KPL
ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ໂຄງການຮ່ວມມື ພັດທະນາ ແລະ ໃຫ້ບໍລິການ ລະບົບໂຄງລ່າງພື້ນຖານປັນຍາປະດິດ ໂດຍນຳໃຊ້ພະລັງງານສີຂຽວ ລະຫວ່າງ ສູນຂໍ້ມູນແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ບໍລິສັດ ຊີລີຄອນ ເທັກ ພາກ(ລາວ) ຈໍາກັດຜູ້ດຽວ

ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ໂຄງການຮ່ວມມື ພັດທະນາ ແລະ ໃຫ້ບໍລິການ ລະບົບໂຄງລ່າງພື້ນຖານປັນຍາປະດິດ ໂດຍນຳໃຊ້ພະລັງງານສີຂຽວ ລະຫວ່າງ ສູນຂໍ້ມູນແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ບໍລິສັດ ຊີລີຄອນ ເທັກ ພາກ(ລາວ) ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນ ໃນວັນທີ 30 ພຶດສະພາ 2025 ຜ່ານມາ ໂດຍການລົງນາມ ລະຫວ່າງ ທ່ານ ພູທອງ ສີສະຫວັດ ຮັກສາການຫົວໜ້າສູນຂໍ້ມູນແຫ່ງຊາດ ແລະ ທ່ານ ກະບິນ ສົມພົງໄຊຍາກຸນ ຜູ້ອຳນວຍການບໍລິສັດ ຊີລີຄອນ ເທັກ ພາກ(ລາວ) ໂດຍມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ການເຊັນບົດບັນທຶກຮ່ວມມື ໃນຄັ້ງນີ້, ສອງຝ່າຍ ຈະໄດ້ຮ່ວມມືກັນສ້າງສູນປັນຍາປະດິດ ເພື່ອເຮັດເປັນໂຄງການທົດລອງ(Pilot Project), ພັດທະນາ ແລະ ໃຫ້ບໍລິການລະບົບໂຄງລ່າງພື້ນຖານປັນຍາປະດິດ (Artificial Intelligence Infrastructure) ໂດຍນໍາແຫລ່ງພະລັງງານ ໄຟຟ້າສະອາດ ແລະ ຮ່ວມກັນສຶກສາສຳຫລວດຄວາມເປັນໄປໄດ້ ໃນການສ້າງເຂດເສດຖະກິດພິເສດ ດ້ານປັນຍາປະດິດ (AI Special Economic Zone) ໃນພື້ນທີ່ຫລາຍກວ່າ 150 ເຮັກຕາ ໃນຂອບເຂດນະຄອນຫລວງວຽງຈັນ ເພື່ອດຶງດູດການລົງທຶນ, ພັດທະນາດ້ານໂຄງລ່າງພື້ນຖານ ແລະ AI ທີ່ຈະນໍາໃຊ້ພະລັງງານໄຟຟ້າສະອາດ. ທັງນີ້, ກໍເພື່ອແນໃສ່ຊຸກຍູ້ສົ່ງເສີມ ໃນການພັດທະນາດ້ານ AI ແລະ ສົ່ງເສີມການຫັນເປັນດີຈິຕອນ ຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ.
ພາບ: ອ່າຍຄຳ
KPL