ຖໍ້າກອງລໍ ແຫລ່ງທ່ອງທ່ຽວທີ່ຄວນໄປສຳຜັດ

27/01/2025 10:18
Email Print 454
KPL ເມື່ອເວົ້າເຖິງແຫລ່ງທ່ອງ​ທ່ຽວ​ ບໍ່ວ່າຈະເປັນແຫລ່ງທ່ອງ​ທ່ຽວທາງທໍາມະຊາດ,​ ປະຫວັດ​ສາດ,​ ວັດທະນະທຳແລ້ວ​ຢູ່ປະເທດເຮົາແມ່ນບໍ່ໜ້ອຍໜ້າປະເທດອື່ນ​​ ເພາະຢູ່ເມືອງລາວມີສະຖານທ່ີທ່ອງທ່ຽວທ່ົວທຸກແຂວງທີ່ສວຍສົດງົດງາມ​ສາມາດສ້າງຄວາມປະທັບ ໃຈໃຫ້ນັກທ່ອງທ່ຽວທາງພາຍໃນ​ ແລະ​ ຕ່າງປະເທດ​.

      *ເມື່ອເວົ້າເຖິງແຫລ່ງທ່ອງ​ທ່ຽວ​ ບໍ່ວ່າຈະເປັນແຫລ່ງທ່ອງ​ທ່ຽວທາງທໍາມະຊາດ,​ ປະຫວັດ​ສາດ,​ ວັດທະນະທຳແລ້ວ​ຢູ່ປະເທດເຮົາແມ່ນບໍ່ໜ້ອຍໜ້າປະເທດອື່ນ​​ ເພາະຢູ່ເມືອງລາວມີສະຖານທ່ີທ່ອງທ່ຽວທ່ົວທຸກແຂວງທີ່ສວຍສົດງົດງາມ​ສາມາດສ້າງຄວາມປະທັບ ໃຈໃຫ້ນັກທ່ອງທ່ຽວທາງພາຍໃນ​ ແລະ​ ຕ່າງປະເທດ​ ເຖິງແນວໃດ​ກໍດີ​ ມື້ນີ້ຜູ້ຂຽນໄດ້ນໍາບາງແຫລ່ງທ່ອງທ່ຽວທີ່ໜ້າຄົ້ນຫາມານຳສະ​ເໜີໂດຍສະເພາະ​ຖ້ຳກອງລໍ​ ສະ​ຖານທີ່ທ່ອງທ່ຽວຊື່ດັງຂອງແຂວງ ຄຳມ່ວນ​ ຕັ້ງຢູ່ລະຫວ່າງເຂດບ້ານກອງລໍ-ນາຕານ​ ຫ່າງຈາກເທສະບານ​ເມືອງຄູນຄຳ​ແຂວງຄຳມ່ວນ ປະມານ ​46​ ກິໂລແມັດ.


    ຖ້ຳກອງລໍ​ ມີຄວາມງົດງາມຫລາຍ​ເປັນຖ້ຳທີ່ມີສາຍນໍ້າຫີນບູນ​ ໄຫລຜ່ານອຸມົງຂອງພູຫີນປູນ,​ ພາຍໃນຖ້ຳມີແກ້ງ,​ ມີຫີນຍ້ອຍ,​ ຫິນງອກ​ແລະ​ຫາດຊາຍ​ຈໍານວນ ​20 ​ກວ່າຈຸດ,​ ສາມາດຂີ່ເຮືອຂຶ້ນລ່ອງເຂົ້າໄປໃນຖ້ຳ.​ ລະດູແລ້ງ​ເປັນໄລຍະທີ່​ເໝາະສົມຫລາຍ​ໃນການເຂົ້າໄປ​ທ່ຽວຊົມສີສັນຂອງຖ້ຳແຫ່ງນີ້​ເພາະ​ລະດັບນໍ້າຫລຸດລົງ, ​ເມື່ອຂີ່ເຮືອເຂົ້າໄປກໍ່ສາມາດລົງຍ່າງເລາະຫລີ້ນຕາມຫາດຊາຍຂາວ​ເພື່ອສໍາຜັດກັບອາກາດເຢັນສະບາຍພາຍໃນຖ້ຳ.​


    ສຳລັບການປະຈົນໄພໃນຖ້ຳກອງລໍ​ ນັກທ່ອງທ່ຽວສາມາດສຳຫລວດຖ້ຳໄດ້ດ້ວຍການລ່ອງເຮືອຫາງຍາວ​ ໂດຍຈະມີຊາວບ້ານໃນເຂດດັ່ງກ່າວພາເຂົ້າໄປໃນຖ້ຳ​ ດ້ວຍໄຟສາຍຄົນລະອັນເພື່ອໃຊ້ໃນການສ່ອງເບິ່ງຖ້ຳ​ ແລະ ​ເສັ້ນທາງໃນຂະນະທີ່ລ່ອງເຮືອ, ​ພາຍໃນຖ້ຳຈະມີຫ້ອງໂຖງໃຫຍ່​ ເມື່ອເຂົ້າໄປແລ້ວນັກທ່ອງທ່ຽວຈະໄດ້ສຳຜັດກັບຫີນຍ້ອຍ,​ ຫີນງອກ,​ ຫີນປູນເຫລົ່ານ້ີ້ເປັນຕົ້ນ​ ເຊິ່ງຫີນຍ້ອຍດັ່ງ​ກ່າວເມື່ອກະທົບໃສ່ແສງໄຟແລ້ວຈະມີແສງລະຍິບລະຍັບຢ່າງງົດ​ງາມເຊິ່ງເຮັດໃຫ້ນັກທ່ອງທ່ຽວ ທຸກຄົນທີ່ໄດ້ເຫັນຮູ້ສຶກປະທັບໃຈກັບຄວາມສວຍງາມຂອງຖ້ຳນັ້ນ,​ ເມື່ອໄປຮອດບໍລິເວນປາຍຖ້ຳ​ທ່ານຈະໄດ້ເຫັນແສງແດດທີ່ຄ່ອຍໆສາດສ່ອງເຂົ້າມາໃນຖ້ຳ.​ ນອກຈາກນັ້ນ,​ ນັກທ່ອງທ່ຽວຍັງຈະໄດ້ໄປຢ້ຽມ​ຢາມໝູ່ບ້ານນ້ອຍໆຊື່ວ່າ:​ ບ້ານ​ນາຕານ​ ເຊິ່ງຈະມີຮ້ານຄ້າທີ່ທ່ານສາມາດຊື້ອາຫານຫວ່າງ​ ແລະ​ ເຄື່ອງຫັດຖະກຳຕ່າງໆໄດ້​ ແລະ ​ຍັງມີລົດຖີບໃຫ້ນັກທ່ອງທ່ຽວໄດ້ເຊົ່າ​ ແລະ ​ຂີ່ສຳຫລວດພູເຂົາຕື່ມອີກ.


   ຄໍາວ່າ​ ກອງລໍ​ ມີຄວາມໝາຍມາຈາກ​“ກອງທັບລໍຖ້າໃນສະໄໝ ທີ່ກອງທັບຂອງອານາຈັກລ້ານຊ້າງ​ ພວມສະກັດລັດຕີຕ້ານການເຂົ້າມາຮຸກຮານຂອງກອງທັບສັກ​ດີນາສະຫຍາມ.​ ຖ້ຳດັ່ງກ່າວມີຄວາມຍາວປະມານ​7,5 ​ກິໂລແມັດ​ ກວ້າງ​ 30​ ແມັດ​ ແລະ​ ສູງແຕ່ 20-100 ​ແມັດ, ​ເລີ່ມເປີດໃຫ້ເຂົ້າ​ທ່ຽວຊົມຢ່າງເປັນທາງການໃນປີ​2002​ເປັນຕົ້ນມາ ​ແລະ ​ໄດ້ມີ​ການພັດທະນາຢ່າງຕໍ່ເນື່ອງໂດຍ​ການສະໜັບສະໜູນຈາກຫລາຍພາກສ່ວນເປັນຕົ້ນອົງການຈັດຕັ້ງພາກລັດ,​ ອົງການຈັດຕັ້ງສາກົນ​ເຮັດໃຫ້ການພັດທະນາແຫລ່ງທ່ອງ​ ທ່ຽວດັ່ງກ່າວໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ​ໂດຍສະເພາະແມ່ນດ້ານການບໍລິການ,​ ດ້ານການຮັກສາສິ່ງແວດລ້ອມລວມເຖິງບັນດາກິດຈະກຳຕ່າງໆກໍໄດ້ເນັ້ນໃສ່ການມີສ່ວນຮ່ວມຂອງປະຊາຊົນ ​ແລະ ​ໄດ້ຖືກຮັບຮອງເປັນບ້ານມາດຕະຖານການທ່ອງທ່ຽວແບບປະຊົາຊົນມີສ່ວນຮ່ວມອາຊຽນ​ໃນປີ​2017.

ໂດຍ:​ແສງສະຫວັນ

KPL

ຂ່າວອື່ນໆ

    • ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມ

      1/30/2025 1:41:47 PM

      ຂປລ. ຂຸນກອງແລງ ຕັ້ງຢູ່ບ້ານນາຄື ເມືອງຫີນບູນ ແຂວງຄໍາມ່ວນ ຫ່າງຈາກເມືອງທ່າແຂກ ປະມານ 55 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວ ແບບອະນຸລັກທໍາມະຊາດຍືນຍົງ ແລະ ສີຂຽວ ໂດຍແມ່ນບໍລິສັດອິນທຣາ ໂຄໂປເຣຊັ່ນ ຈຳກັດຜູ້ດຽວ ເປັນຜູ້ສຳປະທານ ແລະ ພັດທະນາ ດ້ວຍການສົ່ງ ເສີມການມີສ່ວນຮ່ວມ ຂອງປະຊາຊົນ, ຄາດວ່າຈະເປີດໃຫ້ບໍລິການ ໃນເດືອນເມສາ 2025 ນີ້.

    • ປີ 2024 ນັກທ່ອງທ່ຽວເຂົ້າມາ ທ່ຽວຊົມ ແຂວງຄໍາມ່ວນ 852.000 ກວ່າຄົນທ່ອງທ່ຽວ

      ປີ 2024 ນັກທ່ອງທ່ຽວເຂົ້າມາ ທ່ຽວຊົມ ແຂວງຄໍາມ່ວນ 852.000 ກວ່າຄົນ

      1/28/2025 2:48:32 PM

      ຂປລ. ​ໃນ​ປີ​ທ່ອງ​ທ່ຽວ​ລາວ 2024 ຜ່ານ​ມາ, ​​ແຂວງ​ຄໍາ​ມ່ວນ ໄດ້​ສຸມ​ໃສ່​ພັດທະນາ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ ທຳມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ​ເພື່ອ​ດືດິງດູດ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ​ເຂົ້າມາທ່ອງ​ທ່ຽວ​ໃຫ້​ນັບ​ມື້​ຫລາຍ​ຂຶ້ນ. ໃນ​ປີ 2024 ສາມາດໂຄສະນາດຶງດູດ ເຂົ້າມາຢ້ຽມຢາມ ແຂວງຄໍາມ່ວນ ເຖິງ 852.080 ຄົນ.

    • ຮັບຮອງເອົາເມືອງວັງວຽງ ເປັນແຫລ່ງທ່ອງທ່ຽວລະດັບຊາດທ່ອງທ່ຽວ

      ຮັບຮອງເອົາເມືອງວັງວຽງ ເປັນແຫລ່ງທ່ອງທ່ຽວລະດັບຊາດ

      1/28/2025 11:39:37 AM

      ລັດຖະບານ ເຊັນຂ້ໍຕົກລົງຮັບຮອງ ແລະ ປະກາດໃຊ້ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ ເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025 – 2035.

    • ບ້ານນາລັນ ໄດ້ຮັບລ້າງວັນທ່ອງທ່ຽວອາຊຽນທ່ອງທ່ຽວ

      ບ້ານນາລັນ ໄດ້ຮັບລ້າງວັນທ່ອງທ່ຽວອາຊຽນ

      1/24/2025 10:41:40 AM

      ວົງຈອນເສັ້ນທາງທ່ອງທ່ຽວຜະຈົນໄພຊຸມຊົນໃນບ້ານນາລັນເໜືອ ໄດ້ຮັບລາງວັນມາດຕະຖານອາຊຽນ ແຂວງຫລວງນໍ້າທາ ມີຄວາມພາກພູມໃຈທີ່ໄດ້ຮັບ 2 ລາງວັນມາດຕະຖານອາຊຽນ.

    • ມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປີ 2025ທ່ອງທ່ຽວ

      ມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປີ 2025

      1/21/2025 2:49:46 PM

      ຂປລ. ພິທີມອບ-ຮັບລາງວັນ ມາດຕະຖານການທ່ອງ ທ່ຽວອາຊຽນ 2025 ຈັດ​ຂຶ້ນ​ໃນ​ມະຫາກຳການທ່ອງທ່ຽວອາຊຽນ 2025 ​ໃນວັນທີ 20 ມັງກອນ 2025 ຢູ່ລັດຈໍຮໍ ປະເທດມາເລເຊຍ ລວມມີ 4 ມາດຕະຖານຄື: ມາດຕະຖານເຮືອນພັກແຮມອາຊຽນ, ມາດຕະຖານການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມອາຊຽນ, ມາດຕະຖານການບໍລິການສະປາອາຊຽນ ແລະ ມາດຕະຖານຫ້ອງນໍ້າ ສາທາລະນະອາຊຽນ ​ໂດຍ​ມີພາກສ່ວນຕ່າງໆ


Top