ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

22/11/2026 08:51
Email Print 367
KPL ການເສີມສ້າງຮາກຖານທີ່ໝັ້ນຄົງໃຫ້ຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ດ້ວຍການຮ່ວມມືທີ່ເປັນຮູບປະທຳ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ.

ຂປລ. ການເສີມສ້າງຮາກຖານທີ່ໝັ້ນຄົງໃຫ້ຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ດ້ວຍການຮ່ວມມືທີ່ເປັນຮູບປະທຳ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ.

   ລາວ ແລະ ຈີນ ສອງປະເທດມີພູຜາ ແລະ ສາຍນ້ຳເຊື່ອມຕໍ່ກັນ, ມີແນວຄວາມຄິດທີ່ສອດຄ່ອງກັນ, ເປັນປະເທດເພື່ອນບ້ານສັງຄົມນິຍົມ ທີ່ໄດ້ສ້າງສາຍພົວພັນອັນເລິກເຊິ່ງໃນຖານະ “ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະຄູ່ຮ່ວມມືທີ່ດີ”.ນັບຕັ້ງແຕ່ສ້າງສາຍພົວພັນການທູດ ຢ່າງເປັນທາງການ ໃນປີ 1961 ເປັນຕົ້ນມາ, ການພົວພັນ ລາວ-ຈີນ ໄດ້ຜ່ານຜ່າບົດທົດສອບທີ່ເໝືອນດັ່ງພາຍຸລົມແດງຕະຫລອດ 65 ປີ ແລະ ຍິ່ງແຂງແກ່ນຂຶ້ນ. ໃນເດືອນມິຖຸນາປີນີ້, ຜູ້ນຳສູງສຸດຂອງສອງປະເທດໄດ້ຮ່ວມກັນກຳນົດຖານະໃໝ່ ໃນການຮ່ວມມືກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່.

          ຄໍາວ່າ “ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ” ໝາຍຄວາມວ່າແນວໃດ? ບໍ່ວ່າສະພາບການສາກົນຈະປ່ຽນແປງແນວໃດ, ບໍ່ວ່າສະພາບແວດລ້ອມພາຍນອກຈະຜັນຜວນພຽງໃດ, ສອງປະເທດກໍຍຶດໝັ້ນ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງໜັກແໜ້ນ, ຢູ່ຄຽງຂ້າງກັນດ້ວຍໃຈຈິດທີ່ເປັນໜຶ່ງດຽວຕະຫລອດໄປ. ຄຳກ່າວນີ້, ເປັນການສະຫລຸບຕີລາຄາສູງ ຕໍ່ກັບສະພາບຕົວຈິງຂອງການພົວພັນ ລະຫວ່າງສອງປະເທດແລະ ທີ່ສໍາຄັນກວ່ານັ້ນ ຍັງເປັນຄຳໝັ້ນສັນຍາ ອັນໜັກແໜ້ນຕໍ່ທິດທາງການພັດທະນາການພົວພັນໃນອະນາຄົດ. ອັນໃດເປັນພື້ນຖານອັນໝັ້ນຄົງ ໃຫ້ກັບການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການ. ພື້ນຖານນີ້,  ອີງໃສ່ຄວາມເຫັນດີຮ່ວມກັນ ຂອງຜູ້ນຳລະດັບສູງ ແລະ ຍິ່ງໄປກວ່ານັ້ນ ຍັງອີງໃສ່ການຮັບຮູ້ຄ່ານິຍົມ ທີ່ຝັງເລິກຢູ່ໃນຈິດໃຈຂອງປະຊາຊົນສອງົ້ປະເທດ; ຍັງອີງໃສ່ຂອບຂໍ້ຕົກລົງ ແລະ ສິ່ງທີ່ສຳຄັນຍິ່ງກວ່ານັ້ນຄື ການລົງມືປະຕິບັດຢ່າງຕໍ່ເນື່ອງບົນພື້ນຖານ ຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເພື່ອໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ. ເວົ້າລວມແລ້ວ, ຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ມີຮາກຖານແນວຄວາມຄິດທີ່ສອດຄ່ອງກັນ, ມີແນວທາງກ້າວໄປຂ້າງໜ້າ ດ້ວຍການຮ່ວມມືທີ່ເປັນຮູບປະທໍາ, ແລະ ຫົວໃຈສໍາຄັນແມ່ນຢູ່ທີ່ຄວາມເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງປະຊາຊົນ.

ການພັດທະນາສູ່ຄວາມທັນສະໄໝ ບໍ່ມີຮູບແບບມາດຕະຖານອັນດຽວທີ່ໃຊ້ໄດ້ທຸກປະເທດ. ແຕ່ລະປະເທດມີພື້ນຖານທາງປະຫວັດສາດ, ຊັບພະຍາກອນທີ່ມີຢູ່ ແລະ ເງື່ອນໄຂທາງສັງຄົມແຕກຕ່າງກັນ, ການມີອິດສະລະໃນການເລືອກເສັ້ນ ທາງພັດທະນາທີ່ເໝາະສົມກັບສະພາບຕົວຈິງ ຂອງປະເທດຕົນເອງ ແມ່ນສິດອັນຊອບທຳຂອງປະເທດທີ່ມີອະທິປະໄຕ ຊຶ່ງຜູ້ໃດກໍບໍ່ອາດຫລຸດຮອນໄດ້. ລາວຖືເອົາສະພາບຕົວຈິງຂອງຕົນເປັນພື້ນຖານ ແລະ ດຳເນີນຕາມຍຸດທະສາດພັດທະນາ “ຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ” ໂດຍຖືເອົາການປັບປຸງຊີວິດການເປັນຢູ່ ແລະ ການຍົກລະດັບຄວາມຢູ່ດີມີສຸກຂອງປະຊາຊົນ ເປັນບູລິມະສິດໃນການພັດທະນາເສດຖະກິດ ແລະ ສັງຄົມ; ສ່ວນຈີນກໍອີງໃສ່ສະພາບຕົວຈິງຂອງປະເທດຕົນ ໃນການຊຸກຍູ້ການພັດທະນາ ຫັນເປັນທັນສະໄໝແບບຈີນ ແລະ ຍຶດໝັ້ນໃນແນວຄິດການພັດທະນາ ທີ່ຖືເອົາປະຊາຊົນເປັນໃຈກາງມາໂດຍຕະຫລອດ. ສອງເສັ້ນທາງການພັດທະນາ ແມ່ນເປັນເອກະລາດ ແລະ ດຳເນີນໄປຄຽງຄູ່ກັນ, ແຕ່ລະເສັ້ນທາງຕ່າງກໍມີລັກສະນະພິເສດຂອງຕົນ; ແຕ່ການສະແຫວງຫາຄຸນຄ່າ ໃນການສ້າງສັງຄົມໃຫ້ມີຄວາມສະຫງົບໝັ້ນຄົງ, ໃຫ້ປະຊາຊົນມີຄວາມອຸດົມສົມບູນ ແລະ ໃຫ້ປະເທດຊາດກ້າວໜ້າຢ່າງຕໍ່ເນື່ອງ ແມ່ນມີຄວາມສອດຄ່ອງກັນສູງ.ການປະຕິບັດຕົວຈິງຂອງລາວ ແລະ ຈີນ ໄດ້ຢືນຢັນອີກຄັ້ງໜຶ່ງວ່າ: ເສັ້ນທາງການພັດທະນາ ທີ່ຫັນເປັນທັນສະໄໝບໍ່ໄດ້ມີພຽງແຕ່ເສັ້ນດຽວ, ສິ່ງທີ່ເໝາະສົມກັບສະພາບຕົວຈິງຂອງປະເທດຕົນເອງ ຈິ່ງເປັນສິ່ງທີ່ດີທີ່ສຸດ.

ເມື່ອພິຈາລະນາເຖິງຮາກເຫງົ້າ, ການທີ່ລາວ ແລະ ຈີນ ມີອຸດົມການຮ່ວມກັນ ແລະ ມີແນວທາງສອດຄ່ອງກັນນັ້ນ,ບໍ່ແມ່ນເລື່ອງບັງເອີນຈາກການມີທີ່ຕັ້ງທາງພູມສາດໃກ້ກັນ, ແຕ່ຫາກແມ່ນມີຮາກຖານທີ່ຝັງເລິກຢູ່ໃນການສະແຫວ່ງຫາຄ່ານິຍົມຮ່ວມກັນ. ໃນຖານະເປັນປະເທດສັງຄົມນິຍົມບ້ານໃກ້ເຮືອນຄຽງ ທີ່ມີພູຜາ ແລະ ສາຍນ້ຳເຊື່ອມຕໍ່ກັນ,ໃນຂະບວນວິວັດການຊຸກ ຍູ້ການພັດທະນາສູ່ການຫັນເປັນທັນສະໄໝຂອງຕົນ. ສອງພັກ ແລະ ສອງລັດຕ່າງກໍຍຶດໝັ້ນ ໃນທິດທາງສັງຄົມນິຍົມ,ຖືເອົາຄວາມປາ ຖະໜາຂອງປະຊາຊົນທີ່ຢາກມີຊີວິດທີ່ດີງາມ ເປັນເປົ້າໝາຍແຫ່ງການສູ້ຊົນ ແລະ ຕ້ານການແຊກແຊງກິດຈະການພາຍໃນ ແລະ ການບັງຄັບໃຫ້ເຮັດຕາມໃນທຸກຮູບແບບ. ຄວາມເຫັນດີເຫັນພ້ອມຢ່າງສູງບົນພື້ນຖານ ຂອງລະບອບສັງຄົມ ແລະ ແນວຄວາມຄິດການພັດທະນາຮ່ວມກັນນີ້, ເຮັດໃຫ້ສາຍພົວພັນສອງປະເທດກ້າວຂ້າມ ການຜູກພັນກັນດ້ວຍຜົນປະໂຫຍດພຽງຢ່າງດຽວ ແລະ ມີຄວາມໜັກແໜ້ນໝັ້ນຄົງ ທາງການເມືອງ ທີ່ສາມາດຜ່ານຜ່າບົດທົດສອບແຫ່ງຄວາມຜັນຜວນ ແລະ ສິ່ງທ້າທາຍຕ່າງໆໄດ້. ບັນດາທິດທາງຄ່ານິຍົມ ທີ່ແຝງຢູ່ໃນແນວຄວາມຄິດຄູ່ຮ່ວມຊາຕາກຳ ເຊັ່ນ: “ຮ່ວມປຶກສາຫາລື, ຮ່ວມສ້າງ ແລະ ຮ່ວມແບ່ງປັນຜົນປະໂຫຍດ” ແລະ “ຖືເອົາຄວາມຊອບທຳເປັນບູລິມະສິດ” ມີຄວາມສອດຄ່ອງຢ່າງເລິກເຊິ່ງ ກັບການສະແຫວງຄ່ານິຍົມທີ່ສອງປະ ເທດຮ່ວມກັນຍຶດໝັ້ນ ແລະ ເປັນພື້ນຖານຊີ້ນຳດ້ານແນວຄິດ ໃຫ້ສອງຝ່າຍດຳເນີນການຮ່ວມມື ໃນຂອບເຂດທີ່ກວ້າງຂວາງຂຶ້ນ ແລະ ໃນລະດັບທີ່ເລິກເຊິ່ງຂຶ້ນ. ຈາກຈຸດນີ້ຈຶ່ງເຫັນໄດ້ວ່າ, ພື້ນຖານແຫ່ງຄວາມໝັ້ນໃຈຂອງ “ຄວາມເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການ” ກ່ອນອື່ນໝົດ ມາຈາກການມີ “ອຸດົມການຮ່ວມກັນ” ແລະ “ແນວທາງສອດຄ່ອງກັນ” ນີ້ເອງ.

ໂດຍ: ຫລີ ເຈິ້ງ(Lǐ Zhèng)ສາດສະດາຈານ ແລະ ອາຈານທີ່ປຶກສານັກສຶກສາປະລິນຍາເອກ, ຄະນະພູມສາດ, ມະຫາວິທະຍາໄລສ້າງຄູຢຸນນານ.
ຫລຸຍ ສົງເໝີຍ (Lǚ Qióngméi)ນັກສຶກສາປະລິນຍາເອກ, ຄະນະພູມສາດ, ມະຫາວິທະຍາໄລສ້າງຄູຢຸນນານ
KPL

ຂ່າວອື່ນໆ


Top