ມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປີ 2025

21/01/2025 14:49
Email Print 964
KPL ຂປລ. ພິທີມອບ-ຮັບລາງວັນ ມາດຕະຖານການທ່ອງ ທ່ຽວອາຊຽນ 2025 ຈັດ​ຂຶ້ນ​ໃນ​ມະຫາກຳການທ່ອງທ່ຽວອາຊຽນ 2025 ​ໃນວັນທີ 20 ມັງກອນ 2025 ຢູ່ລັດຈໍຮໍ ປະເທດມາເລເຊຍ ລວມມີ 4 ມາດຕະຖານຄື: ມາດຕະຖານເຮືອນພັກແຮມອາຊຽນ, ມາດຕະຖານການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມອາຊຽນ, ມາດຕະຖານການບໍລິການສະປາອາຊຽນ ແລະ ມາດຕະຖານຫ້ອງນໍ້າ ສາທາລະນະອາຊຽນ ​ໂດຍ​ມີພາກສ່ວນຕ່າງໆ



ຂປລ. ພິທີມອບ-ຮັບລາງວັນ ມາດຕະຖານການທ່ອງ ທ່ຽວອາຊຽນ 2025 ຈັດ​ຂຶ້ນ​ໃນ​ມະຫາກຳການທ່ອງທ່ຽວອາຊຽນ
2025 ​ໃນວັນທີ 20 ມັງກອນ 2025 ຢູ່ລັດຈໍຮໍ ປະເທດມາເລເຊຍ ລວມມີ 4 ມາດຕະຖານຄື: ມາດຕະຖານເຮືອນພັກແຮມອາຊຽນ, ມາດຕະຖານການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມອາຊຽນ, ມາດຕະຖານການບໍລິການສະປາອາຊຽນ ແລະ ມາດຕະຖານຫ້ອງນໍ້າ ສາທາລະນະອາຊຽນ ​ໂດຍ​ມີພາກສ່ວນຕ່າງໆ ຈາກພາກລັດ, ພາກທຸລະກິດ ແລະ ຜູ້ປະກອບການຂອງຊຸມຊົນທ້ອງຖິ່ນ ພາຍໃນບັນດາປະເທດສະມາຊິກອາຊຽນ ທີ່ສາມາດປະຕິບັດໄດ້ຕາມເງື່ອນໄຂ ທີ່ໄດ້ກຳ ນົດໄວ້ຢູ່ໃນແຕ່ລະມາດຕະຖານ ການທ່ອງທ່ຽວອາຊຽນ.




ໃນປີ
2025 ນີ້, ບັນດາປະເທດສະມາຊິກອາຊຽນ ໄດ້ຮັບລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ທັງໝົດ 154 ລາງວັນ. ໃນນັ້ນ, ໄດ້ຮັບລາງວັນມາດຕະຖານ ເຮືອນພັກແຮມອາຊຽນ 30 ລາງວັນ. ​ໃນ​ນັ້ນ, ສປປ ລາວ ໄດ້ຮັບ 4 ລາງວັນ ປະກອບມີ: ບ້ານນາດ້ວງ  ເມືອງວັງວຽງ ແຂວງວຽງຈັນ, ບ້ານດອນໂຄ ເມືອງຊະນະສົມບູນ ແຂວງຈໍາປາສັກ, ບ້ານດອນແດງ ເມືອງປະທຸມພອນ ແຂວງຈໍາປາສັກ, ບ້ານໜອງຫລວງ ເມືອງປາກຊ່ອງ ແຂວງຈໍາປາສັກ. ລາງວັນມາດຕະຖານການທ່ອງທ່ຽວແບບປະຊາຊົນ ມີສ່ວນຮ່ວມອາຊຽນ ໄດ້ຮັບທັງໝົດ 41 ລາງວັນ. ໃນນັ້ນ, ສປປ ລາວ ໄດ້ຮັບ 5 ລາງວັນ ຄື: ການລ່ອງຊົມສັດປ່າ ຢູ່ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ເມືອງຫົວເມືອງ ແຂວງຫົວພັນ, ບ້ານທ່າແປ້ນ ນະຄອນຫລວງພະບາງ ແຂວງຫລວງພະບາງ, ບ້ານຊ່າງໄຫ ເມືອງປາກອູ ແຂວງຫລວງພະບາງ, ບ້ານກອງລໍ ເມືອງຄູນຄໍາ ແຂວງຄໍາມ່ວນ, ບ້ານນາລັນເໜືອ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ;  ລາງວັນມາດຕະຖານ ການບໍລິການສະປາອາຊຽນ ໄດ້ຮັບລາງວັນທັງໝົດ 42 ລາງວັນ. ​ໃນ​ນັ້ນ, ສປປ ລາວ ໄດ້ຮັບ 5 ລາງວັນ ປະກອບ​ມີ: ຮ້ານສະປາໂຮງແຮມອາມານຕາກະ ແຂວງຫລວງພະບາງ, ຮ້ານ Senses ສະປາ ຢູ່ໂຮງແຮມຄລາວພລາຊາ ນະຄອນຫລວງວຽງຈັນ, ຮ້ານບ້ານລາວສະປາ ຢູ່ໂຮງແຮມມາຍບ້ານລາວ ແຂວງຫລວງພະບາງ, ຮ້ານແມ່ຂອງສະປາ ຢູ່ໂຮງແຮມພູວ່າວ ແຂວງຫລວງພະບາງ, ຮ້ານດາຫລາສະປາ ນະຄອນຫລວງວຽງຈັນ; ລາງວັນມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ໄດ້ຮັບ 41 ລາງວັນ. ​ໃນ​ນັ້ນ, ສປປ ລາວ ໄດ້ຮັບ 5 ລາງວັນ ປະກອບ​ມີ: ຫ້ອງນໍ້າສາທາລະນະໜອງສະພັງແລນ ນະຄອນຫລວງວຽງຈັນ, ຫ້ອງນໍ້າສາທາລະນະ ວັດຊຽງທອງ ແຂວງຫລວງພະບາງ, ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວຮ້ານອາຫານເມົາເທິນວິວ ແຂວງຫລວງນໍ້າທາ, ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈໍາປາສັກ ​ແລະ ຫ້ອງນໍ້າສາທາລະນະ ສະ ຖານທີ່ທ່ອງທ່ຽວຖໍ້ານອນ-ຖໍ້ານາງຟ້າ ເມືອງວັງວຽງ ແຂວງວຽງຈັນ.

ນອກຈາກນີ້, ສປປ ລາວ ຍັງໄດ້ຮັບລາງວັນ ອີກຈໍານວນ 10 ລາງວັນ ເຊິ່ງຈະມີການຈັດພິທີ ມອບ-ຮັບລາງວັນເພີ່ມຢູ່ພາຍໃນປະເທດ ໂດຍຈະຈັດຂຶ້ນໃນເດືອນກຸມພາ 2025 ເຊິ່ງຜົນສໍາເລັດຂອງການຈັດຕັ້ງປະຕິບັດ ບັນດາມາດຕະຖານການທ່ອງທ່ຽວອາຊຽນ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ໃນປີ 2025 ແມ່ນໄດ້ຮັບການຊີ້ນໍາ-ນໍາພາ ຈາກການນໍາຂັ້ນສູນກາງ, ຂັ້ນແຂວງ ແລະ ການມີສ່ວນຮ່ວມຈາກ ພາກລັດ, ພາກທຸລະກິດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ໂດຍໄດ້ຮັບການສະໜັບສະໜູນ ດ້ານງົບປະມານຈາກລັດຖະບານແຫ່ງ ສປປ ລາວ ແລະ  ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2.

ຂ່າວ-ພາບ: ສຸກ​ທະວີ

KPL

ຂ່າວອື່ນໆ

    • ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມ

      1/30/2025 1:41:47 PM

      ຂປລ. ຂຸນກອງແລງ ຕັ້ງຢູ່ບ້ານນາຄື ເມືອງຫີນບູນ ແຂວງຄໍາມ່ວນ ຫ່າງຈາກເມືອງທ່າແຂກ ປະມານ 55 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວ ແບບອະນຸລັກທໍາມະຊາດຍືນຍົງ ແລະ ສີຂຽວ ໂດຍແມ່ນບໍລິສັດອິນທຣາ ໂຄໂປເຣຊັ່ນ ຈຳກັດຜູ້ດຽວ ເປັນຜູ້ສຳປະທານ ແລະ ພັດທະນາ ດ້ວຍການສົ່ງ ເສີມການມີສ່ວນຮ່ວມ ຂອງປະຊາຊົນ, ຄາດວ່າຈະເປີດໃຫ້ບໍລິການ ໃນເດືອນເມສາ 2025 ນີ້.

    • ປີ 2024 ນັກທ່ອງທ່ຽວເຂົ້າມາ ທ່ຽວຊົມ ແຂວງຄໍາມ່ວນ 852.000 ກວ່າຄົນທ່ອງທ່ຽວ

      ປີ 2024 ນັກທ່ອງທ່ຽວເຂົ້າມາ ທ່ຽວຊົມ ແຂວງຄໍາມ່ວນ 852.000 ກວ່າຄົນ

      1/28/2025 2:48:32 PM

      ຂປລ. ​ໃນ​ປີ​ທ່ອງ​ທ່ຽວ​ລາວ 2024 ຜ່ານ​ມາ, ​​ແຂວງ​ຄໍາ​ມ່ວນ ໄດ້​ສຸມ​ໃສ່​ພັດທະນາ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ ທຳມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ​ເພື່ອ​ດືດິງດູດ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ​ເຂົ້າມາທ່ອງ​ທ່ຽວ​ໃຫ້​ນັບ​ມື້​ຫລາຍ​ຂຶ້ນ. ໃນ​ປີ 2024 ສາມາດໂຄສະນາດຶງດູດ ເຂົ້າມາຢ້ຽມຢາມ ແຂວງຄໍາມ່ວນ ເຖິງ 852.080 ຄົນ.

    • ຮັບຮອງເອົາເມືອງວັງວຽງ ເປັນແຫລ່ງທ່ອງທ່ຽວລະດັບຊາດທ່ອງທ່ຽວ

      ຮັບຮອງເອົາເມືອງວັງວຽງ ເປັນແຫລ່ງທ່ອງທ່ຽວລະດັບຊາດ

      1/28/2025 11:39:37 AM

      ລັດຖະບານ ເຊັນຂ້ໍຕົກລົງຮັບຮອງ ແລະ ປະກາດໃຊ້ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ ເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025 – 2035.

    • ຖໍ້າກອງລໍ ແຫລ່ງທ່ອງທ່ຽວທີ່ຄວນໄປສຳຜັດທ່ອງທ່ຽວ

      ຖໍ້າກອງລໍ ແຫລ່ງທ່ອງທ່ຽວທີ່ຄວນໄປສຳຜັດ

      1/27/2025 10:18:17 AM

      ເມື່ອເວົ້າເຖິງແຫລ່ງທ່ອງ​ທ່ຽວ​ ບໍ່ວ່າຈະເປັນແຫລ່ງທ່ອງ​ທ່ຽວທາງທໍາມະຊາດ,​ ປະຫວັດ​ສາດ,​ ວັດທະນະທຳແລ້ວ​ຢູ່ປະເທດເຮົາແມ່ນບໍ່ໜ້ອຍໜ້າປະເທດອື່ນ​​ ເພາະຢູ່ເມືອງລາວມີສະຖານທ່ີທ່ອງທ່ຽວທ່ົວທຸກແຂວງທີ່ສວຍສົດງົດງາມ​ສາມາດສ້າງຄວາມປະທັບ ໃຈໃຫ້ນັກທ່ອງທ່ຽວທາງພາຍໃນ​ ແລະ​ ຕ່າງປະເທດ​.

    • ບ້ານນາລັນ ໄດ້ຮັບລ້າງວັນທ່ອງທ່ຽວອາຊຽນທ່ອງທ່ຽວ

      ບ້ານນາລັນ ໄດ້ຮັບລ້າງວັນທ່ອງທ່ຽວອາຊຽນ

      1/24/2025 10:41:40 AM

      ວົງຈອນເສັ້ນທາງທ່ອງທ່ຽວຜະຈົນໄພຊຸມຊົນໃນບ້ານນາລັນເໜືອ ໄດ້ຮັບລາງວັນມາດຕະຖານອາຊຽນ ແຂວງຫລວງນໍ້າທາ ມີຄວາມພາກພູມໃຈທີ່ໄດ້ຮັບ 2 ລາງວັນມາດຕະຖານອາຊຽນ.


Top