KPL
ຂປລ. ພິທີມອບ-ຮັບ ລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ຈັດຂຶ້ນໃນໂອກາດ ມະຫາກໍາການທ່ອງ ທ່ຽວອາຊຽນ ປະຈຳປີ 2023 ໃນວັນທີ 5 ກຸມພາ 2023 ທີ່ເມືອງຢ໋ອກຢາກາຕ້າ, ປະເທດອິນໂດເນເຊຍ ເຊິ່ງລວມມີ 4 ມາດຕະຖານ
ຂປລ. ພິທີມອບ-ຮັບ ລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ຈັດຂຶ້ນໃນໂອກາດ ມະຫາກໍາການທ່ອງ ທ່ຽວອາຊຽນ ປະຈຳປີ 2023 ໃນວັນທີ 5 ກຸມພາ 2023 ທີ່ເມືອງຢ໋ອກຢາກາຕ້າ, ປະເທດອິນໂດເນເຊຍ ເຊິ່ງລວມມີ 4 ມາດຕະຖານຄື: ມາດຕະຖານເຮືອນພັກແຮມອາຊຽນ, ມາດຕະຖານການທ່ອງທ່ຽວ ແບບປະຊາຊົນ ມີສ່ວນຮ່ວມອາຊຽນ, ມາດຕະຖານ ການບໍລິການສະປາອາຊຽນ ແລະ ມາດຕະຖານຫ້ອງນໍ້າ ສາທາລະນະອາຊຽນ ເຊິ່ງແຕ່ລະມາດຕະຖານ ຈະໄດ້ຮັບລາງວັນປະເທດລະ 5 ລາງວັນ. ໃນນັ້ນ, ແຫລ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ເມືອງປາຊ່ອງ ແຂວງຈຳປາສັກ ແມ່ນ 1 ໃນ 5 ເປົ້າໝາຍທີ່ໄດ້ຮັບລາງວັນ ມາດຕະຖານການ ທ່ອງທ່ຽວ ແບບປະຊາຊົນ ມີສ່ວນຮ່ວມອາຊຽນ (THE 3rd ASEAN COMMOUNITY BASED TOURISM AWARD 2023-2025)ໂດຍມີ ທ່ານ ນາງ ສອນທິດາ ອຸນາພົມ ບໍລິສັດ ພັດທະນາແຫລ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ແລະ ຜູ້ປະກອບການ ແຕ່ລະມາດຖານ ຂຶ້ນຮັບລາງວັນດັ່ງກ່າວ.
ສຳລັບມາດຕະຖານ ການທ່ອງທ່ຽວ ແບບປະຊາຊົນ ມີສ່ວນຮ່ວມອາຊຽນ ເລີ່ມຈັດຕັ້ງປະຕິບັດ ແລະ ມອບລາງວັນ ມາແຕ່ປີ 2018 ຈຸດປະສົງ ເພື່ອຊຸກຍູ້ ແລະ ຍ້ອງຍໍບັນດາ ຜູ້ປະກອບກິດຈະກໍາ ການທ່ອງທ່ຽວ ແບບປະຊາຊົນ ມີສ່ວນຮ່ວມ ໂດຍສະເພາະ ປະຊາຊົນ ບ້ານເປົ້າໝາຍທີ່ໃຫ້ ການບໍລິການ, ພາກສ່ວນກ່ຽວຂ້ອງ ຂອງລັດ ແລະ ເອກະຊົນຢູ່ບັນດາ ປະເທດສະມາຊິກອາຊຽນ ທີ່ໄດ້ເຄື່ອນໄຫວສົ່ງເສີມ ວຽກງານດັ່ງກ່າວ ຢ່າງມີຜົນງານ ໃນໄລຍະຜ່ານມາ ເພື່ອໃຫ້ຜູ້ປະກອບການ ເຫລົ່ານັ້ນ ໄດ້ມີສ່ວນຮ່ວມ ໃນການປົກປັກຮັກສາ ສິ່ງແວດລ້ອມ, ທຳມະຊາດ, ວັດທະນະທຳ ແລະ ຊັບພະຍາກອນ ການທ່ອງທ່ຽວ ທາງປະຫວັດສາດ, ນໍາໃຊ້ຜະລິດຕະພັນ ທີ່ເປັນມິດ ກັບສິ່ງແວດລ້ອມ ແລະ ທັງເປັນສ້າງ ວຽກເຮັດງານທຳ ໃຫ້ແກ່ປະຊາຊົນໃນພື້ນ ທີ່ກິດຈະກໍາການທ່ອງທ່ຽວ ແບບປະຊາ ຊົນມີສ່ວນຮ່ວມ. ພ້ອມກັນນີ້, ກໍສາມາດ ນໍາໃຊ້ຜົນ ຂອງການປະເມີນ ເປັນເຄື່ອງວັດແທກ, ສະທ້ອນຜົນການ ຈັດຕັ້ງປະຕິບັດຂອງຕົນ ແລະ ເປັນບ່ອນອີງ ໃນການກໍານົດທິດທາງ ແຜນການຕໍ່ໜ້າ ແລະ ເຫັນໄດ້ບັນຫາຂໍ້ຄົງຄ້າງ ທີ່ຕ້ອງໄດ້ສືບຕໍ່ປັບປຸງ.
ໃນປີ 2023 ນີ້, ຢູ່ໃນອາຊຽນ ມີກິດຈະກໍາການທ່ອງທ່ຽວ ແບບປະຊາຊົນ ມີສ່ວນຮ່ວມ ທີ່ໄດ້ຮັບລາງວັນທັງໝົດ 29 ລາງວັນ. ສຳລັບ 5 ເປົ້າໝາຍທີ່ໄດ້ຮັບ ການຮັບຮອງ ມາດຕະຖານ ການທ່ອງທ່ຽວແບບປະຊາຊົນ ມີສ່ວນຮ່ວມອາຊຽນ ຢູ່ ສປປ ລາວ ປະກອບມີ: ບ້ານນາທອງ, ເມືອງວັງວຽງ ແຂວງວຽງຈັນ, ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫລວງພະບາງ, ນໍ້າປ່ຽນຢໍລະປ່າ ເມືອງປາກງື່ມ ນະຄອນຫລວງວຽງຈັນ, ຕາດເຍືອງ ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ບ້ານໜອງຫລວງ ເມືອງປາກຊ່ອງ ແຂວງຈໍາປາສັກ.
ສ່ວນມາດຕະຖານ ເຮືອນພັກແຮມອາຊຽນ ທີ່ໄດ້ຮັບລາງວັນທັງໝົດ 43 ລາງວັນ. ໃນນັ້ນ, ສປປ ລາວ ມີ 5 ເປົ້າໝາຍ ທີ່ໄດ້ຮັບລາງວັນຄື: ເຮືອນພັກແຮມ ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫລວງພະບາງ, ເຮືອນພັກແຮມ ບ້ານວຽງເໜືອ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ, ເຮືອນພັກແຮມ ບ້ານນາດ້ວງ ເມືອງວັງວຽງ ແຂວງວຽງຈັນ, ເຮືອນພັກແຮມ ບ້ານຫົວດອນແດງ ເມືອງປະທຸມພອນ ແຂວງຈໍາປາສັກ ແລະ ເຮືອນພັກແຮມ ບ້ານດອນໂຄ ເມືອງຊະນະສົມບູນ ແຂວງຈໍາປາສັກ; ມາດຕະຖານ ການບໍລິການສະປາອາຊຽນ ມີຮ້ານບໍລິການສະປາ ທີ່ໄດ້ຮັບລາງວັນທັງໝົດ 38 ລາງວັນ. ໃນນັ້ນ, ສປປ ລາວ ມີ 5 ເປົ້າໝາຍ ທີ່ໄດ້ຮັບ ລາງວັນຄື: ຮ້ານຈໍາປາສະປານະຄອນຫລວງວຽງຈັນ, ຮ້ານລິ່ນລີ່ ສະປາ ນະຄອນຫລວງວຽງຈັນ, ຮ້ານສະປາ ຢູ່ໂຮງແຮມພູແມນ ແຂວງຫລວງພະບາງ, ຮ້ານສະປາ ນະວຽງຈັນ ນະຄອນຫລວງວຽງຈັນ ແລະ ຮ້ານເລີສະປາ ຢູ່ໂຮງແຮມໂຊຟີເທວ ແຂວງຫລວງພະບາງ ແລະ ມາດຕະຖານຫ້ອງນໍ້າ ສາທາລະນະອາຊຽນ ມີຫ້ອງນໍ້າສາທາລະນະ ທີ່ໄດ້ຮັບ ລາງວັນທັງໝົດ 48 ລາງວັນ. ໃນນັ້ນ, ສປປ ລາວ ມີ ສຳລັບ 5 ເປົ້າໝາຍ ທີ່ໄດ້ຮັບການຮັບຮອງມາດຕະຖານ ຄື: ຫ້ອງນໍ້າສາທາລະນະ ຢູ່ສະຖານທີ່່ ທ່ອງທ່ຽວ ມໍລະດົກໂລກ ແຫ່ງທີ 2 ຂອງ ສປປ ລາວ ວັດພູຈໍາປາສັກ, ຫ້ອງນໍ້າສາທາລະນະ ຢູ່ສະຖານທີ່ທ່ອງທ່ຽວ ນໍ້າຕົກຕາດກວາງຊີ ແຂວງຫລວງພະບາງ, ຫ້ອງນໍ້າສາທາລະນະ ຢູ່ສະຖານທີ່ທ່ອງທ່ຽວ ຖໍ້ານາງຟ້າ ເມືອງວັງວຽງ ແຂວງວຽງຈັນ, ຫ້ອງນໍ້າສາທາລະນະ ຢູ່ສະຖານທີ່ທ່ອງທ່ຽວ ນໍ້າຕົກຕາດພູເພັດ-ພູຄໍາ ແຂວງຫລວງນໍ້າທາ, ຫ້ອງນໍ້າສາທາລະນະ ຢູ່ສວນສາທາລະນະ ໜອງສະພັງແລນ ນະຄອນຫລວງວຽງຈັນ.
ງານມອບ-ຮັບລາງວັນ ມາດຕະຖານ ການທ່ອງທ່ຽວອາຊຽນ ປະຈໍາປີ 2023 ໃນຄັ້ງນີ້, ໄດ້ມີການມອບລາງວັນ ໃຫ້ພາກສ່ວນຕ່າງໆ ຈາກພາກລັດ, ພາກທຸລະກິດ ແລະ ຜູ້ປະກອບການ ຂອງຊຸມຊົນທ້ອງຖິ່ນ ພາຍໃນບັນດາ ປະເທດສະມາຊິກອາຊຽນ ທີ່ສາມາດປະຕິບັດ ໄດ້ຕາມເງື່ອນໄຂຕ່າງໆ ທີ່ໄດ້ກຳນົດໄວ້ ຢູ່ໃນແຕ່ລະມາດຕະຖານ ການທ່ອງທ່ຽວອາຊຽນ ເຊິ່ງຜົນສໍາເລັດຂອງການ ຈັດຕັ້ງປະຕິບັດບັນດາ ມາດຕະຖານ ການທ່ອງທ່ຽວອາຊຽນ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ໃນປີ 2023 ແມ່ນໄດ້ຮັບການຊີ້ນໍາ-ນໍາພາ ຈາກການນໍາຂັ້ນສູນກາງ, ຂັ້ນແຂວງ ແລະ ການມີສ່ວນຮ່ວມຈາກພາກລັດ, ພາກທຸລະກິດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ທີ່ກ່ຽວຂ້ອງ ໂດຍໄດ້ຮັບ ການສະໜັບສະໜູນ ດ້ານງົບປະມານຈາກ ລັດຖະບານແຫ່ງ ສປປ ລາວ, ໂຄງການພັດທະນາ ໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ໄລຍະ 2 (ADB).
KPL