈວ ໄດ້ມາທ່ອງທ່ຽວ ແລະ ສໍາຜັດກັບວັດທະນະທໍາ, ຮີດຄອງປະເພນີ ແລະ ສະຖານທີ່ທ່ອງທ່ຽວ ທີ່ສວຍສົດງົດງາມ ເຊິ່ງກັນ ແລະ ກັນ.



ຂ່າວ-ພາບ: ວີລະວັນ

KPL

ຂ່າວອື່ນໆ


Top