KPL
ໃນໄລຍະ 5 ປີຜ່ານມາ ເມືອງງອຍ ເປັນເມືອງໜຶ່ງທີ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະ
ບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການພັດທະນາດີຂຶ້ນເລື້້ອຍໆ, ເສດຖະກິດ ມີທ່າອ່ຽງຂະຫຍາຍຕົວຢ່າງຕໍ່ເນື່ອງ.
*ໃນໄລຍະ 5 ປີຜ່ານມາ ເມືອງງອຍ ເປັນເມືອງໜຶ່ງທີ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການພັດທະນາດີຂຶ້ນເລື້້ອຍໆ, ເສດຖະກິດ ມີທ່າອ່ຽງຂະຫຍາຍຕົວຢ່າງ ຕໍ່ເນື່ອງ.

ທ່ານ ສອນເພັດ ທະສິິນິພອນ ຮອງເຈົ້າເມືອງໆງອຍໄດ້ລາຍງານ ໃນກອງປະຊຸມຜູ້ແທນອົງຄະນະພັກ ເມືອງຄັ້ງທີ XII ວ່າ: ເສດຖະກິດຂອງເມືອງງອຍ ໄດ້ຂະຫຍາຍຕົວຢູ່ໃນລະດັບ 4,2%, ລວມຍອດມູນຄ່າຜະລິດຕະພັນພາຍໃນບັນລຸ 643,04 ຕື້ກີບ ທຽບໃສ່ແຜນ 5 ປີ ເກີນ 43%; ສະເລ່ຍລາຍຮັບໃສ່ຫົວຄົນໄດ້ 21.786.000 ກີບ/ຄົນ/ ປີ ເທົ່າກັບ 1.054 ໂດລາ (ອັດ ຕາແລກປ່ຽນ 1 ໂດລາ ເທົ່າກັບ 20.670 ກີບ) ໃນນັ້ນ, ລວມຍອດມູນຄ່າຜະລິດຕະພັນກະສິກຳ-ປ່າໄມ້ ບັນລຸ 392,25 ຕື້ກີບ, ກວມ 61% ຂອງ (GO). ລວມຍອດມູນຄ່າຜະລິດຕະພັນການບໍລິການບັນລຸ 192,91 ຕື້ກີບ ກວມ 30% ຂອງ GO. ລວມຍອດມູນຄ່າຜະລິດຕະພັນອຸດສາຫະກຳ-ຫັດຖະກຳບັນລຸ 57,87 ຕື້ກີບ ກວມ 9% ຂອງ GO. ການຜະລິດສະບຽງອາຫານ ທົ່ວເມືອງສາມາດຜະລິດເຂົ້າ ໄດ້ທັງໝົດ 12.889,31 ໂຕນ, ສະເລ່ຍໃສ່ປະຊາກອນໄດ້ 436 ກິໂລ/ ຄົນ/ປີ ສາມາດກຸ້ມກິນ 15 ເດືອນ, ເຂົ້ານາປີ ໃນເນື້ອທີ່ 1.021,14 ເຮັກຕາ ຜົນຜະລິດໄດ້ 4.084,56 ໂຕນສະເລ່ຍສະມັດຕະພາບ 4 ໂຕນ/ເຮັກຕາທຽບໃສ່ແຜນປະຕິບັດເກີນແຜນ 156,56 ໂຕນ; ເຂົ້ານາແຊງໃນເນື້ອທີ່ 73,5 ເຮັກຕາ, ຜົນຜະລິດໄດ້ 330,75 ໂຕນ ສະເລ່ຍສະມັດຕະພາບ 4,5 ໂຕນ/ເຮັກຕາທຽບໃສ່ແຜນປະຕິບັດໄດ້ 37% ຍ້ອນເນື້ອທີ່ນາຈຳນວນໜຶ່ງຖືກເຊາະເຈື່ອນ, ນໍ້າບົກແຫ້ງ. ສ່ວນເຂົ້າໄຮ່ ໃນເນື້ອທີ່ 4.708 ເຮັກຕາ ຜົນຜະລິດ 8.474 ໂຕນ, ສະມັດຕະພາບ 1,8 ໂຕນ/ເຮັກຕາ ທຽບແຜນ 5 ປີ ແມ່ນເກີນແຜນ 4.499 ໂຕນ ໃນນັ້ນ, ເນື້ອທີ່ເພີ່ມຂຶ້ນ 1.240 ເຮັກຕາ ຍ້ອນປະຊາຊົນໄດ້ເພີ່ມການຜະລິດເຂົ້າເປັນສິນຄ້າເພື່ອສົ່ງອອກ.
ສຳລັບການປູກພືດຜັກປະເພດຕ່າງໆໄດ້ແກ່: ໝາກເຜັດ, ໝາກເຂືອ, ໝາກແຕງ, ໝາກອຶ, ຖົ່ວຍາວ, ມັນດ້າງ, ຂີງ ແລະ ພືດຜັກອື່ນໆ ຜົນຜະລິດໄດ້ 24.000 ໂຕນ ໃນເນື້ອທີ່ 300 ເຮັກຕາ, ສະມັດຕະພາບ 8 ໂຕນ/ເຮັກຕາ, ປະຕິບັດເກີນແຜນ 50 ເຮັກຕາ. ການປູກພຶດອຸດສາຫະກຳເປັນສິນຄ້າ ປະເພດສາລີຫວານ, ສາລີແຂງ, ໝາກເດືອຍ, ໝາກງາ, ມັນຕົ້ນ ໃນເນື້ອທ່ີ 935,15 ເຮັກຕາ, ຜົນຜະລິດໄດ້ 6.400,8 ໂຕນ. ເດັ່ນກວ່າໝູ່ແມ່ນປູກສາລີຫວານ-ສາລີແຂງ ທຽບແຜນແມ່ນປະຕິບັດເກີນ 168,7 ເຮັກຕາ; ປະເພດເຄື່ອງປ່າໝາກຂ່າ, ໝາກແໜ່ງ, ແຂມໃນເນື້ອທີ່ 1.495,2 ເຮັກຕາ, ຜົນຜະລິດໄດ້ 4.460,76 ໂຕນ, ເດັ່ນກວ່າໝູ່ແມ່ນປູກແຂມ ເນື້ອທີ່ 308 ເຮັກຕາ, ຜົນຜະລິດ ໄດ້ 1.386 ໂຕນ. ສ່ວນການປູກໄມ້ໃຫ້ໝາກໄດ້ຊຸກຍູ້ ແລະ ສົ່ງເສີມໃຫ້ ປະຊາຊົນປູກໄມ້ໃຫ້ໝາກປະເພດ ໝາກກ້ຽງ, ສົ້ມຂຽວ, ເງາະ ແລະ ລິນຈີ່ ໃນເນື້ອທີ່ 148,5 ເຮັກຕາ, ຜົນຜະລິດ 1.479,97 ໂຕນ, ເດັ່ນກວ່າໝູ່ແມ່ນປູກໝາກກ້ຽງ ໃນເນື້ອທີ່ 97,3 ເຮັກຕາ, ຜົນຜະລິດ 875,7 ໂຕນ, ໄມ້ໃຫ້ໝາກປະເພດອື່ນໆມີເນື້ອທີ່ 223,9 ເຮັກຕາ, ຜົນຜະລິດໄດ້ 1.119,5 ໂຕນ, ສະມັດຕະພາບ 5 ໂຕນ/ເຮັກຕາ ທຽບແຜນເກີນ 42%. ພ້ອມນັ້ນກໍໄດ້ຝຶກອົບຮົມດ້ານເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກໄດ້ 3 ຄັ້ງ ມີຜູ້ຮ່ວມ 65 ຄົນ, ຍິງ 13 ຄົນ. ເດັ່ນກວ່າໝູ່ ແມ່ນຄອບຄົວຕົວແບບໃນການປູກ ໄມ້ໃຫ້ໝາກໄດ້ 3 ຄອບຄົວ ຄື: ຄອບຄົວ ທ້າວ ແພງວັນ ຢູ່ບ້ານສົບວັນ ປູກໝາກກ້ຽງ ແລະ ໝາກສົ້ມຂຽວ ໃນເນື້ອທີ່ 3 ເຮັກຕາ ຜົນຜະລິດໄດ້ 27 ໂຕນ ສ້າງລາຍຮັບໄດ້ 189 ລ້ານກີບ/ປີ; ຄອບຄົວ ທ້າວ ທອງວັນ ຢູ່ບ້ານປາກບາກ ປູກໝາກສົ້ມຂຽວ ແລະ ໄມ້ໃຫ້ໝາກປະສົມປະສານ ໃນເນື້ອທີ່ 1 ເຮັກຕາ ຜົນຜະລິດໄດ້ 7 ໂຕນ ສ້າງລາຍຮັບໄດ້ 70 ລ້ານກີບ/ປີ ແລະ ຄອບຄົວ ທ່ານ ອ່ອນສີ ຢູ່ບ້ານປາກບາກ ປູກໄມ້ໃຫ້ໝາກເປັນແບບປະສົມປະສານ ໃນເນື້ອມທີ່ 2 ເຮັກຕາ, ຜະລິດໄດ້ 14 ໂຕນ ສ້າງລາຍຮັບໃຫ້ແກ່ຄອບຄົວ ໄດ້ 120 ລ້ານກີບຕໍ່ປີ.
ໂດຍ: ເພັດສາຄອນ ສິມມະວົງ
KPL