KPL
ໃນປີທ່ອງທ່ຽວລາວ 2024 ຜ່ານມາ, ແຂວງຄໍາມ່ວນ ໄດ້ສຸມໃສ່ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທຽ່ວຊົມສະຖານທີ່ທ່ອງທ່ຽວຕ່າງໆພາຍໃນແຂວງໃຫ້ນັບມື້ຫລາຍຂຶ້ນ.
*ໃນປີທ່ອງທ່ຽວລາວ 2024 ຜ່ານມາ, ແຂວງຄໍາມ່ວນ ໄດ້ສຸມໃສ່ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງຊົມສະຖານທີ່ທ່ອງທ່ຽວຕ່າງໆ
ພາຍໃນແຂວງໃຫ້ນັບມື້ຫລາຍຂຶ້ນ ເຊິ່ງມີນັກທ່ອງທ່ຽວເຂົ້າມາເຖິງ 852.080 ຄົນ.
![](https://kpl.gov.la/Media/Upload/News/Thumb/2025/02/05/6.jpg)
ທ່ານ ສົມສັກດາ ແກ້ວມະນີ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຄຳມ່ວນ, ຜູ້ຊີ້ນໍາວຽກງານທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ຄະນະສື່ມວນຊົນ ກ່ຽວກັບການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ແຂວງຄໍາມ່ວນ ເມື່ອບໍ່ດົນມານີ້ວ່າ: ພາຍຫລັງທີ່ລັດຖະບານໄດ້ກຳນົດເອົາ ປີ 2024 ເປັນປີທ່ອງທ່ຽວລາວ, ແຂວງຄໍາມ່ວນກໍໄດ້ກຳນົດເອົາ 27 ກິດຈະກຳສົ່ງເສີມການທ່ອງທ່ຽວຂອງແຂວງ. ໃນນັ້ນ, ມີ 1 ກິດຈະກຳລະດັບຊາດ, ມີ 2 ກິດຈະກຳລະດັບແຂວງ ແລະ 24 ກິດຈະກຳລະດັບເມືອງໃຫ້ຕິດພັນກັບ 3 ຍອດຍິ່ງທາງທຳມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ເຊິ່ງຈັດຕັ້ງປະຕິບັດສໍາເລັດໄປແລ້ວ 25 ກິດຈະກຳ, ກວມເອົາ 93%. ຜ່ານການຈັດຕັ້ງປະຕິບັດໃນປີ 2024 ສາມາດໂຄສະນາດຶງດູດນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ແຂວງຄໍາມ່ວນ ເຖິງ 852.080 ຄົນ, ທຽບໃສ່ແຜນການ 500.000 ຄົນ ລື່ນແຜນ 170%.
![](https://kpl.gov.la/Media/Upload/News/Thumb/2025/02/05/5.jpg)
ປັດຈຸບັນ, ທົ່ວແຂວງຄຳມ່ວນ ມີແຫລ່ງທ່ອງທ່ຽວທີ່ໄດ້ຂຶ້ນບັນຊີແລ້ວ 210 ແຫ່ງ. ໃນນັ້ນ, ແຫລ່ງທ່ອງທ່ຽວທໍາມະຊາດ 145 ແຫ່ງ, ວັດທະນະທໍາ 33 ແຫ່ງ ແລະ ແຫລ່ງທ່ອງທ່ຽວ ປະຫວັດສາດ 32 ແຫ່ງ, ເປີດນໍາໃຊ້ແລ້ວ 87 ແຫ່ງ, ພັດທະນາ ແລະ ເປີດຢ່າງເປັນທາງການແລ້ວ 25 ແຫ່ງ; ທົ່ວແຂວງມີໂຮງແຮມ 24 ແຫ່ງ, ເຮືອນພັກ 105 ແຫ່ງ, ຣີສອດ 10 ແຫ່ງ, ຮ້ານອາຫານ-ກິນດ່ືມ 189 ແຫ່ງ, ຮ້ານບັນເທີງ-ຄາຣາໂອເກະ 19 ແຫ່ງ, ບໍລິສັດທ່ອງທ່ຽວ 7 ແຫ່ງ. ສ່ວນແຫລ່ງທ່ອງທ່ຽວໄດ້ຮັບຄວາມນິຍົມຫລາຍກວ່າໝູ່ແມ່ນພະທາດ ສີໂຄດຕະບອງ, ຖໍ້າກອງລໍ, ພູຜາມ່ານ, ຂຸນກອງແລງ, ຖ້ຳນາງແອ່ນ, ທ່າຝຣັ່ງ, ກຳແພງຍັກ, ຖໍ້ານໍ້າລອດເຊບັ້ງໄຟ, ວົງຈອນເດີລຸບ ແລະ ກິດຈະກຳທີ່ໄດ້ຮັບຄວາມນິຍົມໄດ້ແກ່ການຂີ່ສະລິງ, ປີນຜາ, ລ່ອງເຮືອ, ຕັ້ງແຄ້ມ, ໂຮມສະເຕ, ຍ່າງປ່າ ແລະ ວົງຈອນເດີລຸບ.
![](https://kpl.gov.la/Media/Upload/News/Thumb/2025/02/05/7.jpg)
ນອກຈາກນັ້ນ, ທາງແຂວງຍັງໄດ້ເປັນເຈົ້າ ການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດກິດຈະກຳ ສົ່ງເສີມການທ່ອງທ່ຽວຢູ່ພາຍໃນແຂວງ ຫລາຍຄັ້ງ ເຊັ່ນ: ຈັດການແຂ່ງຂັນກິລາຕີມວຍ, ແຂ່ງຂັນກິລາເຕະບານມິດຕະພາບລາວ-ໄທ, ກິລາປັ່ນລົດຖີບມິດຕະພາບລາວ-ໄທ, ເທສະການອາຫານ, ວາງສະແດງ ແລະ ຈຳໜ່າຍສິນຄ້າທ້ອງຖິ່ນ, ຈັດງານກິລາ “ໜຶ່ງຄົນລອຍຫລາຍຄົນໃຫ້”, ເປັນເຈົ້າພາບຈັດກອງປະຊຸມ 3 ແຂວງ 3 ປະເທດ ຮ່ວມມືທາງດ້ານການທ່ອງທ່ຽວ, ຮ່ວມມືກັບຢູທູບເບີ ຊື່ດັງຂອງປະເທດໄທ ສ້າງສາລະຄະດີທ່ອງທ່ຽວຂອງ ແຂວງໂຄສະນາທາງຊ່ອງເຟສບຸກ (Facbook), ຢູທູບ (Youtube) ແລະ ອື່ນໆ. ທ່ານ ສົມສັກດາ ແກ້ວມະນີ ຍັງໃຫ້ຮູ້ອີກວ່າ: ເພື່ອສືບຕໍ່ເຮັດໃຫ້ການທ່ອງທ່ຽວ ແຂວງຄໍາມ່ວນ ມີການຂະຫຍາຍຕົວໃນປີ 2025 ນີ້, ພະແນກ ຖວທ ຈະຕ້ອງເອົາໃຈໃສ່ປັບປຸງບູລະນະແຫລ່ງທ່ອງທ່ຽວທີ່ມີການບໍລິການແລ້ວໃຫ້ດີຂຶ້ນ, ພັດທະນາແຫລ່ງທ່ອງທ່ຽວແຫ່ງໃໝ່ ແລະ ເປີດບໍລິການຕື່ມອີກ; ສ້າງຜະລິດຕະພັນການທ່ອງທ່ຽວ ໃໝ່ທີ່ມີຄວາມຫລາກຫລາຍຮັບປະກັນຄຸນນະພາບ ແລະ ປັບປຸງການບໍລິການໃຫ້ດີຂຶ້ນ; ສືບຕໍ່ປະ ສານສົມທົບຮ່ວມມືກັບພາກລັດ ແລະ ພາກທຸລະກິດຈັດກິດຈະກຳ ສົ່ງເສີມການທ່ອງທ່ຽວໃຫ້ມີຄວາມຫລາກຫລາຍສີສັນ ທີ່ຕິດພັນກັບ ການອະນຸລັກຮີດຄອງປະເພນີຂອງ ທ້ອງຖິ່ນ; ປັບປຸງບັນດາໂຄງລ່າງ ພື້ນຖານພາຍໃນແຫລ່ງທ່ອງທ່ຽວ ໃຫ້ມີຄວາມສະດວກສະບາຍ ແລະ ສວຍງາມ, ສ້າງຄວາມປະທັບໃຈ, ມີຄວາມປອດໄພ ແລະ ສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ຫລາຍຂຶ້ນ; ຫັນລະບົບການເກັບລາຍຮັບຈາກການທ່ອງທ່ຽວໄປສູ່ທັນສະໄໝ, ຮັບປະກັນຄວາມໂປ່ງໃສ, ແກ້ໄຂປະກົດການຫຍໍ້ທໍ້ທີ່ສົ່ງຜົນກະທົບຕໍ່ການທ່ອງທ່ຽວໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ.
ບົດ-ພາບ: ວຽງສະຫວັນ
KPL