KPL
ຂປລ. ໃນວັນທີ 15 ມິຖຸນາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງຈົດໝາຍອວຍພອນເຖິງ ສະຫາຍ ສີ ຈິ້ນ ຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ
ຂປລ. ໃນວັນທີ 15 ມິຖຸນາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງຈົດໝາຍອວຍພອນເຖິງ ສະຫາຍ ສີ ຈິ້ນ ຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເນື່ອງໃນໂອກາດວັນເກີດ ຄົບຮອບ 72 ປີ.
ເນື້ອໃນຈົດໝາຍໄດ້ລະບຸວ່າ: ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄວາມຢື້ຢາມຖາມຂ່າວ ແລະ ຄຳອວຍພອນໄຊອັນປະເສີດ ດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ແລະ ສະໜິດສະໜົມ ຖານສະຫາຍອ້າຍນ້ອງ ມາຍັງ ສະຫາຍ ເນື່ອງໃນໂອກາດວັນເກີດ ຂອງສະຫາຍ ຄົບຮອບ 72 ປີ.
ນະໂອກາດນີ້, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ຜົນສໍາເລັດ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນ ໂດຍສະເພາະ ແມ່ນ ຜົນສໍາເລັດ ໃນການສ້າງສາສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ຕາມທິດຫັນເປັນທັນສະໄໝ ແລະ ມີຄຸນນະພາບສູງ ເຊິ່ງໄດ້ເຮັດໃຫ້ ສປ ຈີນ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດ ແຫ່ງການປົກປັກຮັກສາສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ໃນປັດຈຸບັນ, ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ. ພິເສດ, ຂໍຕີລາຄາສູງ ຕໍ່ຄວາມເອົາໃຈໃສ່ ແລະ ການປະກອບສ່ວນອັນໃຫຍ່ຫລວງ ຂອງ ສະຫາຍ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມື ລາວ-ຈີນ ຕະຫລອດໄລຍະທີ່ຜ່ານມາ ແລະ ຄອງຄອຍທີ່ຈະໄດ້ພົບກັບສະຫາຍອີກຄັ້ງ ເພື່ອພ້ອມກັນປຶກສາຫາລື ກ່ຽວກັບການເພີ່ມທະວີ ສາຍພົວພັນຮ່ວມມື ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ, ລະດັບສູງກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ນັບມື້ນັບຫລາຍຂຶ້ນ.
ຂໍອວຍພອນໃຫ້ ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ອັນມີກຽດສູງສົ່ງຂອງສະຫາຍ.
KPL