KPL
ບັນດາ ສະມາຊິກ ສະພາ ແຫ່ງຊາດ ເຂົ້າຮ່ວມ ກອງປະຊຸມ ສະໄໝ ສາມັນ ເທື່ອທີ 9, ສະພາ ແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຮັບຮອງເອົາ ມະຕິ ວ່າດ້ວຍ ການສັບຊ້ອນ ຫົວໜ່ວຍ ບໍລິຫານ ຂັ້ນແຂວງປີ 2025.

ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ບັນດາ ສະມາຊິກ ສະພາ ແຫ່ງຊາດ ເຂົ້າຮ່ວມ ກອງປະຊຸມ ສະໄໝ ສາມັນ ເທື່ອທີ 9, ສະພາ ແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຮັບຮອງເອົາ ມະຕິ ວ່າດ້ວຍ ການສັບຊ້ອນ ຫົວໜ່ວຍ ບໍລິຫານ ຂັ້ນແຂວງປີ 2025. ເຮັດໃຫ້ ທົ່ວປະເທດ ມີ 34 ຫົວໜ່ວຍ ບໍລິຫານ, ລວມມີ 6 ນະຄອນ ຂຶ້ນກັບ ສູນກາງ ແລະ 28 ແຂວງ. ພາຍຫລັງ ສະພາແຫ່ງຊາດ ຮຽກຮ້ອງ ໃຫ້ບັນດາອົງການ ຕາມສິດອຳນາດ ຂອງຕົນຮີບເຮັ່ງ ປະຕິບັດບັນດາວຽກງານກະກຽມທີ່ຈຳເປັນ ຮັບປະກັນໃຫ້ອຳນາດການປົກຄອງທ້ອງຖິ່ນ ຢູ່ບັນດາແຂວງ, ນະຄອນ ທີ່ໄດ້ຮັບການສ້າງຕັ້ງ ຫລັງການສັບຊ້ອນຄັ້ງນີ້ ເລີ່ມເຄື່ອນໄຫວ ແຕ່ວັນທີ 1 ກໍລະກົດ 2025 ຢ່າງເປັນທາງການ. ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ຢັ້ງຢືນວ່າ: “ບັນດາສະມາຊິກ ສະພາແຫ່ງຊາດ ໄດ້ເຫັນດີຕໍ່ແຜນນະໂຍບາຍ ແລະ ແບບວິທີສັບຊ້ອນ ບັນດາຫົວໜ່ວຍບໍລິຫານ ຂັ້ນແຂວງປີ 2025. ບັນດາສະມາຊິກ ສະພາແຫ່ງຊາດ ມີຄວາມເປັນເອກະພາບສູງ ໂດຍຖືວ່າ ນີ້ແມ່ນ ແຜນນະໂຍບາຍໃຫຍ່ ແມ່ນເຫດການ ສຳຄັນຂອງພັກ ແລະ ລັດ, ມີຄວາມໝາຍ ທາງດ້ານປະຫວັດສາດ ແລະ ການເມືອງ ອັນສັກສິດທີ່ສຸດ ເຊິ່ງບັນດາສະມາຊິກ ສະພາແຫ່ງຊາດຊຸດທີ XV ໄດ້ລົງຄະແນນສຽງ, ຮັບຮອງເອົາມະຕິ”. ທ່ານ ນາງ ຫງວຽນທິທູຮ່າ ສະມາຊິກ ສະພາແຫ່ງຊາດ ແຂວງ ກວາງນິງ ຖືວ່າ: “ບັນດາແຂວງ ພາຍຫລັງ ໂຮມເຂົ້າກັນ ຈະມີຂອບຂະໜາດໃຫຍ່ກວ່າ, ມີເງື່ອນໄຂ ທຳມະຊາດ ແລະ ແຫລ່ງກຳລັງ ທີ່ຫລາກຫລາຍກວ່າ, ມີຄວາມສາມາດສ້າງ, ວາງແຜນຜັງ ພັດທະນາ ເສດຖະກິດ-ສັງຄົມ ທີ່ມີຂອບຂະໜາດໃຫຍ່, ດຶງດູດການລົງທຶນ ຢ່າງແຮງກວ່າ, ຈັດຕັ້ງຄືນ ພື້ນທີ່ຜະລິດ ແລະ ການບໍລິຫານ ຢ່າງເໝາະສົມ ແລະ ຍືນຍົງ.”./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL