KPL
ບໍລິສັດ ສະມໍລບີ ໄດ້ລະດົມພະນັກງານ 280 ຄົນ, ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ເພ່ືອອະນາໄມ ແລະ ເກັບມ້ຽນຂ້ີເຫຍື້ອພາຍໃນບຸນນະມັດສະການພະທາດຫລວງວຽງຈັນ ປະຈໍາປີ 2026 ຕະຫລອດ 24 ຊົ່ວໂມງ ແຕ່ວັນທີ 19-28 ພະຈິກ 2028 ເພື່ອຮັກສາສະພາບແວດລ້ອມພາຍໃນງານໃຫ້ສະອາດ, ເປັນລະບຽບເພື່ອສ້າງຄວາມປະທັບໃຈແກ່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດທ່ີເຂົ້າມາທ່ຽວຊົມພາຍໃນງານບຸນ.
ຂປລ. ທ່ານນາງ ດີ່ນ້າ ສົມສະໝຸດວິຊາການພະແນກໂຄສະນາປະຊາສໍາພັນ ແລະ ການຕະຫລາດບໍລິສັດ ສະມໍລບີ ໃຫ້ສໍາພາດ ໃນວັນທີ 19 ພະຈິກ 2026 ຜ່ານມານີ້ວ່າ: ໃນປີນີ້ບໍລິສັດໄດ້ວາງແຜນການອະນາໄມລ່ວງໜ້າຢ່າງລະອຽດທັງດ້ານອຸປະກອນອະນາໄມ, ຖັງ ຂີ້ເຫຍື້ອ, ເຫລັກຄີບ, ຖົງຢາງດໍາ, ພາຫະນະ ແລະ ບຸກຄະລາກອນ. ພ້ອມນີ້ ໄດ້ຈັດວາງຖັງຂີ້ເຫຍື້ອ 300 ຖັງ ໃນ 3 ເຂດຮັບຜິດຊອບ ຄື: ເຂດວັດທາດຫລວງ ແລະ ພະທາດຫລວງ; ເຂດສະໜາມຫລວງ ແລະ ສວນ; ເຂດຮອບນອກ ແລະ ບໍລິເວນຮອບເດີ່ນພະທາດຫລວງ ໂດຍເນັ້ນການຈັດວາງຖັງໃຫ້ທົ່ວເຖິງ ແລະ ສະດວກຕໍ່ການນໍາໃຊ້ ໂດຍສະເພາະບໍລິເວນກົມມະລຽນ ແລະ ສະໜາມຫລວງ.
ສໍາລັບພະນັກງານ 280 ຄົນ ໄດ້ແບ່ງເປັນ 4 ກະ, ໃນນັ້ນປະກອບມີ: ກະເຊ້ົາ, ກະບ່າຍ, ກະແລງ ແລະ ກະເດິກປະຈໍາຢູ່ຕາມຈຸດຕ່າງໆເພື່ອອະນາໄມ ແລະ ເກັບມ້ຽນຂີ້ເຫຍ້ືອຢ່າງຕ່ໍເນ່ືອງ. ເມ່ືອຖັງຂ້ີເຫຍ້ືອເຕັມພະນັກງານຈະຂົນຍ້າຍໄປຈຸດລວມ ເພື່ອລໍຖ້າລົດມາຂົນສົ່ງໄປກໍາຈັດ. ຕາມແຜນການຈະມີລົດເກັບຂີ້ເຫຍື້ອປະມານ 34 ຖ້ຽວ ຕະຫລອດໄລຍະງານ, ແຕ່ອາດປັບເພີ່ມຕາມປະລິມານຂີ້ເຫຍື້ອຕົວຈິງເນື່ອງຈາກຂີ້ເຫຍື້ອປະເພດໂຟມ ແລະ ເສດອາຫານມີປະລິມານຫລາຍເຮັດໃຫ້ລົດບັນທຸກເຕັມໄວ. ນອກຈາກການອະນາໄມແລ້ວ, ບໍລິສັດຍັງຈະຈັດຮ້ານປະຊາສໍາພັນ ເພື່ອເຜີຍແຜ່ ແລະ ແນະນໍາການຖິ້ມຂີ້ເຫຍື້ອໃຫ້ຖືກວິທີ ແລະ ຖືກຖັງຜ່ານການສາທິດ, ພ້ອມທັງຮ່ວມມືກັບນັກຮຽນ ແລະ ກຸ່ມອາສາສະໝັກເພື່ອປູກຈິດສໍານຶກໃຫ້ປະຊາຊົນຮ່ວມກັນຮັກສາສິ່ງແວດລ້ອມ.
ດ້ານພາຫະນະຮັບໃຊ້ ນອກຈາກລົດເກັບຂີ້ເຫຍື້ອແລ້ວຍັງມີລົດຄ່ຽນຖ່າຍຂີ້ເຫຍື້ອຂະໜາດນ້ອຍ 2 ຄັນ, ລົດດູດຝຸ່ນ ແລະ ລົດລ້າງທາງ ເພື່ອກະກຽມຮັບໃຊ້ໃນມື້ສໍາຄັນ ຄື: ວັນທີ 23 ພະຈິກມື້ແຫ່ຜາສາດເຜິ້ງ ແລະ ວັນທີ 24 ພະຈິກ ມື້ໃສ່ບາດຖວາຍສັງຄະທານໃນຕອນເຊົ້າ.
ບໍລິສັດ ສະມໍລບີ ໄດ້ຮັບຜິດຊອບວຽກງານອະນາໄມໃນບຸນນະມັດສະການພະທາດຫລວງ ນັບແຕ່ ປີ 2022 ເປັນຕ້ົນມາ. ຢ່າງໃດກໍຕາມ, ຝາກເຖິງປະຊາຊົນ ແລະ ນັກທ່ອງທ່ຽວໃຫ້ຮ່ວມກັນຮັກສາຄວາມສະອາດ ໂດຍນໍາຂີ້ເຫຍື້ອຖິ້ມລົງຖັງທີ່ຈັດກຽມໄວ້ໂດຍສະເພາະໄມ້ສຽບລູກຊີ້ນບໍ່ຄວນຖິ້ມຊະຊາຍ ເພາະອາດກໍ່ໃຫ້ເກີດອັນຕະລາຍຕໍ່ຜູ້ອື່ນ, ພ້ອມທັງຂໍຄວາມຮ່ວມມືຈາກບັນດາຮ້ານຄ້າໃຫ້ປະຕິບັດຕາມເວລາເປີດ-ປິດຮ້ານທີ່ກໍານົດໄວ້ ເພື່ອອໍານວຍຄວາມສະດວກໃນການອະນາໄມ ແລະ ຂົນສົ່ງຂີ້ເຫຍື້ອ.
ຂ່າວ: ທະນູທອງ; ພາບ: ເກດສະໜາ
KPL