ຮອງປະທານສະພາປະຊາຊົນ ນວ ຕ້ອນຮັບ ອົງການ ປະຊາຊົນເຂດປົກຄອງຕົນເອງ ເຜົ່າຈວງ ແຂວງກວາງຊີ

18/04/2025 16:46
Email Print 240
KPL ຂປລ. ເມື່ອບໍ່ດົນມານີ້, ທ່ານ ຈໍານຽນ ວົງສາຍຄໍາ ຮອງຫົວໜ້າອົງການໄອຍະການປະຊາຊົນ ນະຄອນຫລວງວຽງຈັນ ແລະ ທ່ານ ຫວງ ຈິຜິງ ຮອງຫົວໜ້າອົງການປະຊາຊົນ ເຂດປົກຄອງຕົນເອງ ເຜົ່າຈວງ ແຂວງກວາງຊີ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ(ນວ) ພ້ອມດ້ວຍຄະນະໃນ​ໂອກ​າດມາເຄື່ອນໄຫວ ແລະ ເຮັດວຽກ ຢູ່ ສປປ ລາວ.




ຂປລ. ເມື່ອບໍ່ດົນມານີ້
, ທ່ານ ຈໍານຽນ ວົງສາຍຄໍາ ຮອງຫົວໜ້າອົງການໄອຍະການປະຊາຊົນ ນະຄອນຫລວງວຽງຈັນ ແລະ ທ່ານ ຫວງ ຈິຜິງ ຮອງຫົວໜ້າອົງການປະຊາຊົນ ເຂດປົກຄອງຕົນເອງ ເຜົ່າຈວງ ແຂວງກວາງຊີ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ(ນວ) ພ້ອມດ້ວຍຄະນະໃນ​ໂອກ​າດມາເຄື່ອນໄຫວ ແລະ ເຮັດວຽກ ຢູ່ ສປປ ລາວ.

ໂອກາດນີ້, ທ່ານຮອງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ ຮັບຊາບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ຂອງຄະນະໃນຄັ້ງນີ້, ນອກຈາກຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນ ນະຄອນຫລວງວຽງຈັນ ແລະ ອົງການໄອຍະການປະຊາຊົນ ເຂດປົກຄອງຕົນເອງ ເຜົ່າຈວງ ແຂວງກວາງຊີ ກໍຄື ອົງການໄອຍະການປະຊາຊົນສູງສຸດ ສປປ ລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ສປ ຈີນ ທີ່ໄດ້ມີການພົວພັນຮ່ວມມືກັນມາ ແຕ່ປີ 1996 ຈົນເຖິງປັດຈຸບັນ ເຊິ່ງຖືເປັນການປະກອບສ່ວນ ເພີ່ມທະວີສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ, ທັງເປັນການຈັດຕັ້ງ ຜັນຂະຫຍາຍເນື້ອໃນຈິດໃຈ ບົດບັນທຶກການຮ່ວມມື ທີ່ທັງສອງອົງການຈັດຕັ້ງໄດ້ລົງນາມຮ່ວມກັນ ໃນແຕ່ລະໄລຍະໃຫ້ເຂົ້າສູ່ລວງເລິກ ນັບມື້ນັບເປັນຮູບປະທໍາ.




ພ້ອມ​ນີ້, ທ່ານ ບຸນທາມ ພຸດທະວົງສາ
​ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການພົບປະ ລະຫວ່າງ ອົງການໄອຍະການປະຊາຊົນ ນະຄອນຫລວງວຽງຈັນ ແລະ ອົງການໄອຍະການປະຊາຊົນ ເຂດປົກຄອງຕົນເອງ ເຜົ່າຈວງ ແຂວງກວາງຊີ ທີ່ໄດ້ທົບທວນ ຕີລາຄາຄືນການ ພົວພັນຮ່ວມມື ໃນໄລຍະຜ່ານມາ, ພ້ອມທັງປຶກສາຫາລື ການພົວພັນຮ່ວມມື ລະຫວ່າງ ສອງອົງການຈັດຕັ້ງໃຫ້ເລິກເຊິ່ງຍິ່ງຂຶ້ນໃນຕໍ່ໜ້າ.

ຂ່າວ-ພາບ: ແສງພະຈັນ

KPL

ຂ່າວອື່ນໆ


Top