ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນ

10/04/2025 16:34
Email Print 5196
KPL ອາ​ຊຽນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ອາ​ຊຽນ ​ຜ່ານ​ທາງວິ​ດີ​ໂອ, ເພື່ອ​ປຶ​ກ​ສາ ​ຫາ​ລື​​ວ່າ​ ຈະເຮັດ​ແນວ​ໃດ ​ເພື່ອ​ຮັບ​ມື​ກັບ ​ນະ​ໂຍ​ບາຍ ​ພາ​ສີ ຫລ້າ​ສຸດ​ ຂອງ ສ.​ອາ​ເມ​ລິ​ກາ ແລະ​ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ຫລັງ​ກອງ​ປະ​ຊຸມ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ​ວັນ​ທີ 10 ເມ​ສາ​ນີ້, ອາ​ຊຽນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ອາ​ຊຽນ ​ຜ່ານ​ທາງວິ​ດີ​ໂອ, ເພື່ອ​ປຶ​ກ​ສາ ​ຫາ​ລື​​ວ່າ​ ຈະເຮັດ​ແນວ​ໃດ ​ເພື່ອ​ຮັບ​ມື​ກັບ ​ນະ​ໂຍ​ບາຍ ​ພາ​ສີ ຫລ້າ​ສຸດ​ ຂອງ ສ.​ອາ​ເມ​ລິ​ກາ ແລະ​ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ຫລັງ​ກອງ​ປະ​ຊຸມ.ໂດຍລະບຸວ່າ: ໃນ​ຖາ​ນະ​ເປັນ​ກຸ່ມ ​ເສດ​ຖະ​ກິດ​ໃຫຍ່​ ອັນ​ດັບ 5 ​ຂອງ​ທົ່ວ​ໂລກ, ອາ​ຊຽນ ​ສະ​ແດງ​ຄວາມ​ເປັນ​ຫ່ວງ​​ ເປັນໃຍ ​ທີ່​ສຸດ ​ຕໍ່​ນະ​ໂຍ​ບາຍ​ພາ​ສີ ​ຝ່າຍ​ດຽວ​ທີ່​ ສ.ອາ​ເມ​ລິ​ກາ​ ໄດ້​ປະ​ຕິ​ບັດ ໃນໄລຍະຜ່ານມາ, ​ເຊິ່ງມັນ​ຈະສ້າງ ​​ຜົນ​ກະ​ທົບ​ຕໍ່ ​ການ​ຄ້າ​ໃນ​ພາກ​ພື້ນ ແລະ​ ສາ​ກົນ, ສົ່ງ​ຜົນ​ກະ​ທົບ​ຕໍ່ ວິ​ສາ​ຫະ​ກິດ ແລະ ​ຜູ້​ບໍ​ລິ​ໂພກ​ໃນ​ທົ່ວ​ໂລກ​ ໃນ​ນັ້ນ ລວມ​ທັງ ສ.ອາ​ເມ​ລິ​ກາ.ຖະ​ແຫລງ​ການ​ ລະ​ບຸ​ຕື່ມ​ວ່າ: ອາ​ຊຽນ ​ຈະ​ເດັດ​ດ່ຽວ​ ໜຽວ ​ແໜ້​ນ​ ຊຸກ​ຍູ້ ​ໃຫ້​ເສດ​ຖະ​ກິດ ຂອງ​ພາກ​ພື້ນ ​ເຊື່ອມ​ໂຍງ​ ເຂົ້າ​ກັນ ​ກ້າວ​ສູ່​ລວງ​ເລິກ, ກຳ​​ເອົາໂອ​ກາດ ​​ຈາກ​ສິ່ງ​ທ້າ​ທາຍ ​ສາ​ກົນ, ປົກ​ປັກ​ຮັກ​ສາ ​ສະ​ພາບ​ແວດ​ລ້ອມ ​ເສດ​ຖະ​ກິດ​ ໃນ​ພາກ​ພື້ນ ​ທີ່​ສະ​ເໝີ​ພາບ​ກັນ, ກວມ​ລວມ ແລະ​ ເປີດ​ປະ​ຕູ, ສ້າງ​ພື້ນ​ຖານ ​ໃຫ້​ແກ່ ​ການ​ເຕີບ​ໂຕ ​ຂອງ​ການ​ຄ້າ ແລະ ​ການ​ພັດ​ທະ​ນາ​ ໃນ​ພາກ​ພື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະອາຊຽນ ASEAN

      ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະ

      5/19/2025 9:38:26 PM

      ບັນດາ ປະເທດ ສະມາຊິກ ອາຊຽນ ພວມປະຕິບັດ ບັນດາ ບາດກ້າວ ຟື້ນຕົວ ແນວຄວາມຄິດ ສ້າງຕັ້ງກອງທຶນ ເງິນຕາ ສະເພາະ, ໃນສະພາບການຄວນຍູ້ແຮງ ການຫັນປ່ຽນ, ພິເສດ ໃນຂົງເຂດການເງິນ

    • ປະເທດ ຕັງຊານີອາຊຽນ ASEAN

      ປະເທດ ຕັງຊານີ

      5/15/2025 11:21:50 AM

      ປະເທດ ຕັງຊານີ(Tanzania) ຫລື ຊື່ທາງການ ສະຫະສາທາລະນະລັດ ຕັງຊານີ(United Republic of Tanzania) ມີນະຄອນຫລວງຊື່ ໂດໂດມາ(Dodoma), ຕັງຊານີ ເປັນປະເທດໜຶ່ງ ຕັ້ງຢູ່ແຄມຝັ່ງ ພາກຕາເວັນອອກ ຂອງອາຟຣິກກາ, ມີອານາເຂດ ທາງທິດເໜືອ ຕິດກັບ ເຄັນຍາ ແລະ ອູກັນດາ, ທາງຕາເວັນຕົກ ຕິດກັບ ຣູວັນດາ, ບູຣຸນດີ ແລະ ກົງໂກ, ທາງທິດໃຕ້ ຕິດກັບ ຊຳບີ, ມາລາວີ ແລະ ໂມຊຳບິກ

    • ປະເທດ ເປຣູອາຊຽນ ASEAN

      ປະເທດ ເປຣູ

      4/28/2025 2:01:56 PM

      ປະເທດເປຣູ (Peru) ທີ່ມີຊື່ທາງການຄື ສາທາລະນະລັດ ເປຣູ(Republic Of Peru), ມີນະຄອນຫລວງຊື່ວ່າ ລີມາ(Lima), ຕັ້ງຢູ່ທາງຕາເວັນຕົກຂອງທະວີບ ອາເມລິກາໃຕ້ ມີຊາຍແດນທິດເໜືອຕິດກັບ ເອກວາດໍ ແລະ ໂກໂລມບີ , ທິດຕາເວັນອອກຕິດກັບ ບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບ ຊີເລ ແລະ ທິດຕາເວັນຕົກຕິດກັບ ມະຫາສະໝຸດປາຊີຟິກ. ມີເນື້ອທີ່ທັງໝົດ1.285.000 ກິໂລຕາແມັດ, ກວມເອົາປະຊາກອນ 33,85 ລ້ານຄົນ(ໃນປີ 2023)

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

      4/28/2025 9:27:05 AM

      ຂປລ. ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      4/25/2025 11:59:37 AM

      ປະເທດຈີນ(China) ມີຊື່ຢ່າງເປັນທາງການວ່າ: ສາທາລະນະລັດ ປະຊາຊົນຈີນ(People’s Republic of China), ມີນະຄອນ ຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີ ປະຊາກອນ ຫລາຍທີ່ ສຸດໃນໂລກ 1,411 ຕື້ກວ່າຄົນ(ໃນປີ 2023)


Top