KPL
ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກຄົບຮອບ 52 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 26 ປີ ໝູນວຽນມາຄົບຮອບອີກວາລະໜຶ່ງ, ເຊິ່ງປີນີ້ຫລາຍພາກສ່ວນກໍ່ໄດ້ຈັດກິດຈະກຳສະຫລອງວັນດັ່ງກ່າວໃນອາທິດຜ່ານມາ ເພື່ອປູກຈິດສຳນຶກໃຫ້ທົ່ວໂລກ ແລະ ຄົນລາວທຸກຄົນເຫັນໄດ້ຄວາມສຳຄັນຂອງສິ່ງແວດລ້ອມ ແລະ ຮ່ວມກັນແກ້ໄຂບັນຫາໂລກຮ້ອນຂຶ້ນອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ.
*ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກຄົບຮອບ 52 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 26 ປີ ໝູນວຽນມາຄົບຮອບອີກວາລະໜຶ່ງ, ເຊິ່ງປີນີ້ຫລາຍພາກສ່ວນກໍ່ໄດ້ຈັດກິດຈະກຳສະຫລອງວັນດັ່ງກ່າວໃນອາທິດຜ່ານມາ ເພື່ອປູກຈິດສຳນຶກໃຫ້ທົ່ວໂລກ ແລະ ຄົນລາວທຸກຄົນເຫັນໄດ້ຄວາມສຳຄັນຂອງສິ່ງແວດລ້ອມ ແລະ ຮ່ວມກັນແກ້ໄຂບັນຫາໂລກຮ້ອນຂຶ້ນອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ. ປັດຈຸບັນ, ປະຊາກອນໂລກກໍາລັງຜະເຊີນໜ້າກັບສິ່ງທ້າທາຍນາໆປະການອັນເນື່ອງມາຈາກການເສື່ອມໂຊມຂອງສິ່ງແວດລ້ອມ, ການສູນເສຍຄວາມຫລາກຫລາຍທາງດ້ານຊີວະນາໆພັນ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນຕົ້ນບັນຫາມົນລະພິດ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະ ອາກາດທີ່ຮ້ອນອົບເອົ້ານັບມື້ນັບເພີ່ມຂຶ້ນ.
ສຳລັບ ສປປ ລາວ ພັກ ແລະ ລັດຖະບານກໍ່ໄດ້ເອົາໃຈໃສ່ສົ່ງເສີມປົກປັກຮັກສາ, ສ້າງຈິດສຳນຶກພ້ອມທັງປຸກລະດົມບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດໃຫ້ເຫັນເຖິງຄວາມສຳຄັນຂອງການມີສິ່ງແວດລ້ອມທີ່ດີ, ຂຽວສະອາດງາມຕາ, ປາສະຈາກມົນລະພິດ, ໂດຍໄດ້ກຳນົດໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມສະບັບທຳອິດ ປີ 1999 ໂດຍໄດ້ລະບຸວ່າ” ສປປ ລາວ ຖືເອົາວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມແຫ່ງຊາດ ເພື່ອສົ່ງເສີມ, ປູກຈິດສຳນຶກ ແລະ ຍົກລະດັບຄວາມຕື່ນຕົວໃນການປົກປັກຮັກສາສິ່ງແລດລ້ອມໃຫ້ແກ່ປະຊາຊົນ, ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອົງການປົກຄອງທ້ອງຖິ່ນຕ້ອງສ້າງຂະບວນການ ແລະ ຈັດພິທີສະເຫລີມສະຫລອງດ້ວຍຮູບການທີ່ເໝາະສົມ” ດັ່ງນັ້ນ, ນັບແຕ່ ວັນທີ 5 ມິຖຸນາ 1999 ເປັນຕົ້ນມາ ສປປ ລາວ ຈຶ່ງຖືເອົາວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມແຫ່ງຊາດເຊິ່ງມາຮອດປີນີ້ຄົບຮອບ 26 ປີ ສະເຫລີມສະຫລອງພາຍໃຕ້ຫົວຂໍ້ “ຫລຸດຜ່ອນການນຳໃຊ້ປລາສຕິກເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໃສ”.
ການສະເຫລີມສະຫລອງວັນສິ່ງແວດລ້ອມ ໃນຄັ້ງນີ້, ເປັນອີກປີໜຶ່ງ ທີ່ມີຄວາມໝາຍສຳຄັນ ເພື່ອເປັນການປູກຈິດສຳນຶກ ແລະ ທັງເປັນການປຸກລະດົມໃຫ້ທຸກພາກ ສ່ວນໃນສັງຄົມທັງພາກລັດ, ເອກະຊົນ, ອົງການຈັດຕັ້ງທາງສັງຄົມ, ປະຊາຊົນບັນດາເຜົ່າ ແລະ ອົງການຈັດຕັ້ງສາກົນ ເພີ່ມທະວີຄວາມເປັນເຈົ້າການ ແລະ ພ້ອມກັນປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ໄປຕາມທິດຍືນຍົງ ແລະ ສີຂຽວ, ຄຸ້ມຄອງສິ່ງແວດລ້ອມ ຂອງພວກເຮົາໃຫ້ມີສິ່ງແວດລ້ອມທີ່ດີ, ປາສະຈາກມົນລະພິດ ເປັນຕົ້ນອາກາດທີ່ດີ, ສາຍນໍ້າທີ່ໄສສະອາດ, ປ່າໄມ້ທີ່ອຸດົມສົມບູນ, ຊີວະນາໆພັນທີ່ມີຄວາມຫລາກຫລາຍ, ດິນ, ຊັບພະຍາກອນ, ແຮ່ທາດທີ່ມີຄວາມອຸດົມສົມບູນ ແລະ ຍືນຍົງໄວ້ຮອດເຊັ່ນລູກເຊັ່ນຫລານ. ຂະນະທີ່ເມືອງວິລະບູລີ ແຂວງສະຫວັນນະເຂດ ຮ່ວມກັບບໍລິສັດລ້ານຊ້າງ ມີເນໂຣນສ໌ຈໍາກັດ ໄດ້ຈັດພິທີປູກຕົ້ນໄມ້ ເພື່ອເປັນການສະເຫລີມສະຫລອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ. ສໍາລັບເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້ ມີຈໍານວນທັງໝົດ 200 ເບ້ຍ ແລະ ໄດ້ມອບເບ້ຍໄມ້ໃຫ້ເມືອງ ເພື່ອໄປປູກຟື້ນຟູປ່າເຂດໜອງທ່າດາ ແລະ ສະຖານທີ່ສໍາຄັນຂອງເມືອງອີກ 400 ເບ້ຍ ແລະ ໄດ້ແຈກຢາຍຖົງແພ 150 ຖົງ, ໝວກ 250 ຫົວ ແລະ ຈອກເຫລັກ 150 ອັນ ທີ່ ສາມາດນໍາກັບມານໍາໃຊ້ຄືນໄດ້ອີກເຊິ່ງໄດ້ຮັບການປະກອບສ່ວນຈາກບໍລິສັດລ້ານ ຊ້າງມີເນໂຣນສ໌ ຈໍາກັດ ລວມມີປະເພດໄມ້ດູ່, ໄມ້ແຕ້ຄ່າ, ໄມ້ແຕ້ໜາມ, ໄມ້ກະຈະ. ຈາກນ້ັນ, ການນໍາຂອງເມືອງ ພ້ອມດ້ວຍແຂກທຸກພາກສ່ວນທີ່ເຂົ້າຮ່ວມໃນພິທີຄັ້ງນີ້ ກໍ່ໄດ້ຮ່ວມກັນປູກຕົ້ນໄມ້ ຢູ່ທີ່ເດີ່ນຫ້ອງວ່າການປົກຄອງ ຄອງຢ່າງເປັນຂະບວນຟົດຟື້ນ.
ພ້ອມນັ້ນ, ທີ່ທ່າພະບາດ ແຂວງບໍລິຄຳໄຊ ກໍໄດ້ຈັດພິທີສະເຫລີມສະຫລອງວັນສິ່ງແວດລ້ອມໂລກ ຄົບຮອບ 52 ປີ ແລະ ແຫ່ງຊາດຄົບຮອບ 26 ປີ ຂຶ້ນໃນວັນທີ 5 ມິຖຸນາ 2025 ຢູ່ທີ່ຫ້ອງປະຊຸມປົກຄອງເມືອງທ່າພະບາດ ໂດຍມີການນຳພັກແຂວງ, ມີບັນດາກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະພະແນກ, ຫົວຫນ້າຫ້ອງການ, ຮອງຫ້ອງການ, ຄະນະພັກ-ຄະນະກອງບັນຊາການ ປກຊ-ປກສ, ແຂກຖືກເຊີນຈາກ 6 ເມືອງ, ນາຍບ້ານ, ຄູອາຈານ-ນ້ອງນັກຮຽນຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມ.
ສຳລັບທ່າພະບາດແມ່ນໄດ້ມີກິດຈະກຳຍ່າງເພື່ອສຸຂະພາບພ້ອມ ທັງອະນາໄມເກັບສິ່ງເສດເຫລືອຕາມເສັ້ນທາງ 13 ໃຕ້ ພາຍໃນເທສະບານເມືອງ ໂດຍເລີ່ມແຕ່ໂຮງຮຽນມັດທະຍົມຕົ້ນພະບາດ ຫາ ຫ້ອງວ່າການປົກຄອງເມືອງ ແລະ ກິດຈະກຳປູກໄມ້ກິນໝາກຢູ່ທີ່ເດີ່ນຫ້ອງວ່າການປົກຄອງເມືອງ, ພ້ອມກັນນີ້; ຍັງໄດ້ມອບໃບຢັ້ງຢືນຮັບຮອງໂຮງຮຽນຂຽວສະອາດງາມຕາປະເພດ I ໃຫ້ກັບໂຮງຮຽນ ມສ ປາກທວາຍ ແລະ ປະເພດ II ໃຫ້ ໂຮງຮຽນ ມ ຕົ້ນນາໄຊ ຕື່ມອີກ. ສ່ວນຢູ່ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ ແຫ່ງຊາດ ຄົບຮອບ 45 ປີ, ພ້ອມ ທັງສະເຫລີມສະຫລອງວັນສິ່ງ ແວດລ້ອມໂລກ ຄົບຮອບ 52 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 26 ປີ ຢູ່ທີ່ເດີ່ນວັດປ່າ ພະບາດພູເຂົາຄວາຍບ້ານນາຍາງ. ສໍາລັບແຜນການປູກຕົ້ນໄມ້ໃນປີ 2025 ໃນທົ່ວເມືອງສູ້ຊົນໃຫ້ໄດ້ 18,000 ເຮັກຕາ, ເບ້ຍໄມ້ທີ່ນໍາມາປູກຄັ້ງນີ້ມີທັງໝົດ 600 ເບ້ຍ, ປະກອບມີຕົ້ນໂພ, ເບ້ຍໄມ້ອຸດສາຫະກໍາ, ແລະ ໄມ້ປະດັບ, ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ ແລະ ຄຸນປະໂຫຍດຂອງປ່າໄມ້, ການເຄື່ອນໄຫວຄຸ້ມຄອງປ່າໄມ້, ຕ້ານໄຟ້ໄໝ້ລາມປ່າ ແລະ ເນື້ອທີ່ດິນປ່າໄມ້, ການລົງເຜີຍແຜ່ກົດໝາຍວ່າດ້ວຍປ່າໄມ້ ແລະ ການເຄື່ອນໄຫວຮ່ວມກັບກອງຄຸ້ມຄອງອຸທິຍານແຫ່ງຊາດພູເຂົາຄວາຍຕໍ່ກັບວຽກງານອະນຸລັກປ່າໄມ້, ສັດ ນໍ້າ ແລະ ສັດປ່າໃນໄລຍະຜ່ານມາ.
ເພື່ອເຮັດໃຫ້ພິທີໃນຄັ້ງນີ້ມຄວາມໝາຍຄວາມສໍາຄັນ ແລະ ມີເນື້ອໃນສໍາຄັນອັນເລິກເຊິ່ງ, ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ ໄດ້ທົບທວນຄືນ ໂດຍຫຍ້ໍກ່ຽວກັບວັນປູກຕ້ົນໄມ້ແຫ່ງຊາດ 1 ມີຖຸນາ ກົງກັບວັນເດັກນ້ອຍສາກົນ, ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ເພື່ອເປັນການປຸກລະດົມມາຍັງຄະນະພັກ, ຄະນະນໍາທຸກຂັ້ນ, ລູກຫລານ, ພໍ່ແມ່ປະຊາຊົນບັນດາເຜົ່າຊາວເມືອງທຸລະຄົມ ໃຫ້ຮູ້ຈັກຄຸນປະໂຫຍດ ແລະ ຄຸນຄ່າຂອງປ່າໄມ້, ຈົ່ງພ້ອມກັນມີສ່ວນຮ່ວມໃນການຄຸ້ມຄອງນໍາໃຊ້ປ່າໄມ້ແບບຍືນຍົງ, ອະນຸລັກປ່າໄມ້, ເຄື່ອງປ່າຂອງດົງ, ຊີວະນາໆພັນໃຫ້ຂຽວງາມຮົ່ມເຢັນ ແລະ ບໍ່ບົກແຫ້ງ; ພ້ອມນ້ັນກໍໃຫ້ເອົາໃຈໃສ່ໃນການຕ້ານ, ສະກັດກັ້ນໄຟໄໝ້ລາມປ່າ, ທີ່ດິນປ່າໄມ້, ປະສານສົມທົບກັບການຈັດຕັ້ງບ້ານ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຕ້ານການບຸກລຸກປ່າໄມ້ໃນທຸກຮູບແບບ; ຄຸ້ມຄອງ, ຕິດຕາມ, ກວດກາຫົວໜ່ວຍ ດໍາເນີນທຸລະກິດກ່ຽວກັບໄມ້, ຮ້ານຂາຍໄມ້ແປຮູບ, ບັນດາໂຮງເລື່ອຍ, ເຕົາຖ່ານໃຫ້ເຂົ້າສູ່ລະບຽບກົດໝາຍ,ຈໍາກັດຊ່ອງວ່າງ, ການສ່ວຍໃຊ້, ລັກລອບຕັດ, ຊື້, ຂາຍໄມ້ຢ່າງແຂງແຮງ; ຕ້ອງປຸກລະດົມທົ່ວສັງຄົມໃຫ້ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນປີ 2025 ນີ້ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ, ເຂົ້າຮ່ວມວຽກງານອະນຸລັກປ່າ, ສັດນໍ້າ, ສັດປ່າ, ຟື້ນຟູປ່າທີ່ຖືກທໍາລາຍໃນໄລຍະຜ່ານມາ ແລະ ປູກຕົ້ນໄມ້ໃຫ້ໄດ້ຕາມແຜນການວາງໄວ້.
KPL