ສ້າງຄວາມເຂັ້ມແຂງ ໃຫ້ແກ່ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດສາກົນ

10/06/2025 10:08
Email Print 270
KPL ເມື່ອມໍ່ໆມານີ້ ກະຊວງອຸດສາຫະກໍາ ແລະ ການຄ້າແຫ່ງ ສປປ ລາວ ຮ່ວມກັບສະຖານເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ທີ່ນະຄອນຫລວງວຽງຈັນ ແລະ ອົງການປົກຄອງແຂວງຈໍາປາສັກ ໄດ້ຈັດງານສໍາມະນາດ້ານວິຊາການກ່ຽວກັບເສດຖະກິດ ໃນຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ແກ່ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດສາກົນ”.

     *ເມື່ອມໍ່ໆມານີ້ ກະຊວງອຸດສາຫະກໍາ ແລະ ການຄ້າແຫ່ງ ສປປ ລາວ ຮ່ວມກັບສະຖານເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ທີ່ນະຄອນຫລວງວຽງຈັນ ແລະ ອົງການປົກຄອງແຂວງຈໍາປາສັກ ໄດ້ຈັດງານສໍາມະນາດ້ານວິຊາການກ່ຽວກັບເສດຖະກິດ ໃນຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ແກ່ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດສາກົນ” ໃນໂອກາດສະເຫລີມສະຫລອງວັນຄົບຮອບ 75 ປີ ສາຍພົວພັນການທູດລາວ- ໄທ. ງານສໍາມະນາຄັ້ງນີ້ຈັດຂຶ້ນຢູ່ໂຮງແຮມຈຳປາສັກແກຣນ ແຂວງຈຳປາສັກ ໂດຍການເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳສປປ ລາວ, ພາກສ່ວນກ່ຽວຂ້ອງ, ຫົວໜ່ວຍທຸລະກິດ, ຜູ້ປະກອບການເຂົ້າຮ່ວມ.

     ການສໍາມະນາວິຊາການຄັ້ງນ້ີ ໄດ້ແບ່ງເປັນ 2 ສ່ວນ, ສ່ວນທີ 1 ເວົ້າເຖິງແນວທາງການສົ່ງເສີມການຜະລິດສິນຄ້າກະສິກໍາໃນຮູບແບບສະຫະກອນ ໂດຍຍົກໃຫ້ເຫັນການເຄື່ອນໄຫວຂອງສະຫະກອນຜູ້ປູກພືດຜັກ-ໝາກໄມ້ກັນທະນະລັກຈຳກັດ ຈັງຫວັດສີສະເກດ (ປະເທດໄທ); ກຸ່ມກະສິກອນຜູ້ປູກອາໂວກາໂດ ອຸບົນຣາຊະທານີ (ປະເທດໄທ); ຜູ້ກໍ່ຕັ້ງຍີ່ຫໍ້ (ແບຣນ) ເຂົ້າສີແສນດາວ ແລະ ໂຄງການສີແສງດາວ ໝູ່ບ້ານນາຢອດຈັງຫວັດຮ້ອຍເອັດ (ປະເທດໄທ). ງານສໍາມະນາວິຊາການສ່ວນທີ 2 ຍົກໃຫ້ເຫັນວິທີປະຕິບັດທີ່ດີ ແລະ ແນວຄິດການພັດທະນາຜະລິດຕະພັນ ແລະ ບໍລິການທ້ອງຖິ່ນ ໂດຍຍົກໃຫ້ເຫັນການຄັດສິນຄ້າເຂົ້າວາງຈໍາໜ່າຍໃນປໍ້ານໍ້າມັນ ປຕທ; ການກໍ່ຕັ້ງມີກິນຟາມ ແລະ ການກໍ່ຕັ້ງຍີ່ຫໍ້ (ແບຣນ) ສະເລເຕ (Salete Brand) ຈັງຫວັດຂອນແກ່ນ (ປະເທດໄທ).

    ພາຍຫລັງສໍາເລັດການສໍາມະນາ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າມີຄໍາເຫັນວ່າ: ງານສໍາມະນາຄັ້ງນີ້ສຸດທີ່ມີຄວາມໝາຍສໍາຄັນ ປະກອບສ່ວນເສີມສ້າງສາຍພົວພັນອັນດີລະຫວ່າງລາວ - ໄທ ທີ່ມີມາດົນງານໃຫ້ນັບມື້ແໜ້ນແຟ້ນຂຶ້ນໄປເລື້ອຍໆ ທັງເປັນການເສີມຂະຫຍາຍສາຍພົວພັນ, ການຮ່ວມມືດ້ານເສດຖະກິດ -ການຄ້າ; ງານສໍມະນາຄັ້ງນີ້ມີເນື້ອໃນ ແລະ ເປັນປະໂຫຍດຫລາຍໃນການການສ້າງຄວາມເຂັ້ມແຂງໃຫ້ແກ່ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດສາກົນ. ນອກນີ້ ຍັງເປັນການແບ່ງປັນບົດຮຽນໃນການສົ່ງເສີມດ້ານທຸລະກິດ-ກຸ່ມຜະລິດ ແລະ ສະຫະກອນ, ວິທະຍາກອນມີບົດຮຽນ ແລະ ປະສົບການຕົວຈິງເຮັດໃຫ້ຜູ້ເຂົ້າຮ່ວມສາມາດຮັບຮູ້ເຂົ້າໃຈງ່າຍ ແລະ ໄດ້ຮຽນຮູ້ສ່ິງໃໝ່ໆ ໃນການດໍາເນີນທຸລະກິດ-ການຜະລິດ ຕິດພັນກັບການອະນຸລັກ ແລະ ປົກປັກຮັກສາສິ່ງແວດລ້ອມ.

   ຂະນະທີ່ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ກໍມີຄໍາເຫັນວ່າ: ວິທະຍາກອນເປັນຜູ້ລົງມືປະຕິບັດດ້ວຍຕົນເອງ ການນໍາສະເໜີຕ່າງໆຈິ່ງລະອຽດຈະແຈ້ງ, ຟັງແລ້ວເຂົ້າໃຈງ່າຍ. ນອກນີ້, ການນໍາສະເໜີກໍສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນສອດຄ່ອງກັບແຜນພັດທະນາທຸລະກິດຂະໜາດນ້ອຍ-ຂະໜາດກາງຂອງຄະນະພັກ - ອົງການປົກຄອງແຂວງທັງເປັນບົດຮຽນ-ປະສົບການທີ່ມີຄວາມຈິງໃຈໃນການພັດທະນາ, ສ້າງໃຫ້ມີເວທີ ແລະ ພື້ນທີ່ສໍາລັບຊຸມຊົນ. ຕອນທ້າຍ, ເຈົ້າແຂວງຈໍາປາສັກ ຍັງສະເໜີທ່ານເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ແລະ ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທ ປະຈໍາແຂວງສະຫວັນນະເຂດ ຊ່ວຍເປັນຂົວຕໍ່ປະສານສົມທົບໃຫ້ມີການພົວພັນ ຮ່ວມມືໃນລະດັບແຂວງທີ່ມີຊາຍແດນຕິດຈອດກັນເຊັ່ນ: ແຂວງຈໍາປາສັກ ແລະ ຈັງຫວັດອຸບົນຣາຊະທານີ (ປະເທດໄທ) ໂດຍສະເພາະແມ່ນການຮ່ວມມືທາງດ້ານການຄ້າເຊິ່ງກັນ ແລະ ກັນ. 

ໂດຍ: ເຂົ້າຈານນ້ຳ
(ແຫລ່ງຂໍ້ມູນ: ໜັງສືພິມຈຳປາໃໝ່)

KPL

ຂ່າວອື່ນໆ


Top