KPL
ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກ ລັດຖະມົນຕີໄທ ໄດ້ແຈ້ງຂ່າວ ຜ່ານສື່ສັງຄົມອອນລາຍວ່າ ໄດ້ປຶກສາຫາລື ກ່ຽວກັບ ສະຖານະການ ຢູ່ເຂດຊາຍແດນກັບ ລັດຖະບານ ກໍາປູເຈຍ ແລະ ໄດ້ບັນລຸ ຄວາມຮັບຮູ້ ທີ່ເປັນ ເອກະພາບກັນ ເຊິ່ງມີຜົນດີ ຕໍ່ສະຖານະການ ທີ່ເກີດຂຶ້ນ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກ ລັດຖະມົນຕີໄທ ໄດ້ແຈ້ງຂ່າວ ຜ່ານສື່ສັງຄົມອອນລາຍວ່າ ໄດ້ປຶກສາຫາລື ກ່ຽວກັບ ສະຖານະການ ຢູ່ເຂດຊາຍແດນກັບ ລັດຖະບານ ກໍາປູເຈຍ ແລະ ໄດ້ບັນລຸ ຄວາມຮັບຮູ້ ທີ່ເປັນ ເອກະພາບກັນ ເຊິ່ງມີຜົນດີ ຕໍ່ສະຖານະການ ທີ່ເກີດຂຶ້ນ. ທ່ານ ນາງ ແພທອງທານ ຊິນນະວັດ ກ່າວຕື່ມວ່າ: ສອງຝ່າຍ ໄດ້ເຫັນດີ ປັບປຸງ ການຈັດວາງ ດ້ານການທະຫານ ຢູ່ເຂດ ທີ່ເກີດຄວາມຂັດແຍ້ງກັນ ເພື່ອຜ່ອນຄາຍ ສະຖານະການ ທີ່ເຄັ່ງຕຶງ ແລະ ຊຸກຍູ້ການຮ່ວມມື. ສອງຝ່າຍ ຈະສືບຕໍ່ ປຶກສາຫາລືກັນ ໂດຍຜ່ານກົນໄກ ຄະນະກໍາມະການ ເຂດຊາຍແດນຮ່ວມ ລະຫວ່າງ ໄທ-ກໍາປູເຈຍ ຫລື JBC ໃນວັນທີ 14 ມິຖຸນານີ້, ພ້ອມດຽວກັນນັ້ນ, ຍັງຈະສືບຕໍ່ ຈັດການສົນທະນາກັນ ໃນຂັ້ນຕ່າງໆ ເພື່ອຊຸກຍູ້ ໃຫ້ສາຍພົວພັນລະຫວ່າງ ສອງປະເທດ ຟື້ນຟູ ສູ່ສະພາບ ປົກກະຕິໂດຍໄວ. ກະຊວງປ້ອງກັນປະເທດ ກໍາປູເຈຍ ແຈ້ງໃຫ້ຮູ້ວ່າ: ກອງທັບ ກໍາປູເຈຍ ແລະ ໄທ ໄດ້ປຶກສາຫາລື ແລະ ບັນລຸຄວາມເຫັນ ທີ່ເປັນເອກະພາບກັນ ເພື່ອປັບປຸງ ການຈັດວາງ ດ້ານການທະຫານ ຢູ່ເຂດທີ່ເກີດ ຄວາມຂັດແຍ້ງກັນ ແລະ ຜ່ອນຄາຍ ການປໍລະປັກກັນ. ສອງຝ່າຍ ເຫັນດີ ສົ່ງທະຫານຝ່າຍລະ 7 ຄົນ ທີ່ບໍ່ມີອາວຸດ ເພື່ອພົບປະກັນ 3 ຄັ້ງ ໃນທຸກໆອາທິດ ຢູ່ເຂດທີ່ເກີດ ການປະທະກັນ ໃນຫວ່າງມໍ່ໆມານີ້ ເພື່ອເພີ່ມທະວີ ການຕິດຕໍ່ພົວພັນ ແລະ ການປະສານງານ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL