ສປ ຈີນ ສົ່ງດາວທຽມ “ທ່ຽນພີງ 3A-02” ຂຶ້ນສູ່ອະວະກາດສຳເລັດ

04/04/2025 14:08
Email Print 264
KPL ສປ ຈີນ ໄດ້ສົ່ງດາວທຽມ “ທ່ຽນພີງ 3A-02” ຂຶ້ນສູ່ອະວະກາດ ດ້ວຍຈະຫລວດ ສົ່ງຍານ “ສາງເຈິ່ງ-6” ຢູ່ສູນສົ່ງດາວທຽມ ທ້າຍຢວນ ຢ່າງສຳເລັດຜົນ, ດາວທຽມດັ່ງກ່າວ ໄດ້ເຂົ້າສູ່ວົງໂຄຈອນ ທີ່ກຳນົດໄວ້ ລ່ວງໜ້າ ຢ່າງສະດວກ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 3 ເມສນີ້, ສປ ຈີນ ໄດ້ສົ່ງດາວທຽມ “ທ່ຽນພີງ 3A-02” ຂຶ້ນສູ່ອະວະກາດ ດ້ວຍຈະຫລວດ ສົ່ງຍານ “ສາງເຈິ່ງ-6” ຢູ່ສູນສົ່ງດາວທຽມ ທ້າຍຢວນ ຢ່າງສຳເລັດຜົນ, ດາວທຽມດັ່ງກ່າວ ໄດ້ເຂົ້າສູ່ວົງໂຄຈອນ ທີ່ກຳນົດໄວ້ ລ່ວງໜ້າ ຢ່າງສະດວກ ເຮັດໃຫ້ການຍິງສົ່ງ ດາວທຽມຄັ້ງນີ້ ໄດ້ຮັບຜົນສຳເລັດ ຢ່າງຈົບງາມ. ດາວທຽມ “ທ່ຽນພີງ3A-02” ຕົ້ນຕໍ ແມ່ນນຳໃຊ້ເຂົ້າ ໃນການປັບທຽບ ແລະ ການວັດແທກ RCS ຂອງອຸປະກອນ ເຣດ້າ ພາກພື້ນດິນ ແລະ ການບໍລິການອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top