ບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສລາວ ສະຫອງວັນເດັກນ້ອຍສາກົນ

03/06/2025 09:49
Email Print 200
KPL ຂປລ. ບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສລາວ (SOS) ຈັດງານສະເຫລີມສະຫລອງ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ, ພ້ອມທັງເປັນການລະດົມທຶນ ເພື່ອຊ່ວຍເຫລືອເດັກ ນ້ອຍ ເອັສໂອເອັສ ລາວ ໃນ​ວັນ​ທີ 30 ພຶດສະພາ 2025 ຜ່ານ​ມາ ​ໂດຍ​ມີ ທ່ານ ນາລີ ສີສຸລິດ ພັນລະຍາປະທານປະເທດ ແຫ່ງ ສປປ ລາວ, ປະທານກິດຕິມະສັກ ຄະນະກຳມະການຄຸ້ມຄອງ ບ້ານຊ່ວຍເຫລືອເດັກນ້ອຍ SOS, ມີລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ບັນດາຫົວໜ້າກົມ, ຕາງໜ້າພາກສວ່ນກຽ່ວຂ້ອງພາກລັດ ແລະ ເອກະຊົນ



ຂປລ. ບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສລາວ (
SOS) ຈັດງານສະເຫລີມສະຫລອງ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ, ພ້ອມທັງເປັນການລະດົມທຶນ ເພື່ອຊ່ວຍເຫລືອເດັກ ນ້ອຍ ເອັສໂອເອັສ ລາວ ໃນ​ວັນ​ທີ 30 ພຶດສະພາ 2025 ຜ່ານ​ມາ ​ໂດຍ​ມີ ທ່ານ ນາລີ ສີສຸລິດ ພັນລະຍາປະທານປະເທດ ແຫ່ງ ສປປ ລາວ, ປະທານກິດຕິມະສັກ ຄະນະກຳມະການຄຸ້ມຄອງ ບ້ານຊ່ວຍເຫລືອເດັກນ້ອຍ SOS, ມີລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ບັນດາຫົວໜ້າກົມ, ຕາງໜ້າພາກສວ່ນກຽ່ວຂ້ອງພາກລັດ ແລະ ເອກະຊົນ, ພ້ອມດ້ວຍ​ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ ​ແລະ ຮັບ​ຊົມຮ້ອງເພງ, ຂັບລຳ ແລະ ຟ້ອນລວມໝູ່ຍິງ-ຊາຍ ຈາກ​ນ້ອງ​ນັກຮຽນ,




ໂອກາດນີ້
, ທ່ານ ນາງ ນາລີ ສີສຸລິດ ​ໄດ້​ມີ​ຄໍາ​ເຫັນວ່າ: ການຈັດງານສະເຫລີມສະຫລອງວັນ ເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ແລະ ກິດຈະກໍາລະດົມທຶນຊ່ວຍເຫລືອເດັກນ້ອຍ SOS ລາວ ກໍຄື ເດັກດ້ອຍໂອກາດໃນຂອບເຂດທົ່ວປະເທດ ແມ່ນມີຄວາມໝາຍສໍາຄັນ; ວັນເດັກນ້ອຍສາກົນເປັນວັນໜຶ່ງ ທີ່ມີຄວາມໝາຍສໍາຄັນພິເສດ ສໍາລັບເດັກທຸກຄົນ, ເດັກໃນມື້ນີ້ຈະກາຍເປັນຜູ້ໃຫຍ່ໃນມື້ໜ້າ ຖ້າຫາກເດັກໄດ້ຮັບການເບິ່ງແຍງດູແລ ແລະ ສຶກສາອົບຮົມບົ່ມສອນທີ່ດີ ຈະສາມາດເປັນກໍາລັງແຮງປະກອບສ່ວນ ເຂົ້າໃນການພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າ ໃນອະນາຄົດ. ຍ້ອນເຫັນໄດ້ຄວາມສໍາຄັນດັ່ງກ່າວ, ບັນດາປະຊາຊາດໃນທົ່ວໂລກ ຈຶ່ງພ້ອມກັນຈັດງານສະເຫລີມສະ ຫລອງວັນເດັກນ້ອຍຂຶ້ນໃນແຕ່ລະປີ.




ພັກ-ລັດຖະບານແຫ່ງ ສປປ ລາວ ເວລາໃດກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ວຽກງານ ການພັດທະນາສຸຂະພາບ ແລະ ການສຶກສາສໍາລັບເດັກ
, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງເດັກ, ຮັບປະກັນສິດທິພື້ນຖານຂອງເດັກ ດ້ວຍການສ້າງທຸກເງື່ອນໄຂ ໃຫ້ເດັກໄດ້ຮັບການພັດທະນາຢ່າງຮອບດ້ານ ແນໃສ່ເຮັດໃຫ້ເດັກມີຄວາມສົມບູນທາງດ້ານຮ່າງກາຍ, ຈິດໃຈ ແລະ ມັນສະໝອງ, ມີຄຸນສົມບັດ, ຄວາມຮູ້ ແລະ ຄວາມສາມາດ, ເປັນອະນຸຊົນ, ເຍົາວະຊົນ, ຊາວໜຸ່ມ ແລະ ກາຍເປັນຜູ້ສືບທອດທີ່ດີຂອງຊາດ.

 


ໂຄງການບ້ານຊ່ວຍເຫລືອເດັກນ້ອຍ
SOS ລາວ ເປັນໜຶ່ງໃນໂຄງການອັນລໍ້າຄ່າທີ່ທາງອົງການ SOS ສາກົນ ໄດ້ມອບໃຫ້ແກ່ລັດຖະບານ ເປັນຜູ້ດູແລເດັກນ້ອຍທີ່ຂາດການເບິ່ງແຍງ, ລ້ຽງດູຈາກພໍ່ແມ່ ແລະ ເດັກທີ່ມີຄວາມສ່ຽງທີ່ຈະສູນເສຍການເບິ່ງແຍງ ຈາກຜູ້ປົກຄອງໃຫ້ໄດ້ຮັບ ການຊ່ວຍເຫລືອ, ມີທີ່ຢູ່ອາໄສ, ມີສຸຂະພາບທີ່ດີ, ເຕີບໃຫຍ່ໃນສະພາບແວດລ້ອມທີ່ປອດໄພ.

ຂໍ້​ມູນ-ພາບ: ຂ່າວສານ ຮສສ

KPL

ຂ່າວອື່ນໆ


Top