ກາຊັກສະຖານ ຈະຂຸດເຈາະນໍ້າມັນ ຈາກຊັ້ນຫິນດິນດານ ຄັ້ງທຳອິດໃນທ້າຍປີນີ້

01/02/2025 00:09
Email Print 364
KPL ທ່ານ ອໍຈັສ ເບດເຕນອບ ນາຍົກ ລັດຖະມົນຕີ ກາຊັກສະຖານ ປະກາດ ການຜະລິດ ນໍ້າມັນຈາກຊັ້ນ ຫີນດິນດານ ຈະເລີ່ມຕົ້ນ ເປັນຄັ້ງທຳອິດ ໃນ ທ້າຍປີນີ້.

ຂປລ.ສຳນັກຂ່າວເອເອຟພີ ລາຍງານ ຈາກນະຄອນຫລວງ ອັດສະຕານາ ປະເທດ ກາຊັກສະຖານເມື່ອບໍ່ດົນມານີ້, ທ່ານ ອໍຈັສເບເຕນອບ ນາຍົກ ລັດຖະມົນຕີ ກາຊັກສະຖານ ປະກາດ ການຜະລິດນໍ້າມັນຈາກຊັ້ນຫີນດິນດານ ຈະເລີ່ມຕົ້ນ ເປັນຄັ້ງທຳອິດ ໃນ ທ້າຍປີນີ້.

ໃນຂະນະທີ່ ທ່ານ ຄາສຊິໂຈມາຣ-​ໂທຄາເຢບ ປະທານາທິບໍດີ ກາຊັກສະຖານ ອະທິບາຍວ່າ ປະເທດນີ້ ຈຳເປັນຕ້ອງ​​ໃຊ້ປະໂຫຍ ຈາກແຫລ່ງນໍ້າມັນທີ່ມີ ຄວາມຊັບຊ້ອນທາງດ້ານເຕັກໂນໂລຊີ ລວມເຖິງ ແຫລ່ງນໍ້າມັນສຳຮອງ ຊັ້ນຫີ ດິນດານ ຈຳນວນຫລາຍ . ໂດຍຄວາມຈຳເປັນຂອງ ການຜະລິດນໍ້າມັນ ຈາກ ຊັ້ນຫີນດິນດານເນື່ອງຈາກ ເສດຖະກິດຂອງ ປະເທດ ຍັງເຕີບໂຕບໍ່ພຽງພໍ. ເມື່ອປີກາຍ ລວມຍອດຜະລິດຕະພັນພາຍ ໃນປະເທດ (ຈີດີພີ) ຂະຫຍາຍຕົວພຽງແຕ່ 4,8% ,​ ໃນຂະນະທີ່ເງິນ ເທເກ ຊຶ່ງເປັນ ສະກຸນເງິນທ້ອງຖິ່ນ ພວມອ່ອນຄ່າເມື່ອທຽບກັບເງິນໂດລາສະຫະລັດ.

ຜູ້ນຳກາຊັກສະຖານ ຮຽກຮ້ອງໃຫ້ມີການລົງທຶນຈາກຕ່າງປະເທດຫລາຍຂຶ້ນໃນພາກສ່ວນພະລັງງານແລະໂລຫະຫາຍາກ ລວມເຖິງ ການ ຮ່າງຂໍ້ຕົກລົງແບ່ງປັນຜົນຜະລິດທີ່ມີຢູ່ໃໝ່ໂດຍມີເງື່ອນໄຂທີ່ເອື້ອອຳນວຍ ຕໍ່ປະເທດ ກາຊັກສະຖານ ຫລາຍຂຶ້ນ.
KPL

ຂ່າວອື່ນໆ


Top