ພຽງ 5 ເດືອນ ດ້ານພາສີສາກົນຂົວມິດຕະພາບ ແລະ ທ່າບົກສະຫວັນນະເຂດ ເກັບລາຍຮັບໄດ້ 772 ຕື້ກີບ

10/06/2025 09:49
Email Print 254
KPL ໃນ 5 ເດືອນຕົ້ນປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ເກັບລາຍຮັບໄດ້ 772 ຕື້ກີບເພີ່ມຂຶ້ນ 15,75%.

     *ໃນ 5 ເດືອນຕົ້ນປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ເກັບລາຍຮັບໄດ້ 772 ຕື້ກີບເພີ່ມຂຶ້ນ 15,75%. ຕາມການໃຫ້ຮູ້ຂອງ ທ່ານ ພຸດທະມີໄຊ ພັນທະນາໄລ  ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 5 ເດືອນຕົ້ນປີ 2025 ມີທັງຜົນສໍາເລັດ ແລະ ສິ່ງທ້າທາຍ, ແຕ່ໂດຍພື້ນຖານກົນໄກການຄຸ້ມຄອງໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການກໍານົດເຮັດໃຫ້ການຄຸ້ມຄອງວຽກງານຂອງດ່ານໄດ້ດໍາເນີນໄປຢ່າງຄ່ອງຕົວ ແລະ ວຽກງານຕົ້ນຕໍໄດ້ສຸມໃສ່ການຈັດເກັບລາຍຮັບຕິດພັນກັບການເຄື່ອນໄຫວວຽກງານອື່ນໆທີ່ປິ່ນອ້ອມ. ສະເພາະດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດປະກອບມີ: 1 ດ່ານພາສີທ້ອງຖິ່ນ, 4 ດ່ານພາສີປະເພນີ ແລະ 3 ໜ່ວຍງານຂຶ້ນກັບ, ເຊິ່ງໄດ້ເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການຄຸ້ມຄອງການນຳເຂົ້າ-ສົ່ງອອກ, ຜ່ານແດນສິນຄ້າເຄື່ອງຂອງ, ການນໍາເຂົ້າ-ອອກຜ່ານດ່ານຂອງພາຫະນະ ແລະ ຜູ້ໂດຍສານ, ການຈັດເກັບລາຍຮັບເຂົ້າງົບປະມານເພື່ອໃຫ້ສາມາດບັນລຸໄດ້ຕາມແຜນ ຫລື ລື່ນແຜນການທີ່ວາງໄວ້.


    ໃນປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ໄດ້ຮັບຕົວເລກລາຍຮັບຈາກພາສີປະຈຳແຂວງ 1.778 ຕື້ກີບ, ເຊິ່ງຄະນະດ່ານໄດ້ມີຄວາມເອກະພາບ, ບວກກັບຄວາມຮັບຜິດຊອບສູງຕາມທີ່ໄດ້ຮັບມອບໝາຍ ແລະ ໃຫ້ການບໍລິການອຳນວຍຄວາມສະດວກບົນລະບຽບຫລັກການ, ປັບປຸງແກ້ໄຂຂອດບໍລິການພາຍໃນດ່ານໃຫ້ມີຄວາມສະດວກ, ວ່ອງໄວ, ຮັັບປະກັນໄດ້ດ້ານລະບຽບກົດໝາຍ, ການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ ແລະ ບັນຫາອື່ນໆສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນ 5 ເດືອນປີ 2025 ໄດ້ທັງໝົດ 772.04 ຕື້ກີບ ຫລື ເທົ່າກັບ 43,42% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນປີ 2024 ເພີ່ມຂຶ້ນ 15,75% ຄິດເປັນເງິນປະມານ 105,07 ຕື້ກີບ, ເຊິ່ງລາຍຮັບສ່ວນໃຫຍ່ຢູ່ດ່ານໄດ້ຈາກການສົ່ງອອກ, ພາສີ-ອາກອນຂາເຂົ້າ, ປະເພດນໍ້າມັນເຊື້ອໄຟ, ການນໍາເຂົ້າພາຫະນະ (ເປັນຄັນ), ສິ້ນສ່ວນ ແລະ ອາໄຫລ່ພາຫະນະ, ສິນຄ້ານໍາເຂ້ົາ-ສ່ົງອອກຕ່ໍ ແລະ ຄ່າທໍານຽມຕ່າງໆ.


   ທ່ານ ພຸດທະມີໄຊ ກ່າວຕື່ມວ່າ: ສຳລັບທິດທາງແຜນການໝົດປີ 2025 ດ່ານພາສີສາກົນຂົວມິດຕະພາບ2 ແລະ ທ່າບົກສະຫວັນນະເຂດ, ຈະສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນ ແລະ ລື່ນແຜນການປີພ້ອມທັງສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ພາສີປະຈຳດ່ານ ດ້ວຍການບຸກລະທຸຫັນເປັນທັນສະໄໝໃຫ້ສາມາດກາຍເປັນພະນັກງານຊຳນານງານ, ນໍາໃຊ້ເຄື່ອງມືທີ່ທັນສະໄໝເປັນຕົ້ນລະບົບ ແຈ້ງພາສີໂດຍສັງເຂບ, ລະບົບ NSWA+, ລະບົບຄຸ້ມຄອງແຜນນໍາເຂົ້າ (Master List), ລະບົບຊໍາລະພັນທະງົບປະມານແຫ່ງລັດແບບລວມສູນ FINLINK, Easypass ຊໍາລະຄ່າທຳນຽມ ແລະ ຄ່າບໍລິການ, ລະບົບ D53 ແລະ ອື່ນໆເຂົ້າໃນວຽກງານວິຊາສະເພາະ ແລະ ກຳນົດແຜນວຽກແຜນງານປະຈຳອາທິດ, ເດືອນ, ງວດ, ປີໃຫ້ຈະແຈ້ງເພ່ືອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານນຳເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ສາມາດເກັບລາຍຮັບໃຫ້ຄົບຖ້ວນ ແລະ ຖືກຕ້ອງ.

KPL

ຂ່າວອື່ນໆ

    • ເຫລົ້າຂາວ ບ້ານພັ້ນ ສິນຄ້າຄຸນນະພາບດີ ຈາກແຂວງຊຽງຂວາງບົດ-ສາລະຄະດີ

      ເຫລົ້າຂາວ ບ້ານພັ້ນ ສິນຄ້າຄຸນນະພາບດີ ຈາກແຂວງຊຽງຂວາງ

      6/10/2025 11:33:47 AM

      ບ້ານພັ້ນ ເມືອງແປກ ແຂວງຊຽງຂວາງ ເປັນອີກບ້ານໜຶ່ງທີ່ເຮັດອາຊີບການຜະລິດເຫລົ້າຂາວເປັນສິນຄ້າມາແຕ່ດົນນານ ຈົນມີຊື່ສຽງໂດ່ງດັງ ແຕ່ເມື່ອກ່ອນການຜະລິດຂອງປະຊາຊົນຍັງປະຖົມປະຖານເຮັດໃຫ້ລາຍຮັບບໍ່ຫລາຍຄືປັດຈຸບັນ ທີ່ມີໂຄງການ ກອຍກາເຂົ້າມາຊ່ວຍເຫລືອທາງດ້ານທຶນຮອນ ແລະ ຄວາມຮູ້ດ້ານວິຊາການເຮັດໃຫ້ປະຊາຊົນມີລາຍຮັບຢ່າງໝັ້ນຄົງ.

    • ສ້າງຄວາມເຂັ້ມແຂງ ໃຫ້ແກ່ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດສາກົນບົດ-ສາລະຄະດີ

      ສ້າງຄວາມເຂັ້ມແຂງ ໃຫ້ແກ່ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດສາກົນ

      6/10/2025 10:08:17 AM

      ເມື່ອມໍ່ໆມານີ້ ກະຊວງອຸດສາຫະກໍາ ແລະ ການຄ້າແຫ່ງ ສປປ ລາວ ຮ່ວມກັບສະຖານເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ທີ່ນະຄອນຫລວງວຽງຈັນ ແລະ ອົງການປົກຄອງແຂວງຈໍາປາສັກ ໄດ້ຈັດງານສໍາມະນາດ້ານວິຊາການກ່ຽວກັບເສດຖະກິດ ໃນຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ແກ່ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດສາກົນ”.

    • ຫລາຍພາກສ່ວນຮ່ວມສະຫລອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອງແຫ່ງຊາດບົດ-ສາລະຄະດີ

      ຫລາຍພາກສ່ວນຮ່ວມສະຫລອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອງແຫ່ງຊາດ

      6/10/2025 9:43:12 AM

      ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກຄົບຮອບ 52 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 26 ປີ ໝູນວຽນມາຄົບຮອບອີກວາລະໜຶ່ງ, ເຊິ່ງປີນີ້ຫລາຍພາກສ່ວນກໍ່ໄດ້ຈັດກິດຈະກຳສະຫລອງວັນດັ່ງກ່າວໃນອາທິດຜ່ານມາ ເພື່ອປູກຈິດສຳນຶກໃຫ້ທົ່ວໂລກ ແລະ ຄົນລາວທຸກຄົນເຫັນໄດ້ຄວາມສຳຄັນຂອງສິ່ງແວດລ້ອມ ແລະ ຮ່ວມກັນແກ້ໄຂບັນຫາໂລກຮ້ອນຂຶ້ນອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ.

    • ພະຍາດເລືອດດຳແມ່ນຫຍັງບົດ-ສາລະຄະດີ

      ພະຍາດເລືອດດຳແມ່ນຫຍັງ

      6/10/2025 9:26:44 AM

      ພະຍາດໄຂ້ເລືອດດຳ ແມ່ນເກີດຈາກເຊື້ອຈຸລິນຊີຊະນິດໜ່ຶງທ່ີເກີດຕາມທຳມະຊາດຢູ່ໃນດິນ, ພົບຫລາຍໃນຂົງເຂດພື້ນທີ່ທົ່ວໂລກ ແລະ ສັດຈະສາມາດຕິດເຊື້ອພະຍາດນີ້ໄດ້ ເຊັ່ນ: ງົວ, ຄວາຍ, ແບ້, ໝູ ແລະ ສັດປ່າບາງຊະນິດ.

    • ກົດໝາຍວ່າດ້ວຍການປະກັນສັງຄົມບົດ-ສາລະຄະດີ

      ກົດໝາຍວ່າດ້ວຍການປະກັນສັງຄົມ

      6/10/2025 9:22:07 AM

      ມາພໍ້ກັນກັບຄໍລໍາ “ຊີວິດ-ກົດໝາຍ” ໜັງສືພິມປະເທດລາວອີກເທື່ອໜຶ່ງ ເຊິ່ງສະບັບນີ້ມາສະເໜີກົດໝາຍວ່າດ້ວຍການປະກັນສັງ ຄົມຕື່ມ ໂດຍຕໍ່ໝວດທີ 3 ການອຸດໜູນອອກລູກ ຫລື ຫລຸລູກໃຫ້ທ່ານຜູ້ອ່ານຕື່ມ.


Top