KPL
ຂປລ. ວັນທີ 29 ພຶດສະພາ 2025 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ລົງຕິດຕາມ ເບິ່ງໂຄງການບູລະນະ ໂຮງແຮມຈຳປາສັກພາເລດ (ຄະລືຫາດເກົ່າເຈົ້າບຸນອູ້ມ ຫລື ສາລາ ພັນຫ້ອງ) ທີ່ຕັ້ງຢູ່ນະຄອນປາກເຊ ແຂວງຈຳປາສັກ

ຂປລ. ວັນທີ 29 ພຶດສະພາ 2025 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ລົງຕິດຕາມ ເບິ່ງໂຄງການບູລະນະ ໂຮງແຮມຈຳປາສັກພາເລດ (ຄະລືຫາດເກົ່າເຈົ້າບຸນອູ້ມ ຫລື ສາລາ ພັນຫ້ອງ) ທີ່ຕັ້ງຢູ່ນະຄອນປາກເຊ ແຂວງຈຳປາສັກ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ບັນດາການນໍາຂອງແຂວງ, ພະແນກ ການອ້ອມຂ້າງແຂວງ, ເຈົ້ານະຄອນປາກເຊ ແລະ ພະນັກງານຂະແໜງການກ່ຽວຂ້ອງ ເຂົ້າຮ່ວມຕິດຕາມ ເຊິ່ງໂຮງແຮມດັ່ງກ່າວ ໄດ້ດຳເນີນການບູລະນະສ້ອມແປງໃໝ່ ແລະ ກຽມເປີດບໍລິການຄືນໃໝ່ ພາຍຫລັງຢຸດການບໍລິການ ມາແຕ່ ປີ 2019.

ໂອກາດນີ້, ທ່ານ ຄໍາຕັນ ເຊັນສຸດໃຈ ຕາງໜ້າຜູ້ລົງທຶນຂອງໂຮງແຮມຈຳປາພາເລດ ໄດ້ລາຍງານ ຄວາມຄືບໜ້າຂອງໂຄງການໂດຍຫຍໍ້ວ່າ: ໂຄງການປັບປຸງໂຮງແຮມຈຳປາສັກພາເລດ ໄດ້ທໍາການບູລະນະສ້ອມແປງຄືນໃໝ່ທັງໝົດ ໃນວັນທີ 6 ທັນວາ 2023 ເພື່ອຍົກລະດັບ ໃຫ້ເປັນໂຮງແຮມ 4 ດາວ, ພ້ອມທັງໄດ້ປ່ຽນຜູ້ອໍານວຍການຄົນ ໃໝ່ ໂດຍແມ່ນ ທ່ານ ຄຳຮຸ່ງ ແສງອາລຸນ ເປັນຜູ້ສໍາປະທານຕໍ່ ໂດຍໄດ້ປັບປຸງ ຫ້ອງໃຫ້ໄດ້ 105 ຫ້ອງ, ລວມທັງຫ້ອງອາຫານ, ຫ້ອງປະຊຸມຂະຫນາດນ້ອຍ, ຫ້ອງສະປາ, ສະລອຍນໍ້າ ແລະ ສ້າງຂົວເບື້ອງແຄມນໍ້າເຊໂດນ ເພື່ອເຮັດໃຫ້ແຂກລົງຍ່າງທ່ຽວຊົມທິວທັດແຄມນໍ້າ ໄດ້ສະດວກສະບາຍ ເພື່ອໄປກາບສັກກາລະບູຊາຮູບປັ້ນເຈົ້າແມ່ກວນອິມ ແລະ ອົງພະກະຈາຍ ແລະ ທາງໂຮງແຮມໄດ້ມີການປັບປຸງ ໃຫ້ມີຄວາມທັນສະໄໝ ເພື່ອເຮັດໃຫ້ການບໍລິການຮັບແຂກທັງພາຍໃນ ແລະ ຕ່າງປະເທດໃຫ້ມີ ຄວາມເພິ່ງພໍໃຈໃນການເຂົ້າມາໃຊ້ບໍລິການ ແລະ ເພື່ອເປັນການຍົກລະດັບ ໃຫ້ນະຄອນປາກເຊ ມີໂຮງແຮມທີ່ທັນສະໄໝ ແລະ ມີຄວາມຈະເລີນກ້າວໜ້າຂຶ້ນຕື່ມ. ມາຮອດປັດຈຸບັນ, ການບູລະນະສ້ອມແປງ ໂຮງແຮມຈຳປາພາເລດ ແມ່ນບັນລຸຜົນສຳເລັດ 100% ແລະ ໄດ້ຮັບພະນັກງານເຂົ້າຝຶກຮົບຮົມ ເພື່ອກຽມເປີດບໍລິການ ແລະ ຄາດຄະເນໃນຕົ້ນເດືອນມິຖຸນາ 2025 ຈະໄດ້ຮັບພະນັກງານເຂົ້າມາປະຈຳການ ເພື່ອຂຽນສັນຍາແຮງງານໃຫ້ຄົບຖ້ວນ ຕາມຈໍານວນຄົນທີ່ໄດ້ຮັບເຂົ້າເຮັດວຽກ ແລະໃນວັນທີ 2 ກໍລະກົດ 2025 ຈະໄດ້ທົດລອງເປີດບໍລິການຮັບແຂກ ແລະ ວັນທີ 15 ຕຸລາ 2025 ຈະໄດ້ຈັດພິທີເປີດໂຮງແຮມຢ່າງເປັນທາງການ.

ໃນໂອກາດລົງຢ້ຽມຢາມໃນຄັ້ງນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຂຶ້ນຊົມຫ້ອງທີ່ຈະໃຊ້ເປັນຫ້ອງປະຊຸມໂຕະ ມົນເທິງຊັ້ນດາດຟ້າ, ຊົມທິວທັດອ້ອມຮອບນະຄອນປາກເຊ, ເບິ່ງຫ້ອງພັກ ຂອງເຈົ້າບຸນອູ້ມ ທີ່ດັດແປງເປັນຫ້ອງພັກ KING 01, ຫ້ອງ VIP ແລະ ພື້ນຖານໂຄງລ່າງອ້ອມຮອບໂຮງແຮມ, ພ້ອມທັງໃຫ້ທິດຊີ້ນຳ ເພື່ອປັບປຸງ, ບູລະນະໃຫ້ມີສີສັນຈົບງາມ ຕິດພັນກັບການຮັກສາສິ່ງແວດລ້ອມ, ຮັກສາສິລະປະກຳທີ່ເປັນວັດທະນະທໍາລາວດັ້ງເດີມທີ່ຫາຍາກນີ້ໄວ້ ເພື່ອເອກອ້າງແຂກທີ່ຈະມາພັກເຊົາ ແລະ ທ່ອງທ່ຽວ ໄດ້ຮູ້ໄດ້ເຫັນ.

ຂ່າວ: ເກດສະໜາ
ພາບ: ຈັນທະວີສັກ
KPL