ປີ 2024 ນັກທ່ອງທ່ຽວເຂົ້າມາ ທ່ຽວຊົມ ແຂວງຄໍາມ່ວນ 852.000 ກວ່າຄົນ

28/01/2025 14:48
Email Print 444
KPL ຂປລ. ​ໃນ​ປີ​ທ່ອງ​ທ່ຽວ​ລາວ 2024 ຜ່ານ​ມາ, ​​ແຂວງ​ຄໍາ​ມ່ວນ ໄດ້​ສຸມ​ໃສ່​ພັດທະນາ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ ທຳມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ​ເພື່ອ​ດືດິງດູດ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ​ເຂົ້າມາທ່ອງ​ທ່ຽວ​ໃຫ້​ນັບ​ມື້​ຫລາຍ​ຂຶ້ນ. ໃນ​ປີ 2024 ສາມາດໂຄສະນາດຶງດູດ ເຂົ້າມາຢ້ຽມຢາມ ແຂວງຄໍາມ່ວນ ເຖິງ 852.080 ຄົນ.




ຂປລ. ​ໃນ​ປີ​ທ່ອງ​ທ່ຽວ​ລາວ 2024 ຜ່ານ​ມາ, ​​ແຂວງ​ຄໍາ​ມ່ວນ ໄດ້​ສຸມ​ໃສ່​ພັດທະນາ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ ທຳມະຊາດ
, ປະຫວັດສາດ ແລະ ວັດທະນະທໍາ ​ເພື່ອ​ດືດິງດູດ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ​ເຂົ້າມາທ່ອງ​ທ່ຽວ​ໃຫ້​ນັບ​ມື້​ຫລາຍ​ຂຶ້ນ. ໃນ​ປີ 2024 ສາມາດໂຄສະນາດຶງດູດ ເຂົ້າມາຢ້ຽມຢາມ ແຂວງຄໍາມ່ວນ ເຖິງ 852.080 ຄົນ.




ທ່ານ ສົມສັກດາ ແກ້ວມະນີ ຮອງຫົວໜ້າພະແນກຖະແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຄຳມ່ວນ, ຜູ້ຊີ້ນໍາວຽກງານທ່ອງທ່ຽວ ​ໄດ້ໃຫ້ສຳພາດຕໍ່ຄະນະສື່ມວນຊົນ ກ່ຽວກັບການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ແຂວງຄໍາມ່ວນ ໃນວັນທີ 26 ມັງກອນ 2025 ຜ່ານ​ມາວ່າ:  ພາຍຫລັງທີ່ລັດຖະບານ ໄດ້ກຳນົດເອົາ ປີ 2024 ເປັນປີທ່ອງທ່ຽວລາວ, ແຂວງຄໍາມ່ວນ ກໍໄດ້ກຳນົດເອົາ 27 ກິດຈະກຳສົ່ງເສີມການທ່ອງທ່ຽວຂອງແຂວງ. ​ໃນ​ນັ້ນ, ມີ 1 ກິດຈະກຳລະດັບຊາດ, ມີ 2 ກິດຈະກຳລະດັບແຂວງ ແລະ 24 ກິດຈະກຳລະດັບເມືອງ ໃຫ້ຕິດພັນກັບ 3 ຍອດຍິ່ງທາງທຳມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ​ເຊິ່ງຈັດຕັ້ງປະຕິບັດສໍາເລັດໄປແລ້ວ 25 ກິດຈະກຳ, ກວມເອົາ 93%. ຜ່ານການຈັດຕັ້ງປະຕິບັດ ​ໃນ​ປີ 2024 ສາມາດໂຄສະນາດຶງດູດ ເຂົ້າມາຢ້ຽມຢາມແຂວງຄໍາມ່ວນ ເຖິງ 852.080 ຄົນ, ທຽບໃສ່ແຜນການ 500.000 ຄົນ ລື່ນແຜນ 170%.




ປັດຈຸບັນ, ທົ່ວແຂວງຄຳມ່ວນ ມີແຫລ່ງທ່ອງທ່ຽວທີ່ໄດ້ຂຶ້ນບັນຊີແລ້ວ
210 ແຫ່ງ. ​ໃນ​ນັ້ນ, ແຫລ່ງທ່ອງທ່ຽວທໍາມະຊາດ 145 ແຫ່ງ, ແຫລ່ງທ່ອງທ່ຽວວັດທະນະທໍາ 33 ແຫ່ງ ແລະ ແຫລ່ງທ່ອງທ່ຽວ ປະຫວັດສາດ 32 ແຫ່ງ, ເປີດນໍາໃຊ້ແລ້ວ 87 ແຫ່ງ, ພັດທະນາ ແລະ ເປີດຢ່າງເປັນທາງການແລ້ວ 25 ແຫ່ງ; ທົ່ວ​ແຂວງມີໂຮງແຮມ 24 ແຫ່ງ, ເຮືອນພັກ 105 ແຫ່ງ, ຣີສອດ 10 ແຫ່ງ, ຮ້ານອາຫານ-ກິນດື່ມ 189 ແຫ່ງ, ຮ້ານບັນ ເທິງ-ຄາຣາໂອເກະ 19 ແຫ່ງ, ບໍລິສັດທ່ອງທ່ຽວ 7 ແຫ່ງ. ສ່ວນແຫລ່ງທ່ອງທ່ຽວ ໄດ້ຮັບຄວາມນິຍົມຫລາຍແມ່ນ ພະທາດສີໂຄດຕະບອງ, ຖໍ້າກອງລໍ, ພູຜາມ່ານ, ຂຸນກອງແລງ, ຖ້ຳນາງແອ່ນ, ທ່າຝຣັ່ງ, ກຳແພງຍັກ, ຖໍ້ານໍ້າລອດເຊບັ້ງໄຟ, ວົງຈອນເດີລຸບ ແລະ ກິດຈະກຳທີ່ໄດ້ຮັບຄວາມນິຍົມມີ: ການຂີ່ສະລິງ, ປີນຜາ, ລ່ອງເຮືອ, ຕັ້ງແຄ້ມ, ໂຮມສະເຕ, ຍ່າງປ່າ ແລະ ວົງຈອນເດີລຸບ. ນອກຈາກນັ້ນ, ທາງ​ແຂວງຍັງໄດ້ເປັນເຈົ້າການປະສານສົມ ທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດກິດຈະກຳ ສົ່ງເສີມການທ່ອງທ່ຽວ ຢູ່ພາຍໃນແຂວງຫລາຍຄັ້ງ ເຊັ່ນ: ຈັດການແຂ່ງຂັນກິລາຕີມວຍ, ແຂ່ງຂັນກິລາເຕະບານ ມິດຕະພາບລາວ-ໄທ, ຈັດງານກິລາປັນລົດຖີບມິດຕະພາບລາວ-ໄທ, ຈັດງານເທສະການອາຫານ, ວາງສະແດງ ແລະ ຈຳໜ່າຍສິນຄ້າທ້ອງຖິ່ນ, ຈັດງານກິລາ "ໜຶ່ງຄົນລອຍ ຫລາຍຄົນໃຫ້, ເປັນເຈົ້າພາບຈັດກອງປະຊຸມ 3 ແຂວງ 3 ປະເທດ ຮ່ວມມືທາງດ້ານການທ່ອງທ່ຽວ, ຮ່ວມມືກັບຢູທູບເບີ ຊື່ດັງຂອງ ປະເທດໄທ ສ້າງສາລະຄະດີທ່ອງທ່ຽວຂອງແຂວງ ໂຄສະນາ ທາງຊ່ອງເຟສບຸກ (Facbook), ຢູທູບ (Youtube) ​ແລະ ອື່ນໆ.




ທ່ານ ສົມສັກດາ ແກ້ວມະນີ ຍັງ​ໃຫ້​ຮູ້​ອີກວ່າ: ເພື່ອສືບຕໍ່ເຮັດໃຫ້ການທ່ອງທ່ຽວ ແຂວງຄໍາມ່ວນ ມີການຂະຫຍາຍຕົວ ໃນປີ
2025 ນີ້, ພະແນກ ຖວທ ຈະຕ້ອງເອົາໃຈໃສ່ປັບປຸງ ບູລະນະແຫລ່ງທ່ອງທ່ຽວ ທີ່ມີການບໍລິການແລ້ວໃຫ້ດີຂຶ້ນ, ພັດທະນາແຫລ່ງທ່ອງທ່ຽວແຫ່ງໃໝ່ ແລະ ເປີດບໍລິການຕື່ມອີກ; ສ້າງຜະລິດຕະພັນ ການທ່ອງທ່ຽວໃໝ່ ທີ່ມີຄວາມຫລາກຫລາຍ ຮັບປະກັນຄຸນນະພາບ ແລະ ປັບປຸງການບໍລິການໃຫ້ດີຂຶ້ນ; ສືບຕໍ່ປະສານສົມທົບຮ່ວມມື ກັບພາກລັດ ແລະ ພາກທຸລະກິດ ຈັດກິດຈະກຳສົ່ງເສີມ ການທ່ອງທ່ຽວ ໃຫ້ມີຄວາມຫລາຍສີສັນ ທີ່ຕິດພັນກັບການອະນຸລັກ ຮີດຄອງປະເພນີຂອງທ້ອງຖິ່ນ; ປັບປຸງບັນດາໂຄງລ່າງພື້ນຖານ ພາຍໃນແຫລ່ງທ່ອງທ່ຽວ ໃຫ້ມີຄວາມສະດວກສະບາຍ ແລະ ສວຍງາມ, ສ້າງຄວາມປະທັບໃຈ, ມີຄວາມປອດໄພ ແລະ ສາມາດດຶງດູດນັກ ທ່ອງທ່ຽວໃຫ້ໄດ້ຫລາຍຂຶ້ນ; ຫັນລະບົບການເກັບລາຍຮັບ ຈາກການທ່ອງທ່ຽວ ​ໄປ​ສູ່ທັນສະໄໝ, ຮັບປະກັນ ຄວາມໂປງ​​ໃສ, ແກ້ໄຂປະກົດການຫຍໍ້ທໍ້ທີ່ສົ່ງຜົນປະທົບ ຕໍ່ການທ່ອງທ່ຽວ ໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ.



ຂ່າວ-ພາບ: ວຽງສະຫວັນ

KPL

ຂ່າວອື່ນໆ

    • ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມ

      1/30/2025 1:41:47 PM

      ຂປລ. ຂຸນກອງແລງ ຕັ້ງຢູ່ບ້ານນາຄື ເມືອງຫີນບູນ ແຂວງຄໍາມ່ວນ ຫ່າງຈາກເມືອງທ່າແຂກ ປະມານ 55 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວ ແບບອະນຸລັກທໍາມະຊາດຍືນຍົງ ແລະ ສີຂຽວ ໂດຍແມ່ນບໍລິສັດອິນທຣາ ໂຄໂປເຣຊັ່ນ ຈຳກັດຜູ້ດຽວ ເປັນຜູ້ສຳປະທານ ແລະ ພັດທະນາ ດ້ວຍການສົ່ງ ເສີມການມີສ່ວນຮ່ວມ ຂອງປະຊາຊົນ, ຄາດວ່າຈະເປີດໃຫ້ບໍລິການ ໃນເດືອນເມສາ 2025 ນີ້.

    • ຮັບຮອງເອົາເມືອງວັງວຽງ ເປັນແຫລ່ງທ່ອງທ່ຽວລະດັບຊາດທ່ອງທ່ຽວ

      ຮັບຮອງເອົາເມືອງວັງວຽງ ເປັນແຫລ່ງທ່ອງທ່ຽວລະດັບຊາດ

      1/28/2025 11:39:37 AM

      ລັດຖະບານ ເຊັນຂ້ໍຕົກລົງຮັບຮອງ ແລະ ປະກາດໃຊ້ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ ເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025 – 2035.

    • ຖໍ້າກອງລໍ ແຫລ່ງທ່ອງທ່ຽວທີ່ຄວນໄປສຳຜັດທ່ອງທ່ຽວ

      ຖໍ້າກອງລໍ ແຫລ່ງທ່ອງທ່ຽວທີ່ຄວນໄປສຳຜັດ

      1/27/2025 10:18:17 AM

      ເມື່ອເວົ້າເຖິງແຫລ່ງທ່ອງ​ທ່ຽວ​ ບໍ່ວ່າຈະເປັນແຫລ່ງທ່ອງ​ທ່ຽວທາງທໍາມະຊາດ,​ ປະຫວັດ​ສາດ,​ ວັດທະນະທຳແລ້ວ​ຢູ່ປະເທດເຮົາແມ່ນບໍ່ໜ້ອຍໜ້າປະເທດອື່ນ​​ ເພາະຢູ່ເມືອງລາວມີສະຖານທ່ີທ່ອງທ່ຽວທ່ົວທຸກແຂວງທີ່ສວຍສົດງົດງາມ​ສາມາດສ້າງຄວາມປະທັບ ໃຈໃຫ້ນັກທ່ອງທ່ຽວທາງພາຍໃນ​ ແລະ​ ຕ່າງປະເທດ​.

    • ບ້ານນາລັນ ໄດ້ຮັບລ້າງວັນທ່ອງທ່ຽວອາຊຽນທ່ອງທ່ຽວ

      ບ້ານນາລັນ ໄດ້ຮັບລ້າງວັນທ່ອງທ່ຽວອາຊຽນ

      1/24/2025 10:41:40 AM

      ວົງຈອນເສັ້ນທາງທ່ອງທ່ຽວຜະຈົນໄພຊຸມຊົນໃນບ້ານນາລັນເໜືອ ໄດ້ຮັບລາງວັນມາດຕະຖານອາຊຽນ ແຂວງຫລວງນໍ້າທາ ມີຄວາມພາກພູມໃຈທີ່ໄດ້ຮັບ 2 ລາງວັນມາດຕະຖານອາຊຽນ.

    • ມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປີ 2025ທ່ອງທ່ຽວ

      ມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປີ 2025

      1/21/2025 2:49:46 PM

      ຂປລ. ພິທີມອບ-ຮັບລາງວັນ ມາດຕະຖານການທ່ອງ ທ່ຽວອາຊຽນ 2025 ຈັດ​ຂຶ້ນ​ໃນ​ມະຫາກຳການທ່ອງທ່ຽວອາຊຽນ 2025 ​ໃນວັນທີ 20 ມັງກອນ 2025 ຢູ່ລັດຈໍຮໍ ປະເທດມາເລເຊຍ ລວມມີ 4 ມາດຕະຖານຄື: ມາດຕະຖານເຮືອນພັກແຮມອາຊຽນ, ມາດຕະຖານການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມອາຊຽນ, ມາດຕະຖານການບໍລິການສະປາອາຊຽນ ແລະ ມາດຕະຖານຫ້ອງນໍ້າ ສາທາລະນະອາຊຽນ ​ໂດຍ​ມີພາກສ່ວນຕ່າງໆ


Top